ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ​ ຍົກຍ້າຍ​ ພະນັກງານ​ ທີ່​ບໍ່​ຈໍາ​ເປັນ​ ອອກຈາກ ເຢ​ເມນ (ວີດີໂອ/ສະໄລດ໌)


ການກວດກາຮັກສາຄວາມປອດໄພຢ່າງເຂັ້ມງວດຕາມຈຸດຕ່າງໆ
ໃນເຢເມນ
ການກວດກາຮັກສາຄວາມປອດໄພຢ່າງເຂັ້ມງວດຕາມຈຸດຕ່າງໆ ໃນເຢເມນ
ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້ສັ່ງ​ໃຫ້​ຍົກຍ້າຍ​ພະນັກ
ງານ​ທີ່​ບໍ່​ຈໍາ​ເປັນ​ປະຈຳ​ສະຖານທູດອາ​ເມຣິກັນ​ໃນເຢ​ເມນອອກ
​ຈາກ​ປະ​ເທດ​ດັ່ງກ່າວ ເນື່ອງ​ຈາກ​ການ​ຂົ່ມຂູ່​ຂອງພວກ​ກໍ່​ການ​
ຮ້າຍ ​ໃນ​ຂະນະ​ທີ່ມີ​ລາຍ​ງານ​ແຈ້ງວ່າ ​ໄດ້​ມີ​ການ​ຈັບ​ການສື່ສານ​
ສົນທະນາ​ຂ​ອງກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໄດ້ ທີ່​ຍັງ​ຜົນ​ໃຫ້​ມີ​
ການ​ປິດສະຖານທູດສະຫະລັດ​ຈໍານວນ​ສິບ​ກວ່າ​ແຫ່ງນັ້ນ.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ ທີ່​ນຳ​ອອກ​ເຜີຍ​ແຜ່ໃນວັນອັງຄານ​ມື້​ນີ້
ໄດ້​ຮຽກຮ້ອງ​ໃຫ້​ຊາວ​ອາ​ເມຣິກັນ​ໃຫ້​ເດີນທາງ​ອອກ​ຈາກ​ປະ​ເທດ​
ດັ່ງກ່າວ ຍ້ອນ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່​ຈະ​ເກີດ​ທັງການ​ໂຈມ​ຕີ​
ຂອງ​ພວກກໍ່​ການ​ຮ້າຍ ​ແລະເກີດ​ຄວາມ​ວຸ້ນວາຍ​ຂຶ້ນ.

ອັງກິດກໍ​ໄດ້​ຖອນພະນັກງານ​ທັງ​ໝົດ​ໃນ​ສະຖານທູດຂອງ​ຕົນ​ຢູ່ເຢ​ເມນອອກເພາະ​ເປັນ​ຫ່ວງ
ເລື່ອງຄວາມປອດ​ໄພ.

​ໃນ​ຂະນະ​ດຽວ​ກັນ​ ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຂອງ​ເຢ​ເມັນ ກ່າວ​ວ່າ ​ການ​ໂຈມ​ຕີ​ໂດຍ
ເຮືອ​ບິນ​ທີ່​ບໍ່​ມີ​ຄົນ​ຂັບຂອງ​ສະຫະລັດ ​ໄດ້​ສັງ​ຫານ​ 4 ຄົນ ທີ່​ສົງ​ໄສ​ວ່າເປັນສະມາຊິກຂອງ​ກຸ່ມ​
ກໍ່​ການ​ຮ້າຍ al-Qaida ​ໃນແຂວງ Marib.

Ayman al-Zawahiri ຫົວໜ້າຄົນສໍາຄັນຂອງກຸ່ມ Al-Qaeda
Ayman al-Zawahiri ຫົວໜ້າຄົນສໍາຄັນຂອງກຸ່ມ Al-Qaeda

