ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແຊງໜ້າ ຊາອູດິ ອາເຣເບຍ ເປັນຜູ້ຜະລິດນ້ຳມັນ ລາຍໃຫຍ່ທີ່ສຸດ ໃນໂລກ


US Overtakes Saudi Arabia as World's Largest Oil Producer
please wait

No media source currently available

0:00 0:02:13 0:00
ລິງໂດຍກົງ

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ສະຫະລັດ ຕອນນີ້ແມ່ນຜູ້ຜະລິດນ້ຳມັນທີ່ໃຫຍ່ທີ່ສຸດໃນໂລກ. ນີ້ອີງ
ຕາມການລາຍງານໃໝ່ ໂດຍບໍລິສັດ BP Energy, ເຊິ່ງໃຫ້ເຫດ
ຜົນວ່າເປັນຍ້ອນ “ການປະຕິວັດ ການເຈາະນ້ຳມັນຈາກ ແຜ່ນຫີນ” ທີ່ເຮັດໃຫ້ການການຜະລິດນ້ຳມັນແລະແກັສທຳມະຊາດ ຂອງ
ອາເມຣິກາ ເພີ່ມຂຶ້ນຢ່າງວ່ອງ​ໄວ ທີ່ໄດ້ຊ່ວຍໃຫ້ ສະຫະລັດ ກະໂດດ ຂ້າມບັນດາປະເທດຜະລິດນ້ຳມັນທີ່ໃຫຍ່ທີ່ສຸດໃນໂລກ. ແຕ່ຄົນອື່ນ
ກ່າວວ່າ ການເພີ່ມຂຶ້ນໃນການຜະລິດນ້ຳມັນແມ່ນງ່າຍດາຍແຕ່ວ່າ
ຮຽນຮູ້ ທີ່ຈະໃຊ້ມັນໃຫ້ໜ້ອຍລົງ ແມ່ນຍາກ. Mil Garcia ມີລາຍ
ງານ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ສຳລັບບັນດາຜູ້ຜະລິດພະລັງງານ​ທັງຫຼາຍ, ມັນແມ່ນເວລາຂອງ​ການ​ປ່ຽນ​ແປງຄັ້ງໃຫຍ່ ລາຄາ ນ້ຳມັນປີນີ້ ແມ່ນຕ່ຳທີ່ສຸດໃນຮອບສິບປີ. ການບໍລິໂພກນ້ຳມັນທົ່ວໂລກແມ່ນເພີ່ມຂຶ້ນຊ້າທີ່ສຸດ ໃນຮອບຫຼາຍທົດສະວັດ.

ແລະ ຕອນນີ້ ອີງຕາມການລາຍງານໃໝ່ ກ່ຽວກັບ ການສະໜອງພະລັງງານຂອງໂລກ. ນັກເສດຖະສາດຂອງ ບໍລິສັດ BP Energy ທ່ານ Spencer Dale ກ່າວວ່າ ສະຫະລັດ ຕອນນີ້ແມ່ນຢູ່ລະດັບສູງສຸດຂອງຕ່ອງໂສ້ການຜະລິດນ້ຳມັນ.

ທ່ານ Spencer Dale ເວົ້າວ່າ “ຢູ່ຈຸດສູງສຸດຂອງພວກເຂົາປີກາຍນີ້, ເຄື່ອງຂຸດເຈາະນ້ຳມັນ ຫຼາຍກວ່າ 1800 ເຄື່ອງ ໄດ້ປະຕິບັດການຢູ່ໃນພື້ນທີ່ນ້ຳມັນ ແລະ ແກັສ ທີ່​ສຳ​ຄັນ​ຂອງ ສະຫະລັດ, ​ເຊິ່ງຂຸດເຈາະບໍ່ນ້ຳ​ມັນໃໝ່ປະມານ 40000 ແຫ່ງ.”

ມັນແມ່ນບໍ່ນ້ຳມັນທີ່ມີຫຼາຍພໍເພື່ອເພີ່ມການຜະລິດຂອງ ສະຫະລັດ ໃຫ້ຮອດ 11.6 ລ້ານ ຖັງຕໍ່ມື້ ເຊິ່ງແມ່ນ 16 ເປີເຊັນ ຫຼາຍກວ່າປີກາຍນີ້ໂດຍປະມານ. ມີຫຼາຍພໍທີ່ຈະແຊງໜ້າ ກາຍອະດີດຜູ້ ຜະລິດລາຍໃຫຍ່ທີ່ສຸດໃນໂລກເຊັ່ນ ຊາອູດິ ອາເຣເບຍ. ເຫດຜົນສ່ວນໜຶ່ງແມ່ນເປັນຍ້ອນການ ຂະຫຍາຍການໃຊ້ເທັກໂນໂລຈີທີ່ເອີ້ນວ່າ frackin ເຊິ່ງກັ່ນເອົາຜະລິດຕະພັນນ້ຳມັນດິບເພີ່ມ ເຕີມຈາກແຫຼ່ງນ້ຳມັນຢູ່ໃນແຜ່ນຫີນ ທີ່ຄັ້ງໜຶ່ງເຄີຍຄິດວ່າໄກຈົນຢື້ບໍ່ ເຖິງ. ທ່ານ Dale ກ່າວວ່າ ເທັກໂນໂລຈີເປັນໂຕແທນການປ່ຽນແປງອັນເລິກເຊິ່ງໃນການ ຜະລິດພະລັງງານ.

