ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດແລະປາກິສຖານ ໂອ້ລົມກັນ ເລື້ອງຄວາມປອດໄພ ໃນເຂດຊາຍແດນ


ການພົບປະກັນຄັ້ງທີ 39 ລະຫວ່າງກອງກໍາລັງ ຮ;ັ້,ຂອງກຸ່ມເນໂຕ້ ແລະກອງທັບປາກິສຖານ .
ວັນທີ 13 ພຶດສະພາ 2012
ການພົບປະກັນຄັ້ງທີ 39 ລະຫວ່າງກອງກໍາລັງ ຮ;ັ້,ຂອງກຸ່ມເນໂຕ້ ແລະກອງທັບປາກິສຖານ . ວັນທີ 13 ພຶດສະພາ 2012

ຜູ້​ບັນຊາ​ການທະຫານ​ສູງ​ສຸດ​ຂອງ​ສະຫະລັດສໍາລັບກອງ​ກໍາລັງຂອງ​ເນ​ໂຕ້ທີ່ອັຟກາ​ນິສຖານ​ ໄດ້​ພົບ​ປະ​ກັບ​ຫົວໜ້າ​ກອງທັບ​ປາ​ກິ​ສຖານ​ ເພື່ອ​ທໍາການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ບັນຫາ​ດ້ານຄວາມ​ປອດ​ໄພ​.

ກອງທັບ​ປາ​ກິ​ສຖານ​ປະກາດ​ໃຫ້​ຊາບ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ນາຍ​ພົນ John Allen ​ໄດ້​ບິນ​ໄປ​ຍັງນະຄອນ Rawalpindi ​ໃນ​ວັນ​ເສົາ​ວານ​ນີ້​ແລະ​ໄດ້​ພົບ​ປະ​ກັບ​ນາຍ​ພົນ Ashfaz Parvez Kayani.

ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ກອງທັບ​ປາ​ກິ​ສຖານ​ກ່າວ​ວ່າ ການ​ພົບ​ປະກັນ​ນີ້ ​ໄດ້​ມີ​ເປົ້າ​ໝາຍ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ປະຕິບັດງານ​ຂອງ​ທະຫານ​ຢູ່​ໃນ​ເຂດ​ຕ່າງໆ​ເລາະ​ຕາມ​ຊາຍ​ແດນ ​ແລະ​ເລື້ອງ​ການປະສານ​ງານ​ກັນ​ເພື່ອ​ຫຼີກ​ລ່ຽງບໍ່​ໃຫ້​ເກີດ​ອັນ​ທີ່​ເອີ້ນ​ວ່າ ​ເຫດການ​ທີ່​ບໍ່​ເໝາະ​ສົມ​ຕ່າງໆ​ນັ້ນ.

ປາ​ກິ​ສຖານ​ໄດ້​ອັດ​ເສ້ນ​ທາງ​ລໍາລຽງ​ຂອງ​ສະຫະລັດ​ແລະ​ກຸ່ມ​ເນ​ໂຕ້​ໄປ​ຍັງ​ອັຟກາ​ນິສຖານ ຫຼັງ​ຈາກ​ການ​ໂຈມ​ຕີ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ປາ​ກິສ ຖານ​ຂອງ​ກຸ່ມ​ເນ​ໂຕ້​ໃນ​ເດືອນ​ພະຈິກ​ປີ​ແລ້ວ​ນີ້ ​ໄດ້​ສັງຫານ​ພວກ​ທະຫານ​ຂອງ​ປາ​ກິ​ສຖານ 24 ຄົນ ຢູ່​ດ່ານ​ກວດກາ​ແຫ່ງ​ນຶ່ງ.

ການ​ພົບ​ປະກັນ​ໃນ​ວັນ​ເສົາ​ວານ​ນີ້ ອາດສາມາດ​ຊ່ອຍ​ຜ່ອນຄາຍ​ຄວາມ​ເຄ່ງ​ຕຶງ​ລະຫວ່າງ​ສະຫະລັດ​ແລະ​ປາ​ກິ​ສຖານ​ລົງ​ໄດ້ ກ່ອນ​ກອງ​ປະຊຸມ​ສຸດຍອດ​ຂອງ​ກຸ່ມ​ເນໂຕ້​ກ່ຽວກັບ​ອັຟກາ​ນິສຖານ ຊຶ່ງ​ກໍານົດ​ຈະ​ມີ​ຂຶ້ນຢູ່ນະຄອນ Chicago ​ໃນ​ສະຫະລັດ ​ໃນ​ທ້າຍ​ເດືອນ​ນີ້.

XS
SM
MD
LG