ກ່ອນ​ໜ້າ​ນີ້ ສື່​ມວນ​ຊົນຂອງສະຫະລັດລາຍ​ງານ​ວ່າ ການ​ປິດ​
ສະ​ຖານ​ທູດສະຫະ​ລັດ​ໄດ້​ມີ​ຂຶ້ນ​ຍ້ອນ​ຈັບ​ໄດ້​ການ​ສື່ສານ​ຄົມ
ມະນາຄົມ ລະຫວ່າງ​ຜູ້ນຳ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາລກາ​ອີ​ດາ
ທ້າວ Ayman al-Zawahri ​ແລະສາຂາກຸ່ມ​ກໍ່​ການ​ຮ້າຍ
ອາລກາ​ອີດາ​ໃນ​ເຢ​ເມນ. ລາຍ​ງານ​ຂ່າວ​ແຈ້ງວ່າ ທ້າວ al-
Zawahri ​ໄດ້​ສັ່ງ​ໃຫ້​ທ້າວ Nasir al-Wuhayshi ຫົວໜ້າ
​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລກາ​ອີ​ດາ​ໃນ​ແຫຼມອາຣາ​ເບຍ ທຳ​ການ
ໂຈມ​ຕີ​ເລີ້ມ​ໃນ​ວັນ​ອາທິດ​ທີ່​ຜ່ານມາ. ​ເມື່ອ​ໄວໆ​ມານີ້
ທ້າວal-Wuhayshi ​ໄດ້​ຖືກ​ທ້າວal-Zawahri ​ເລື່ອນ​ຕຳ
​ແໜ່​ງຂຶ້ນ ​ເປັນ​ຜູ້​ສຳຄັນ​ໝາຍ​ເລກ​ສອງ​ຂອງ​ກຸ່ມ​ອາລກາ​ອີ​ດາ.


ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ການ​ສື່ສານ​ຄົມມະນາຄົມ​ທີ່​ວ່າ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ ທ້າວ
al-Zawahri ພວມ​ປະຕິບັດ​ງານ​ໂດຍ​ຜ່ານ​ພວກ​ຜູ້ຕາງໜ້າ​ປະຈຳ​ຂົງ​ເຂດ ຊຶ່ງ​ໃນ​ເວລາ
​ນີ້ກຸ່ມ ​ແກນ​ກາງຂອງ​ອາລກາ​ອີ​ດາ ມີ​ຄວາມ​ອ່ອນ​ແອ​ລົງ​ຢ່າງ​ຫຼວງຫລາຍ.

ສະຖານທູດ​ຂອງ​ສະຫະລັດ​ຈຳນວນ​ນຶ່ງ​ໄດ້​ເປີດ​ຄືນ​ໃນ​ວັນ​ຈັນ​ວານ​ນີ້ ຫຼັງຈາກ​ໄດ້​ປິດ​ລົງ
​ເປັນ​ເວລາ​ນຶ່ງ​ມື້ ຮວມທັງ​ສະຖານທູດ​ທີ່​ນະຄອນ​ອາລ​ເຈຍ ​ແບັກ​ແດັດ ດາ​ກາ ​ແລະ​ກາບູລ.
ສ່ວນ​ສະຖານທູດ​ສະຫະລັດ​ອີກ 19 ​ແຫ່ງ ຍັງ​ຈະ​ປິດ​ຕໍ່​ໄປ ຮວມທັງ​ສະຖານທູດທີ່​ກຸງ​ອຳມານ
​ໄຄ​ໂຣ ​ຊາ​ນາ​ອາ ​ແລະ​ຕຣີ​ໂປ​ລີ.

ກະຊວງ​ການຕ່າງປະ​ເທດ​ສະຫະລັດ​ ເວົ້າວ່າ ຕົນ​ຍັງ​ສັ່ງ​ໃຫ້​ສະຖານທູດທັງ 19 ​ແຫ່ງ​ປິດ
​ກໍ​ເພື່ອ​ເປັນ​ການ​ລະວັງ​ໄວ້ລ່ວງ​ໜ້າ. ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ
Marie Harf ກ່າວ​ວ່າ ​ເຈົ້າໜ້າ​ທີ່​ຈະ​ສືບ​ຕໍ່​ວິ​ເຄາະ​ເບິ່ງ​ຂໍ້​ມູນ​ຂ່າວ​ກອງ​ ໃນ​ຂະນະ​ທີ່​ຊັ່ງຊາ
​ຕີ​ລາຄາ​ເບິ່ງ​ຄວາມ​ຈຳ​ເປັນ​ທາງ​ດ້ານ​ຄວາມ​ປອດ​ໄພ.

US EMBASSY THREAT VO.mov
please wait

No media source currently available

0:00 0:00:46 0:00



XS
SM
MD
LG