ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຈັບ 6 ຄົນ ໃນຂໍ້ຫາ ຊ່ອຍກຸ່ມຕາລີບັນ


ໂບດອີສລາມ Jamat Al-Mummineen Mosque ໃນເມືອງ Margate, ລັດ Florida, ບ່ອນທີ່ imam Izhar Khan ຖືກກ່າວຫາວ່າໃຫ້ການສະໜັບສະໜຸນດ້ານເງີນ ແກ່ກຸ່ມຕາລີບັນປາກີສຖານ, ວັນທີ 14 ພຶດສະພາ 2011
ໂບດອີສລາມ Jamat Al-Mummineen Mosque ໃນເມືອງ Margate, ລັດ Florida, ບ່ອນທີ່ imam Izhar Khan ຖືກກ່າວຫາວ່າໃຫ້ການສະໜັບສະໜຸນດ້ານເງີນ ແກ່ກຸ່ມຕາລີບັນປາກີສຖານ, ວັນທີ 14 ພຶດສະພາ 2011

ສະຫະລັດ​ໄດ້​ກ່າວ​ຫາ​ປະຊາຊົນ 6 ຄົນ​ໃນ​ຂໍ້​ຫາ​ຊ່ອຍ​ສະ
ໜັບສະໜຸນແລະ​ໃຫ້ເງິນ​ແກ່​ກຸ່ມ​ຕາ​ລີ​ບັນ​ປາ​ກີ​ສຖານ ຊຶ່ງ
ເປັນ​ກຸ່ມ​ທີ່​ລັດຖະບານ​ອາ​ເມຣິກັນ​ຖື​ວ່າ​ເປັນ​ກຸ່ມກໍ່​ການ
ຮ້າຍ​ນັ້ນ.

ກະຊວງ​ຍຸຕິ​ທໍາ​ສະຫະລັດ​ກ່າວໃນ​ວັນ​ເສົາ​ວານ​ນີ້​ວ່າ ປະ
ຊາຊົນ 3 ຄົນ​ໃນລັດ​ຟລໍຣິດາ​ໃນ​ພາກ​ຕາ​ເວັນ​ອອກສຽງ​
ໃຕ້ຂອງ​ສະຫະລັດ ຊຶ່ງທັງ 3 ຄົນ​ເປັນ​ສັນຊາດ​ອະ​ເມ​ລິ​ກາ​
ທີ່​ມີ​ເຊື້ອສາຍ​ມາ​ຈາກ​ປາ​ກີ​ສຖານ ​ໄດ້​ຖືກ​ຈັບ​ກຸມ​ແລະ​ຖືກ​
ຟ້ອງ​ຮ້ອງ​ຢ່າງ​ເປັນ​ທາງ​ການ​ໂດຍ​ຄະນະ​ຕຸລາການ​ຈຸ​ນຶ່ງ
ແຕ່ອີກ 3 ຄົນ​ຍັງ​ຊອກ​ຫາໂຕ​ ຢູ​ໃນ​ປາ​ກີ​ສຖານ.

ທາງ​ການ​ສະຫະລັດກ່າວ​ຫາ​ພວກ​ຜູ້​ຕ້ອງສົງ​ໄສ​ທັງ 6
ຄົນ​ນີ້ວ່າ ​ໄດ້​ໃຊ້​ລະບົບ​ບັນຊີ​ເງິນ​ທະນາຄານ​ຢ່າງ​ລະອຽດ
​ແລ​ະໄດ້ໂອນ​ເງິນ​ຈໍານວນ 50 ພັນ​ໂດ​ລາ​ໄປ​ຍັງ​ປາ​ກີ​ສຖານ
​ເພື່ອ​ສະໜັບສະໜຸນ​ພວກ​ຫົວ​ຮຸນ​ແຮງ​ແລະ ພວກ​ຄອບຄົວ​ ຂອງ​ເຂົາ​ແລະ​ເພື່ອ​ຊື້​ອາວຸດ​ຍຸດ​ໂທ​ປະກອນ​ຕ່າງໆ.

ນອກຈາກ​ນັ້ນ ສະຫະລັດ​ກ່າວ​ວ່າ ຄົນ​ນຶ່ງ​ໃນ​ຈໍານວນ​ຜູ້​ຕ້ອງ​ສົງ​ໄສ ເຫລົ່າ​ນີ້ ຄື​ນາຍ Hafiz Muhammed Ali Khan ວັຍ 76 ປີ​ເປັນ ອິມາ​ມ ຫລື​ນັກບວດ​ສາສະໜາ​ອີສລາມ​ທີ່​ໂບດ Flagler ​ໃນ​ນະຄອນ Miami ລັດ ​ຟລໍຣິດາ ​ມີ​ໂຮງຮຽນ​ສອນ​ສາສະໜາ​ອີສລາມ​ໃນ​ເມືອງ Swat ​ທີ່​ປາ​ກີ​ສຖານ​ ​ແລະໃຫ້​ພວກ​ຫົວ​ຕໍ່ສູ້​ອາໄສ​ພັກ​ເຊົາຢູ່ທີ່​ນັ້ນແລະ​ສອນ​ພວກ​ເດັກ​ນັກ
ຮຽນ​ວິທີ​ການ​ສັງຫານ​ຄົນອະ​ເມ​ລິ​ກັນ​ໃນ​ອັຟກາ​ນີສຖານ​ນັ້ນ.

XS
SM
MD
LG