ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

DISREGARD-DUPLICATE ສະຫະລັດກໍາລັງຍົກເລີກເງິນການຊ່ວຍເຫລືອກອງທັບປາກີສຖານ


ໜັງສືພິມລະດັບຊັ້ນ​ນໍາສະບັບນຶ່ງຂອງສະຫະລັດກ່າວວ່າ ວໍຊິງຕັນກໍາລັງງົດ ແລະໃນບາງກໍລະນີ ຮອດໄດ້ຍົກເລີກເງິນຊ່ວຍເຫລືອກອງທັບປາກີສຖານ ຈໍານວນຫລາຍຮ້ອຍລ້ານໂດລານັ້ນ.

ໜັງສືພິມ ນີວຢ໊ອກທາຍສ໌ ໄດ້ອ້າງພວກເຈົ້າໜ້າທີ່ອາວຸໂສທີ່ບໍ່ເປີດເຜີຍຊື່ ຂອງສະຫະລັດ 3 ຄົນ ທີ່ເວົ້າວ່າ ການເຄື່ອນໄຫວດັ່ງກ່າວນີ້ ແມ່ນມີເປົ້າ ໝາຍ​ເພື່ອສັ່ງສອນປາກີສຖານ ທີ່ໄດ້ຂັບໄລ່ພວກນາຍທະຫານເຝິກແອບ ຂອງສະຫະລັດ ອອກ​ຈາກ​ປະ​ເທດ ແລະກົດດັນໃຫ້ກອງທັບປາກີສຖານ ຕໍ່ສູ້ກັບພວກຫົວຮຸນແຮງ ຢ່າງມີປະສິດທິຜົນຫລາຍຂຶ້ນ.

ໜັງສືພິມສະບັບນີ້ ກ່າວວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ອາດ​ສາມ​າດມີ​ຜົນກະທົບ​ຕໍ່ ເງິນແລະອຸບປະກອນຊ່ວຍເຫລືອຕ່າງໆສໍາລັບກອງທັບປາກີສຖານ ທີ່ມີມູນຄ່າປະມານ 800 ລ້ານໂດລາ ຫລືຫລາຍ​ກ່ວາ ນຶ່ງສ່ວນສາມ ຂອງ ຈໍານວນສອງພັນກວ່າລ້ານໂດລາ ຂອງການຊ່ວຍເຫລືອດ້ານຄວາມໝັ້ນຄົງ ທີ່ສະຫະລັດມອບ​ໃຫ້ປາກີສຖານ ​ໃນ​ແຕ່ລະ​ປີ​ນັ້ນ.

ໜັງສືພິມ ນີວຢ໊ອກທາຍສ໌ ລາຍງານວ່າ ການງົດການຊ່ວຍເຫລືອດັ່ງກ່າວ ແມ່ນ​ແລ​ເຫັນ​ໄດ້​ຢ່າງ​ແຈ້ງ​ຂາວວ່າ ມີ​ຈຸດປະສົງເພື່ອບັງຄັບໃຫ້ກອງທັບປາ ກີສຖານ ເລືອກເອົາ​ໃນລະຫວ່າງໃຫ້ການສະໜັບສະໜຸນ​ແກ່ປະເທດ ທີ່ໃຫ້ ເງິນແກ່ການປະຕິບັດການທາງທະຫານຂອງ​ຕົນ ​ເປັນຈໍານວນຫລວງຫລາຍ ນັ້ນ ກັບການສືບຕໍ່ສະໜອງການສະໜັບສະໜຸນຢ່າງລັບໆ ​ໃຫ້ແກ່ກຸ່ມຕາລີ ບານ ຫລືພວກກຸ່ມຫົວຮຸນແຮງອື່ນໆ ທີ່ສູ້ລົບກັບທະຫານອາເມຣິກັນ ໃນອັຟ ການີສຖານນັ້ນ.

ອິງ​ຕາມໜັງສືພິມ The New York Times ພວກເຈົ້າໜ້າທີ່ສະຫະລັດ ທີ່ບໍ່ຂໍເປີດເຜີຍຊື່ນັ້ນ​ໄດ້​ກ່າວວ່າ ການມອບສົ່ງອຸບປະກອນແລະການຊ່ວຍ ເຫລືອຕ່າງໆໄປ​ໃຫ້ປາກີສຖານ ຄົງຈະມີ​ຂຶ້ນ​ຕໍ່​ໄປໄດ້ ຖ້າຫາກວ່າຄວາມສໍາ ພັນລະຫວ່ງສະຫະລັດແລະປາກີສຖານດີຂຶ້ນ ແລະຖ້າຫາກວ່າປາກີສຖານ ມຸ່ງໝັ້ນທີ່ຈະຕໍ່ສູ້ກັບພວກກໍ່ການຮ້າຍ ຢ່າງຫ້າວຫັນ​ແລະ​ຕັ້ງໜ້າຫລາຍຂຶ້ນ ກວ່າເກົ່າ.

ຄວາມສໍາພັນລະຫວ່າງວໍຊິງຕັນ ແລະອີສລາມາບັດ ​ໄດ້ຈືດຈາງລົງໄປ ນັບຕັ້ງແຕ່ກໍາລັງ​ພິ​ເສດ​ຂອງ​ສະຫະລັດບຸກເຂົ້າໄປສັງຫານນາຍໂອຊາມາ ບິນລາເດັນ ຜູ້ນໍາກຸ່ມອາລຄາອີດາ ໃນປາກີສຖານ ໃນຕົ້ນເດືອນພຶດສະພາ ຜ່ານມາ ​ໂດຍ​ທີ່​ສະຫະລັດບໍ່​ໄດ້​ແຈ້ງ​ໃຫ້​ປາ​ກິ​ສຖານ​ຊາບ​ລ່ວງ​ໜ້າ​ເລີຍນັ້ນ.

XS
SM
MD
LG