ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດວ່າ ບໍ່ມີທາງອື່ນ ນອກໄປຈາກ ການສັງຫານ ຜູ້ນຳຂອງ ອາລກາຍດາ (ເບິ່ງວີດີໂອ)


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ກ່າວ​ວ່າ ບໍ່​ມີ​ຊ່ອງ​ທາງ​ໃດເລີຍທີ່​ຈະ​ທຳລາຍ​
ກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ​ດາ​ໄດ້ ​ແຕ່​ການ​ສັງຫານນາຍ Osama bin-Laden ຜູ້ນຳ​ຂອງ​
ກຸ່ມ ໄດ້ເຮັດ​ໃຫ້​ກຸ່ມ​ດັ່ງກ່າວ​ເປັນ​ອຳມະພາດ.

ທ່ານ Leon Panetta ກ່າວ​ໃນ​ຕອນ​ແລງ​ຂອງ​ມື້ວັນ​ສຸກ​ວານ​ນີ້ວ່າ ພວກ​ເຮົ​າປະສົບ​ຄວາມ
ສຳ​ເລັດ​ຫຼາຍ​ເທົ່າ​ໃດ ​ໃນ​ການ​ກຳຈັດ​ ພວກ​ທີ່​ເປັນ​ຜູ້ນຳພາ ​ທາງ​ດ້ານຈິດ​ໃຈ ພວກ​ຜູ້ນຳ​ທາງ​
ດ້ານ​ອຸດົມ​ການ ກໍ​ຍິ່ງ​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ສາມາດຫຼາຍຂຶ້ນ ​ໃນ​ການ​ທີ່​ຈະ​ເຮັດ​ໃຫ້ການ
ຂົ່ມຂູ່​ຂອງ​ພວກ​ເຂົາ​ຕໍ່ປະ​ເທດ​ນີ້​ ອ່ອນ​ແອ​ລົງ.

ທ່ານ Panetta ກ່າວ​ຕື່ມ​ວ່າ ທ່ານ​ແນ່​ໃຈ​ວ່າ​ສະຫະລັດ​ມີ​ຄວາມ​ປອດ​ໄພ​ຕື່ມ​ຂຶ້ນນັບ​ແຕ່​ການ
ເສຍ​ຊີວິດ​ຂອງ​ນາຍ bin-Laden ທີ່​ໄດ້​ຖືກ​ສັງຫານ​ເມື່ອ​ວັນ​ທີ 2 ພຶດສະພາປີ​ກາຍໃນ​ການ
ປະຕິບັດ​ງານ​ລັບ​ ຂອງ​ກຳລັງ​ພິ​ເສດ Navy SEAL ທີ່​ເຮືອນຫຼັງນຶ່ງ​ ອ້ອມ​ດ້ວຍ​ກຳ​ແພງໃນ
ເມືອງ Abottabad ຫົວ​ເມືອງ​ຄ້າຍ​ທະຫານ​ໃນ​ປາ​ກິ​ສຖານ.

ທ່ານ Robert Cardillo ຈາກ​ສຳນັກງານ​ຜູ້ອຳນວຍການ​ສືບ​ລັບ​ແຫ່ງ​ຊາດ​ ກໍ​ໄດ້​ໃຫ້​ຄວາມ
ເຫັນ​ທີ່​ຄ້າຍຄື​ກັນ​ໃນ​ມື້ວັນ​ສຸກ​ວານ​ນີ້ ​ໂດຍ​ເວົ້າວ່າ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ໂຈມ​ຕີ​ໂດຍ​ໃຊ້
ອາວຸດ​ເຄມີ ອາວຸດ​ເຊື້ອ​ໂຣກ ອາວຸດ​ປະລະມານູ​ ຫລື ອາວຸດທີ່​ມີ​ກຳ​ມັນ​ຕະພາບ​ລັງສີ​ອື່ນໆ
ໃນຮອບ​ນຶ່ງ​ປີ​ຂ້າງ​ໜ້ານີ້​ແມ່ນ​ຕໍ່າຫຼາຍ.

