ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ Hilary Clinton ໄດ້ສະແດງ
ຄວາມຫວັງວ່າ ການເປີດເສັ້ນທາງລໍາລຽງຂົນສົ່ງສໍາພາລະຂອງເນໂຕ້ໄປຍັງອັຟການີສຖານ
ຄືນໃໝ່ຂອງປະກິສຖານນັ້ນ ຈະນໍາໄປສູ່ຄວາມສໍາພັນທີ່ດີຂຶ້ນກັບລັດຖະບານກຸງວໍຊິງຕັນ.
ທ່ານນາງ ຄລິນເຕິນ ໄດ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຂອງປາກິສຖານ
ທ່ານນາງ Hina Rabbani Khar ທີ່ນະຄອນໂຕກຽວ ແລະກ່າວຕໍ່ພວກນັກຂ່າວວ່າ ທັງ
ສອງປະເທດພ້ອມກັນແຍກເອົາຄວາມຂັດຂ້ອງໝອງໃຈກັນໃນອະດີດນັ້ນ ໄວ້ເບື້ອງຫລັງ
ເພື່ອຈະໄດ້ເພັ່ງເລັງໃສ່ອະນາຄົດ ແລະການຕໍ່ສູ້ ຕ້ານເຄືອຂ່າຍພວກກໍ່ການຮ້າຍ.
ປາກີສຖານໄດ້ປິດເສັ້ນທາງລໍາລຽງສໍາພາລະຂອງເນໂຕ້ໄປຍັງອັຟການີສຖານ ລຸນຫລັງ
ການໂຈມຕີຂອງກໍາລັງເນໂຕ້ ທີ່ໄດ້ສັງຫານທະຫານປາກີສຖານ 24 ຄົນ ໃນເດືອນພະຈິກ
ທີ່ຜ່ານມາ. ເສັ້ນທາງລໍາລຽງດັ່ງ ກ່າວໄດ້ເປີດຄືນໃໝ່ ຫຼັງຈາກສະຫະລັດໄດ້ກ່າວຂໍຂະມາ
ໂທດໃນອາທິດແລ້ວນີ້ ສໍາລັບເຫດຮ້າຍທີ່ເກີດຂຶ້ນດັ່ງກ່າວ.