ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານປາກີສຖານ 2 ຄົນບາດເຈັບ ຍ້ອນເຮືອບິນເນໂຕ້


ທະຫານປາກີສຖານ 2 ຄົນບາດເຈັບ ຍ້ອນເຮືອບິນເນໂຕ້
ທະຫານປາກີສຖານ 2 ຄົນບາດເຈັບ ຍ້ອນເຮືອບິນເນໂຕ້

ເຮືອບິນເຮລີຄອບເຕີຂອງກຸ່ມເນໂຕ້. ວັນທີ 17 ພຶດສະພາ 2011
ເຮືອບິນເຮລີຄອບເຕີຂອງກຸ່ມເນໂຕ້. ວັນທີ 17 ພຶດສະພາ 2011














ກອງທັບ​ປາ​ກີ​ສຖານ​ໄດ້​ທໍາ​ການ​ປະ​ທ້ວງ​ຢ່າງ​ແຂງ​ແຮງ​ກັບ​ກຸ່ມ​ເນ​ໂຕ ຫລັງ​ຈາກ​ອັນ​ທີ່ປາ
ກີ​ສຖານ​ກ່າວ​ວ່າ ໄດ້​ເປັນ​ການລະ​ເມີດ​ເຂດນ່ານຟ້າຂອງ​ຕົນ​ໂດຍ​ເຮືອບິນ​ເຮ​ລີ​ຄອບ​ເຕີ
2 ລໍາ​ນັ້ນ.

ການ​ປະ​ທ້ວງ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງຫລັງ​ຈາກ​ພວກ
ເຈົ້າ​ໜ້າ​ທີ່​ປາ​ກີ​ສຖານ​ກ່າວ​ວ່າ ​ເຮືອບິນ​ເຮ​ລີ​ຄອນ​ເຕີ​ລໍາ​ນຶ່ງ​ຂອງ​ກຸ່ມ​ເນ​ໂຕ ໄດ້​ບິນ​ຂ້າມ
ຊາຍ​ແດນ​ຂອງ​ຕົນ​ຈາກ​ອັຟກາ​ນີສຖານແລະ​ທໍາ​ການ​ໂຈມ​ຕີ ທີ່​ເຮັດ​ໃຫ້​ທະຫານ​ປາ​ກີ​ສ
ຖານ 2 ຄົນ​ໄດ້​ຮັບ​ບາດ​ເຈັບ​ນັ້ນ.

ກຸ່ມ​ເນ​ໂຕ ​ໄດ້​ຢືນຢັນ​ວ່າ ​ຕົນ​ມີ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຫລາຍ​ລໍາ​ບິນ​ຢູ່​ໃກ້​ກັບ​ຊາຍ​ແດນ
ແລະ​ກ່າວ​ວ່າ ຕົນ​ພວມ​ທໍາ​ການ​ສືບສວນ​ສອບ​ສວນ​ເຫດການ​ດັ່ງກ່າວ​ນີ້​ຢູ່.

ນາຍ​ທະຫານ​ຝ່າຍ​ຕາ​ເວັນ​ຕົກ​ທ່ານ​ນຶ່ງ​ກ່າວ​ວ່າ ​ເຮືອບິນ​ເຮ​ລີ​ຄອບ​ເຕີ 2 ລໍາ​ໄດ້​ບິນ
ຢູ່​ໃນ​ຊາຍ​ແດນ​ຂອງ​ອັຟກາ​ນີສຖານ ​ແລະ​ຖືກ​ຍິງ​ຂ້າມ​ມາຈາກ​ຊາຍ​ແດນ ​ແລະ​ກ່າວ​
ຕໍ່​ໄປ​ວ່າ ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ ພຽງ​ແຕ່ໄດ້​ຍິງ​ຕອບ​ໂຕ້ ຫລັງ​ຈາກ​ຖືກ​ຍິງ​ໃສ່
2 ​ເທື່ອ.

ເຫດການ​ດັ່ງກ່າວ ມີ​ທ່າ​ທາງ​ວ່າ​ຈະ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ລະຫວ່າງ​ກຸງອີສລາມາ​ບັດແລະ​
ກຸງ​ວໍ​ຊິງ​ຕັນ ​ເຖິງ​ແມ່ນ​ທ່ານ John Kerry ສະມາຊິກ​ສະພາ​ສູງ​ສະຫະລັດ​ທໍາ​ການຢ້ຽມ
ຢາມ​ປາ​ກີ​ສຖານ​ເພື່ອ​ປົວ​ແປງ​ສາຍພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ວັນ​ຈັນ​ວານນີ້​ກໍ​ຕາມ
ສາຍ​ພົວພັນ​ລະຫວ່າງ​ສະຫະລັດ​ແລະ​ປາ​ກີ​ສຖານ​ໄດ້​ເຄັ່ງ​ຕຶງ​ຂຶ້ນຍ້ອນ​ການ​ບຸກ​ເຂົ້າ​ກວດ​ຄົ້ນ
ຂອງ​ສະຫະລັດ​ທີ່​ບ້ານ​ພັກ​ແຫ່ງ​ນຶ່ງ​ທີ່​ບໍ່​ໄດ້​ປະກາດ​ໃຫ້​ປາ​ກີ​ສຖານ​ຮູ້ລ່ວງ​ໜ້າທີ່​ໄດ້​ສັງຫານ​
ນາຍ​ໂອຊາ​ມາ​ບິນ​ລາ​ເດັນ ຜູ້​ນໍາ​ເຄືອ​ຂ່າຍອາລກາ​ອິດາ​ ໃນ​ເມືອງ Abbottabad ຂອງ​ປາ​
ກີ​ສຖານ​ໃນ​ວັນ​ທີ 2 ​ໃນຕົ້ນ​ເດືອນ​ນີ້.

XS
SM
MD
LG