ເບິ່ງວີດີໂອ ການສັງຫານນາຍ bin-Laden ຍັງສືບຕໍ່ເປັນບັນຫາ ໃນຄວາມສຳ
ພັນ ສະຫະລັດ-ປາກິສຖານ

ແຕ່​ແນວ​ໃດ​ກໍ​ຕາມ ພວກ​ເຈົ້າໜ້າ​ທີ່​ສືບ​ລັບ​ຂອງ​ສະຫະລັດ ທີ່​ຂໍ​ສະຫງວນ​ຊື່​ກ່າວ​ໃນ​ວັນ​ສຸກ
ວານ​ນີ້ວ່າ ​ໃນຂະນະ​ທີ່​ແກນ​ນຳ ຂອງ​ຕາໜ່າງກໍ່​ການ​ຮ້າຍ​ອາລກາຍ​ດາ ອາດ​ຈະ​ບໍ່​ສາມາດ​
ທຳ​ການ​ໂຈມ​ຕີ ​ທີ່​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ລົ້ມຕາຍ ໄດ້ຢ່າງ​ຫຼວງຫຼາຍ ​ໃນລະດັບ​ດຽວ​ກັນ​ກັບ​
ການ​ໂຈມ​ຕີເມື່ອ​ວັນ​ທີ 11 ກັນຍາ​ປີ 2001 ​ໄດ້​ກໍ​ຈິງແຕ່ພວກ​ກໍ່​ການ​ຮ້າຍ​ທີ່​ເປັນ​ເຄືອ​ຂ່າຍ
ຂອງ​ກຸ່ມ​ດັ່ງກ່າວຍັງ​ເປັນ​ໄພ​ຂົ່ມຂູ່​ຢູ່.

ພວກ​ເຈົ້າໜ້າ​ທີ່​ໄດ້​ຊີ້​ໃຫ້​ເຫັນ​ວ່າ ກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ​ດາ​ ສາຂາ​ເຢ​ເມນ​ແມ່ນເປັນ​ອັນ
ຕະລາຍ​ຫຼາຍກວ່າ​ໝູ່ ໂດຍ​ເວົ້າວ່າ​ກຸ່ມ​ດັ່ງກ່າວ ​ໄດ້​ມີ​ພື້ນທີ່​ໃນ​ການ​ປະຕິບັດ ​ແລະ​ສາມາດ​
ເກັບ​ເກນ​ສະມັກ​ພັກ​ພວກ​ໄດ້​ຫຼາຍຂຶ້ນ ທັງໆ​ທີ່​ໄດ້​ຕົກ​ເປັນ​ເປົ້າ​ໃນ​ການ​ໂຈມ​ຕີ​ໂດຍ​ກຳລັງ​ຕໍ່
ຕ້ານ​ພວກ​ກໍ່​ການ​ຮ້າຍ​ຂອງ​ເຢ​ເມນ​ແລະ​ສະຫະ​ລັດ.

ພວກ​ເຈົ້າໜ້າ​ທີ່ ທີ່ຂໍ​ສະຫງວນ​ຊື່​ເຫຼົ່ານີ້ ຍັງ​ໄດ້​ກ່າວ​ອ້າງ​ເຖິງ​ໄພ​ຂົ່ມຂູ່​ ຈາກອັນ​ທີ່​ເອີ້ນວ່າ
ພວກ​ກໍ່​ການ​ຮ້າຍ​ ທີ່​ປະຕິບັດ​ງານ​ຕາມ​ລໍາພັງ ທີ່​ໄດ້​ຮັບ​ແຮງ​ດົນ​ໃຈ ​ຈາກ​ກຸ່ມ​ກໍ່ການ​ຮ້າຍ
ອາລກາຍ​ດາ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນນັ້ນ. ​ພວກ​ເຈົ້າໜ້າ​ທີ່​ເວົ້າວ່າ ການ​ໂຈມ
ຕີ​ຕ່າງໆ​ເຊັ່ນ​ການ​ຍິງ​ສັງຫານ​ແບບ​ບໍ່​ເລືອກ​ໜ້າ​ໃນ​ເດືອນ​ແລ້ວຢູ່​ປະ​ເທດ​ຝຣັ່ງໂດຍ​ມຸສລິ​ມ
ຫົວ​ຮຸນ​ແຮງ​ຄົນ​ນຶ່ງນັ້ນ ​ແມ່ນ​ຍາກ​ທີ່​ຈະ​ຮັບ​ມື​ໄດ້.

XS
SM
MD
LG