ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ “ໂກດແຄ້ນ” ຫຼັງຈາກ ຈະຫຼວດຫຼາຍລູກ ຕົກໃສ່ ນະຄອນຫຼວງ ແບັກແດດ


ໃນຮູບວັນທີ 3 ມັງກອນ, 2020 ນີ້, ສະຖານທູດ ສະຫະລັດ ສາມາດແນມເຫັນໄດ້ຂ້າມຟາກແມ່ນໍ້າ ໄທກຣິສ, ນະຄອນຫຼວງ ແບັກແດດ, ປະເທດ ອີຣັກ.
ໃນຮູບວັນທີ 3 ມັງກອນ, 2020 ນີ້, ສະຖານທູດ ສະຫະລັດ ສາມາດແນມເຫັນໄດ້ຂ້າມຟາກແມ່ນໍ້າ ໄທກຣິສ, ນະຄອນຫຼວງ ແບັກແດດ, ປະເທດ ອີຣັກ.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ສະແດງຄວາມໂກດແຄ້ນໃນວັນຈັນວານນີ້ ຫຼັງຈາກມີການຍິງຈະ ຫຼວດສາມລູກໃສ່ນະຄອນຫຼວງ ແບັກແດດ, ເຊິ່ງສອງລູກໃນນັ້ນໄດ້ຕົກລົງໃສ່ເຂດປ້ອງກັນສີຂຽວ ຂອງນະຄອນຫຼວງດັ່ງກ່າວ.

ເຈົ້າໜ້າທີ່ ອີຣັກ ໄດ້ກ່າວວ່າ ຈະຫຼວດ ຄັດຢູຊາ (Katyusha) ປາກົດວ່າຖືກຍິງຈາກໝູ່ບ້ານທີ່ຢູ່ໃກ້ຄຽງ ແຕ່ວ່າບໍ່ມີໃຜໄດ້ຮັບບາດເຈັບ.

ກອງທັບ ອີຣັກ ໄດ້ກ່າວວ່າລົດສີ່ຄັນໄດ້ຮັບຄວາມເສຍຫາຍ, ພ້ອມກັບຊັບສິນບາງຢ່າງ.

ລາຍງານໃນເບື້ອງຕົ້ນໄດ້ລະບຸວ່າຈະຫຼວດທີ່ຖືກຍິງໃສ່ເຂດສີຂຽວນັ້ນໄດ້ຕົກລົງໃກ້ກັບສະຖານ ທູດ ສະຫະລັດ ແລະ ກໍໃກ້ກັບກອງບັນຊາການປະຕິບັດການຮ່ວມ, ບ່ອນທີ່ເຈົ້າໜ້າທີ່ກອງທັບ ສະຫະລັດ ໄດ້ປະສານງານກັບກອງທັບ ອີຣັກ ໃນການຕໍ່ສູ້ກັບກຸ່ມກໍ່ການຮ້າຍລັດອິສລາມ.

ບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ, ເຊິ່ງໄດ້ມີຂຶ້ນພຽງນຶ່ງອາທິດ ຫຼັງຈາກການໂຈມຕີດ້ວຍຈະຫຼວດຢູ່ນອກສະໜາມບິນສາກົນ ເອີບິລ (Irbil) ທາງພາກເໜືອຂອງ ອີຣັກ, ທີ່ໄດ້ສັງຫານພະນັກງານສັນຍາຈ້າງຂອງພັນທະມິດທີ່ນຳພາໂດຍ ສະຫະລັດ ແລະ ບາດເຈັບ 9 ຄົນ, ລວມທັງສະມາຊິກກອງທັບ ສະຫະລັດ ຄົນນຶ່ງ.

ໂຄສົກກະຊວງການຕ່າງປະເທດ ທ່ານ ເນັດ ໄພຣສ໌ (Ned Price) ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນຈັນວານນີ້ວ່າ “ພວກເຮົາໂກດແຄ້ນກັບການໂຈມຕີຄັ້ງຫຼ້າສຸດນີ້. ປະຊາຊົນ ອີຣັກ ໄດ້ປະສົບຄວາມທຸກຍາກລຳບາກມາເປັນເວລາດົນນານໂພດແລ້ວ ຈາກຄວາມຮຸນແຮງປະເພດນີ້, ແລະ ການລ່ວງລະເມີດຕໍ່ອຳນາດອະທິປະໄຕຂອງພວກເຂົາເຈົ້າ.”

ປັດຈຸບັນນີ້, ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ປະຕິເສດທີ່ຈະຖິ້ມໂທດໃສ່ກຸ່ມໃດກຸ່ມນຶ່ງສຳລັບການໂຈມຕີນັ້ນ, ເຖິງແມ່ນວ່າກຸ່ມ ຊາຣາຢາ ອໍລີຢາ ອາລ-ດາມ (Saraya Awliya al-Dam), ທີ່ເປັນທະຫານບ້ານນິກາຍຊີໄອ້, ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີທີ່ຮ້າຍແຮງໃນເມືອງ ເອີບິລ ກໍຕາມ.

ໂຄສົກທຳນຽບຫ້າແຈ ທ່ານ ຈອນ ເຄີບີ ໄດ້ກ່າວໃນວັນຈັນວານນີ້ວ່າ ບັນດາເຈົ້າໜ້າທີ່ກອງທັບ ແມ່ນພິຈາລະນາການໂຈມຕີດັ່ງກ່າວ “ຢ່າງຈິງຈັງແທ້ໆ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG