ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ການໂຈມຕີຂອງກຸ່ມຮູຕີ ໃສ່ກຳປັ່ນຂອງສະຫະລັດ ໃນອ່າວ ເອເດນ ເຮັດໃຫ້ຄວາມເຄັ່ງຕຶງເພີ້ມຂຶ້ນ

ກຳປັ່ນບັນທຸກຂະໜາດໃຫຍ່ ຢິບຣອລຕາ ອີເກີລ (Gibraltar Eagle) ຖືກເຫັນກຳລັງອອກຈາກຄຣິສຕຽນແຊນ ( Kristiansand), ນໍເວ, ວັນທີ 29 ມິຖຸນາ, 2023. ກຸ່ມກະບົດຮູຕີ ໄດ້ຍິງລູກສອນໄຟ ໂຈມຕີກຳປັ່ນຂອງສະຫະລັດ ໃນວັນທີ 15 ມັງກອນ 2024, ຢູ່ນອກຝັ່ງທະເລາຂອງເຢເມນ ໃນອ່າວເອເດນ.

ພວກ​ກະບົດ ຮູຕີ ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ໂຈມ​ຕີ​ກຳ​ປັ່ນ​ຂອງ​ສະຫະລັດ​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ນອກ​ຝັ່ງ​ທະ​ເລຂອງເຢເມນ ​ໃນ​ອ່າວ ເອເດນ, ອີງຕາມອົງການຂ່າວເອພີ. ການ​ໂຈມ​ຕີ​ໃສ່​ກຳ​ປັ່ນ ຢິບຣອລຕາ ອີເກີລ (Gibraltar Eagle) ໃນ​ວັນ​ຈັນ​ວານ​ນີ້ ​ ມີ​ຂຶ້ນ​ບໍ່​ຮອດ​ນຶ່ງ​ມື້ ຫລັງ​ຈາກ​ພວກ​ກະບົດ ຮູຕີ ຂອງ​ເຢ​ເມນ​ ໄດ້​ຍິງ​ລູກ​ສອນ​ໄຟ​ຕໍ່ຕ້ານ​ກຳ​ປັ່ນ​ ໄປ​ໃສ່ກຳປັ່ນພິຄາດອາເມຣິກາ ຢູ່​ທະ​ເລ​ແດງ. ຕໍ່ມາ ພວກກະບົດຮູຕີ ໄດ້ອ້າງເອົາການໂຈມຕີ ທີ່ໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ້ມທະວີຂຶ້ນ ຢູ່ໃນພາກພື້ນນີ້ ຫຼັງຈາກການໂຈມຕີທີ່ນໍາພາໂດຍອາເມຣິກາ ໃສ່ພວກກະບົດດັ່ງກ່າວ. ການ​ໂຈມ​ຕີ​ຂອງ​ກຸ່ມ​ກະບົດ ​ໄດ້​ສ້າງຄວາມເສຍຫາຍ ໃຫ້​ການ​ຂົນ​ສົ່ງ​ທົ່ວ​ໂລກ, ທ່າມກາງ​ສົງຄາມ​ຂອງ ອິສຣາແອລ ແລະ ກຸ່ມຮາມາສ ​ໃນ​ເຂດ ກາຊາ, ​ໃນ​ຂະນະ​ທີ່​ພວກ​ເຂົາ​ ໄດ້​ແນ​ເປົ້າ​ໃສ່​ເສັ້ນທາງ​ທີ່​ສຳຄັນ ​ທີ່​ເຊື່ອມ​ຕໍ່​ການຂົນສົ່ງພະລັງງານ​ຂອງ​ເອເຊຍ ແລະ​ຕາ​ເວັນ​ອອກ​ກາງ ​ແລະ​ການ​ຂົນ​ສົ່ງ​ສິນຄ້າ​ຜ່ານ​ຄອງ ຊູເອສ (Suez) ເພື່ອ​ໄປ​ຫາຢູ​ໂຣບ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG