ສະຫະລັດ ໄດ້ອອກຄຳສັ່ງໃຫ້ບັນດາຄອບຄົວທະຫານ ຍົກຍ້າຍ
ອອກຈາກບາງເຂດ ຂອງພາກໃຕ້ເທິກີ ເນື່ອງຈາກມີຄວາມເປັນ
ຫ່ວງດ້ານຄວາມປອດໄພ.
ທຳນຽບຫ້າແຈໄດ້ອອກຄຳສັ່ງໃຫ້ຍົກຍ້າຍສະມາຊິກຄອບຄົວ
ທະຫານ 670 ຄົນ ອອກຈາກຖານທັບອາກາດ Incirlik ເມືອງ
Ismir ແລະ Mugla.
ໂຄສົກທຳນຽບຫ້າແຈ ທ່ານ Peter Cook ກ່າວຕໍ່ບັນດານັກ
ຂ່າວໃນວັນອັງ ຄານວານນີ້ວ່າ “ບໍ່ມີການຂົ່ມຂູ່ທີ່ເຈາະຈົງໃດໆ
ທີ່ເຮັດໃຫ້ມີການເຄື່ອນໄຫວດັ່ງ ກ່າວ. ນີ້ເປັນການຕັດສິນໃຈ
ເພື່ອຄວາມລະມັດລະວັງໂດຍທົ່ວໄປ.”
ຖະແຫລງາການ ຂອງນາຍພົນ Philip M. Breedlove ຜູ້ບັນຊາການກຳລັງ ສະຫະລັດ
ໃນຢູໂຣບ ແຈ້ງວ່າ ການຕັດສິນໃຈຍົກຍ້າຍ ບັນດາຄອບຄົວທະຫານ ແລະພົນລະເຮືອນ
ໄດ້ມີຂຶ້ນ “ໂດຍການປຶກສາຫາລືກັບລັດຖະບານເທິກີ ກະຊວງຕ່າງປະເທດ ແລະ
ລັດຖະມົນຕີປ້ອງກັນປະເທດຂອງພວກເຮົາ.”
ສະມາຊິກຄອບຄົວທະຫານໜຶ່ງຮ້ອຍຄົນ ຢຸູ່ທີ່ນະຄອນຫຼວງ Ankara ແລະນະຄອນ
Istanbul ຈະບໍ່ໄດ້ຮັບຜົນກະທົບໃດໆຈາກຄຳສັ່ງດັ່ງກ່າວ.
ທ່ານ Cook ກ່່າວວ່າ “ທຳນຽບຫ້າແຈ ຫລິງເຫັນວ່າເປັນທີ່ເໝາະສົມສຳລັບບັນດາສະມາ
ຊິກຄອບຄົວທະຫານ ທີ່ຈະຢູ່ໃນສອງຫົວເມືອງດັ່ງກ່າວຂອງເທິກີ“ເພາະວ່າບັນຍາກາດ
ດ້ານຄວາມປອດໄພຢູ່ທີ່ນັ້ນ ແລະມາດຕະການລະມັດລະ ວັງບາງຢ່າງມີໄວ້ແລ້ວຢູ່ທີ່
ນັ້ນ.”
ການຍົກຍ້າຍນີ້ ບໍ່ແມ່ນການຕັດສິນໃຈທີ່ຖາວອນ ເພື່ອຫ້າມບໍ່ໃຫ້ສະມາຊິກຂອງຄອບ
ຄົວພັກພາອາໄສຢຸູ່ສະຖານທີ່ເຫລົ່ານັ້ນ ອີງຕາມຖະແຫລງການຮ່ວມຂອງ ກະຊວງປ້ອງ
ກັນປະເທດ ແລະກະຊວງຕ່າງປະເທດສະຫະລັດ.
ຖະແຫລງການກ່າວວ່າ ຖານທັບ Incirlik ຈະສືບຕໍ່ມີບົດບາດອັນສຳຄັນໃນ ການປະຕິ
ບັດງານຂອງສະຫະລັດ ແລະເທິກີ ເພື່ອຕໍ່ຕ້ານກຸ່ມລັດອິສລາມ.