ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດກັບປາກິສຖານ ຫາລືກັນຮອບທີ 3 ກ່ຽວກັບເລື້ອງຍຸທະສາດ


ທ່ານນາງ Hillary Clinton ພົບປະກັບທ່ານ Shah Mehmood Qureshi ທີ່ Washington
ທ່ານນາງ Hillary Clinton ພົບປະກັບທ່ານ Shah Mehmood Qureshi ທີ່ Washington

ເຈົ້າໜ້າທີ່ສະຫະລັດແລະປາກິສຖານທໍາ​ການພົບປະກັນ
ທີ່ກຸງວໍຊິງຕັນໃນວັນພຸດມື້ນີ້ເພື່ອເລີ້ມຮອບ 3 ຂອງການສົນ
ທະນາຫາລືທາງດ້ານຍຸດທະສາດທີ່ໄດ້ລິເລີ້ມຂຶ້ນໃນຕົ້ນປີນີ້.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ແລະ ລັດຖະມົນຕີການຕ່າງປະເທດ
ປາກິສຖານ ທ່ານ Shah Mehmood Qureshi
ເປັນຫົວໜ້ານຳພາໃນການເຈລະຈາຫາລືເປັນເວລາ 3 ມື້ນີ້.

ເປັນທີ່ຄາດກັນວ່າ ສະຫະລັດຈະສະເໜີໃຫ້ການຊ່ອຍເຫຼືອ
ຫຼາຍເຖິງ 2 ຕື້ໂດລາ ໃນໄລຍະ 5 ປີຂ້າງໜ້າ ເພື່ອຊ່ອຍ
ປາກິສຖານໃນການປາບປາມພວກກະບົດຢູ່ຕາມບໍລິເວນຊາຍແດນທີ່ຕິດກັບອັຟການິສຖານ
ນັ້ນ.

ການສະເໜີໃຫ້ຄວາມຊ່ອຍເຫຼືອດັ່ງກ່າວ ແມ່ນພາກສ່ວນນຶ່ງໃນການດໍາເນີນຄວາມພະຍາ
ຍາມເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ທີ່ເກີດຈາກການໂຈມຕີທາງອາກາດຂອງອົງການເນໂຕ້
ແລະສະຫະລັດຕໍ່ເປົ້າໝາຍຕ່າງໆໃນດິນແດນປາກິສຖານ. ການໝົດຄວາມອົດທົນຂອງ
ສະຫະລັດ ນໍາການລັງເລໃຈຂອງປາກິສຖານ ທີ່ຈະທຳການປາບປາມພວກກະບົດນັ້ນ
ກໍເປັນອີກສິ່ງນຶ່ງທີ່ພາໃຫ້ເກີດຄວາມເຄັ່ງຕຶງກັບປກາກິສຖານ.

ໂຄສົກຂອງທຳນຽບຂາວ ທ່ານ Robert Gibbs ກ່າວໃນວັນອັງຄານວານນີ້ວ່າ ປາກິສ
ຖານໄດ້ເລີ້ມໃຫ້ການຮ່ວມມືຫຼາຍຂຶ້ນແລ້ວ ແລະການປະຊຸມກັນໃນອາທິດນີ້ ຈະອໍານວຍ
ໂອກາດໃຫ້ເຈົ້າໜ້າທີ່ສະຫະລັດ ໄດ້ແຈ້ງໃຫ້ປາກິສຖານຊາບວ່າ ມີຫຍັງອີກທີ່ປາກິສຖານ
ຈະຕ້ອງໄດ້​ເຮັດ.

ໃນ​ດ້ານປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ນັ້ນກໍຈະຫາລືເລື່ອງປາກິສຖານ
ແລະອັຟການິສຖານ ກັບພວກທີ່ປຶກສາທາງດ້ານຄວາມໝັ້ນຄົງຂອງທ່ານ ຢູ່ທີ່ທໍານຽບຂາວ
ໃນວັນພຸດມື້ນີ້​ເຊ່ນ​ກັນ.

XS
SM
MD
LG