ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມພົບປະທະຫານ ສອງຝ່າຍ ປະຈຳ ປີ ຄັ້ງທີ 12 ລະຫວ່າງ ສຫລ ກັບ ກອງທັບ ປຊຊ ລາວ


ກອງປະຊຸມພົບປະທະຫານສອງຝ່າຍຄັ້ງທີ 12 ລະຫວ່າງ ສປປ ລາວ-ສະຫະລັດ ອາເມຣິກາ, ຊຶ່ງຈັດຂື້ນຢູ່ທີ່ໂຮງແຮມ ມະໂນລັກ, ແຂວງຫລວງພຣະບາງ ໃນວັນທີ 28 ສິງຫາ 2017. ພາບຖ່າຍໂດຍ ໜັງສືພິມ ກອງທັບ.
ກອງປະຊຸມພົບປະທະຫານສອງຝ່າຍຄັ້ງທີ 12 ລະຫວ່າງ ສປປ ລາວ-ສະຫະລັດ ອາເມຣິກາ, ຊຶ່ງຈັດຂື້ນຢູ່ທີ່ໂຮງແຮມ ມະໂນລັກ, ແຂວງຫລວງພຣະບາງ ໃນວັນທີ 28 ສິງຫາ 2017. ພາບຖ່າຍໂດຍ ໜັງສືພິມ ກອງທັບ.

ເຈົ້າໜ້ທີ່ອາວຸໂສຈາກສະຖານທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ແລະ ສູນ
ບັນຊາການ ກອງທັບສະຫະລັດ ປະຈຳພາກພື້ນປາຊີຟິກ ຫຼື USPACOM ໄດ້ພົບປະ
ກັບເຈົ້າໜ້າທີ່ຂັ້ນສູງ ຈາກກະຊວງປ້ອງກັນປະເທດ ຫຼື MND ຂອງ ສປປ ລາວ ໃນ
ກອງປະຊຸມພົບປະທະຫານສອງຝ່າຍຄັ້ງທີ 12 ລະຫວ່າງ ສປປ ລາວ-ສະຫະລັດ
ອາເມຣິກາ, ຊຶ່ງຈັດຂື້ນຢູ່ທີ່ໂຮງແຮມມະໂນລັກ, ແຂວງຫລວງພຣະບາງ ໃນວັນທີ 28
ສິງຫາ 2017.

ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ
ນັນທະລັງສີ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ MND ແລະ
ພົນຈັດຕະວາ ມາກ ກີວເລັດ, ຮອງຫົວໜ້າກົມ ຫ້ອງການວາງແຜນຍຸດທະສາດ ແລະ
ນະໂຍບາຍ ສູນບັນຊາການກອງທັບສະຫະລັດ ປະຈຳພາກພື້ນປາຊິຟິກ. ພ້ອມດ້ວຍມີ
ຜູ້ແທນ 22 ທ່ານຈາກລາວ ແລະ ສະຫະລັດ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ, ລວມທັງ
ຕົວແທນ ຈາກກະຊວງການຕ່າງປະເທດຂອງລາວ ແລະ ຈາກໜ່ວຍງານການຮ່ວມມື
ປ້ອງກັນຮັກສາຄວາມປອດໄພ ນະຄອນຫລວງວໍຊິງຕັນ ດີຊີ.

ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳລາວ ທ່ານ ນ. ຣີນາ ບິດເຕີ ໄດ້ກ່າວ
ເປີດກອງປະຊຸມດັ່ງກ່າວ, ຊຶ່ງມີບາງຕອນທ່ານໄດ້ເວົ້າເຖິງໂອກາດ ແລະ ຂະແໜງການ
ຕ່າງໆ ທີ່ສຳຄັນ ສຳລັບການຂະຫຍາຍການຮ່ວມມື ທະຫານສອງຝ່າຍ, ໃນໂອກາດ
ການມາຢ້ຽມຢາມ ສປປ ລາວ ເປັນຄັ້ງປະຫວັດສາດ ຂອງອາດີດປະທານນາທິບໍດີ
ສະຫະລັດ, ລວມເຖິງການເນັ້ນຢ້ຳ ຜົນກະທົບໃນທາງບວກ ທີ່ມີຕໍ່ຄວາມສຳພັນ ໂດຍ
ລວມ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ.

ກອງປະຊຸມພົບປະທະຫານສອງຝ່າຍ BDD ແມ່ນກອງປະຊຸມແລກປ່ຽນບົດຮຽນ
ປຶກສາຫາລືກັນສອງຝ່າຍ ລະຫວ່າງກະຊວງປ້ອງກັນປະເທດຂອງລາວ ແລະ ສູນ
ບັນຊາການກອງທັບ ສະຫະລັດ ປະຈຳພາກພື້ນປາຊີຟິກ USPACOM ເພື່ອເພີ້ມ
ທະວີການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ກໍຄືການພັດທະນາໂຄງການຮ່ວມມື
ດ້ານການປ້ອງກັນຊາດ ເພື່ອເສີມຂະຫຍາຍການພົວພັນ ລະຫວ່າງ ກຳລັງປ້ອງກັນ
ຄວາມສະຫງົບຂອງພວກເຮົາ, ຊຸກຍູ້ການຮ່ວມມືທາງທະຫານ ໃນພາກພື້ນໃຫ້ຫລາຍ
ຂື້ນ, ແລະ ສົ່ງເສີມຜົນປະໂຫຍດຮ່ວມກັນຂອງທັງສອງປະເທດ. ຫົວຂໍ້ຫລັກໆ ຂອງ
ການພົບປະຄັ້ງນີ້ລວມມີ ການຮ່ວມມືທາງດ້ານວຽກງານເສນາຮັກ; ການປະຕິບັດງານ
ຮ່ວມກັນ ລະຫວ່າງ ທະຫານ ແລະ ພົນລະເຮືອນ ທີ່ລວມເອົາການຮ່ວມມື ທາງດ້ານ
ການຊ່ວຍເຫລືອ ມະນຸດສະທຳໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ການຊ່ວຍ
ເຫລືອບັນເທົາທຸກ; ການຝຶກອົບຮົມ ແລະ ໂອກາດທາງການສຶກສາ ທີ່ລວມເອົາການ
ຝຶກອົບຮົມ ດ້ານພາສາອັງກິດ ແລະ ການສຶກສາທາງດ້ານການທະຫານ; ແລະ ການ
ເຂົ້າຮ່ວມຂອງກອງທັບປະຊາຊົນລາວ ໃນກອງປະຊຸມຕ່າງໆໃນລະດັບພາກພື້ນ,
ກອງປະຊຸມປຶກສາຫາລື, ແລະ ກອງປະຊຸມລະດັບອາວຸໂສ.

XS
SM
MD
LG