ທ່ານ Dale ເວົ້າວ່າ“ການປະຕິວັດໃນການເຈາະນ້ຳມັນດິບຈາກແຜ່ນຫີນແມ່ນຄວາມ ສຳເລັດອັນໃໝ່ຂອງ ສະຫະລັດ, ເຮັດໃຫ້ລາຄານ້ຳມັນຕົກຕ່ຳຢ່າງວ່ອງໄວ, ການປ່ອຍ ທາດຄາບອນ ແມ່ນຄາດ ໝາຍວ່າຈະເພີ່ມຂຶ້ນໃນລະດັບທີ່ຊ້າທີ່ສຸດໃນຮອບຫຼາຍກວ່າ 15 ປີ.”

ແຕ່ວ່າເທັກໂນໂລຈີດັ່ງກ່າວຍັງຄົງເປັນທີ່ຖົກຖຽງ. ໂຮງຮຽນທຸລະກິດໂລກທີ່ເປັນມິດຕໍ່ສິ່ງ ແວດລ້ອມກ່າວວ່າ ການເພີ່ມການຜະລິດ ໝາຍເຖິງຄວາມສ່ຽງທີ່ສູງຂຶ້ນຕໍ່ຫາດຊາຍ ເຊັ່ນ ແຫ່ງນີ້ໃນລັດຄາລີຟໍເນຍ.ບ່ອນທີ່ທໍ່ນ້ຳມັນໄດ້ແຕກເຮັດ​ໃຫ້ນ້ຳມັນດິບຫຼາຍກວ່າໜຶ່ງແສນ ກາລອນຮົ່ວອອກມາ.

ທ່ານ Matt Renner ຊຶ່ງເປັນກຳມະການບໍລິຫານຂອງກຸ່ມກ່າວວ່າ:
“ການເຮັດນ້ຳມັນຮົ່ວຢູ່ບ່ອນໃດກໍ່ຕາມແມ່ນເປັນອາຊະຍາກຳ. ນ້ຳມັນຄວນຢູ່ໃຕ້ ພື້ນດິນ, ແລະ ພວກເຮົາຕ້ອງປ່ອຍນ້ຳມັນ​ທີ່​ຍັງ​ເຫຼືອ​ທັງ​ໝົດໄວ້ຢູ່ໃນຫັ້ນ.”

ແລະ ເມື່ອການເພີ່ມຈຳນວນການຜະລິດໝາຍເຖິິງ ສະຫະລັດ ບໍ່ໄດ້ເພິ່ງພາອາໄສການນຳ ເຂົ້າພະລັງງານຈາກຕ່າງປະເທດອີກ​ຕໍ່​ໄປ, ທ່ານ Bob Deans ແມ່ນໂຄໂສກສຳລັບສະພາ ປ້ອງກັນຊັບພະຍາກອນທຳມະຊາດໄດ້ກ່າວວ່າ ສິ່ງທ້າທາຍບໍ່ເຄີຍແມ່ນ ວິທີການຜະລິດ ນ້ຳມັນເພີ່ມຂຶ້ນ ແຕ່ວ່າແມ່ນວິທີການໃຊ້ນ້ຳມັນໃຫ້ໜ້ອຍລົງ.

ທ່ານ Bob Deans ເວົ້າວ່າ “ພວກເຮົາຕ້ອງເຊົາຈູດນ້ຳມັນໃນລັດ Oklahoma, Kansas, Ohio, Pensylvania ທົ່ວປະເທດແຫ່ງນີ້ ແລະ ທົ່ວໂລກ. ສິ່ງນັ້ນຈະຕ້ອງເປັນເປົ້າໝາຍ ໄລຍະຍາວ.”

ແຕ່ຈົນກວ່າມັນຈະເກີດຂຶ້ນ, ການລາຍງານຂອງ BP ກ່າວວ່າ ພາກສ່ວນອຸດສະຫະກຳ ການຜະລິດ ແມ່ນກຳລັງໄດ້ຜົນປະໂຫຍດຈາກລາຄາ ນ້ຳມັນທີ່ຕ່ຳ ແລະ ໄດ້ເພີ່ມສະຖຽນ ລະພາບໃຫ້ແກ່ ປະເທດ ເຊິ່ງໃນຕອນນີ້ຜະລິດພະລັງງານ 90 ເປີເຊັນທີ່ຕົນບໍລິໂພກເອງ.

XS
SM
MD
LG