ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາຈະບໍ່ຢຸດແວ່ ທີ່ປາກິສຖານ


ທ່ານປະທານາທິບໍດີ ສະຫະລັດ ບາຣັກ ໂອບາມາ
ທ່ານປະທານາທິບໍດີ ສະຫະລັດ ບາຣັກ ໂອບາມາ

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ທ່ານຈະບໍ່ຢຸດແວ່ທີ່ປາກິສຖານ ໃນລະຫວ່າງການເດີນທາງໄປຢ້ຽມຢາມເອເຊຍໃນເດືອນໜ້າ ແຕ່ທ່ານໄດ້ຕັ້ງໃຈໄວ້ແລ້ວ ທີ່ຈະໄປຢ້ຽມຢາມປະເທດດັ່ງກ່າວໃນປີ 2011 ພ້ອມໆກັບການຕ້ອນຮັບການເດີນທາງ ມາຢ້ຽມຢາມກຸງວໍຊິງຕັນ ຂອງປະທານາທິບໍດີປາກິສຖານ ທ່ານ Asif Ali Zardari.

ທ່ານໂອບາມາໄດ້ປະກາດກ່ຽວກັບເລື່ອງນີ້ ໃນລະຫວ່າງການພົບປະກັບຄະນະຜູ້ແທນ
ຂອງປາກິສຖານ ທີ່ມາຮ່ວມການສົນທະນາຫາລືຍຸດທະສາດ ລະຫວ່າງສະຫະລັດກັບປາ ກິສຖານ ທີ່ກຸງວໍຊິງຕັນ ໃນມື້ວັນພຸດວານນີ້.

ໃນຕອນເຊົ້າຂອງມື້ວານນີ້ ເຈົ້າໜ້າທີ່ຂອງສະຫະລັດແລະປາກິສຖານເລີ້ມການສົນທະນາ
ຫາລືຮອບ 3 ທີ່ແນໃສ່ເພື່ອເສີມຂະຫຍາຍຄວາມສຳພັນແລະຫຼຸດຜ່ອນຄວາມເຄັ່ງຕຶງກ່ຽວ
ກັບການໂຈມຕີທາງທະຫານ ຂອງອົງການເນໂຕ້ແລະສະຫະລັດໃນດິນແດນປາກິສ​ຖານ ເມື່ອບໍ່ດົນຜ່ານມານີ້.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates ຊຶ່ງເປັນພາກ
ສ່ວນນຶ່ງຂອງການເຈລະຈານັ້ນ ກໍໄດ້ພົບປະກັບຜູ້ບັນຊາການທະຫານປາກິສຖານ ນາຍພົນ Ashfag Kayani ທີ່ທຳນຽບ 5 ແຈໃນມື້ວານນີ້.

ທ່ານ Gates ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ອຍເຫຼືອສະໜັບສະໜຸນ ແລະ
ການເສຍສະຫຼະຂອງກອງທັບປາກິສຖານ ໃນການຕໍ່ສູ້ກັບພວກກໍ່ການຮ້າຍແລະໄດ້ຂໍຂະມາ
ໂທດ ຕໍ່ການໂຈມຕີຂ້າມຊາຍແດນ ທີ່ໄດ້ສັງຫານທະຫານປາກິສຖານ 2 ຄົນດ້ວຍຄວາມ ຜິດພາດນັ້ນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ແລະ ລັດຖະມົນ
ຕີການຕ່າງປະເທດປາກິສຖານ ທ່ານ Shah Mehmoud Qureshi ຈະມ້ວນທ້າຍການ
ສົນທະນາຫາລື ດ້ວຍການປະຊຸມຢ່າງເປັນທາງການ ໃນວັນສຸກ ມື້ອື່ນນີ້.

XS
SM
MD
LG