ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສັ່ງໃຫ້ສະມາຊິກຄອບຄົວ ຂອງສະຖານທູດ ເດີນທາງອອກຈາກ ຢູເຄຣນ


ຮັກເດີນທາງລາກຫີບຂອງເຂົາເຈົ້າຜ່ານສະໜາມບິນສາກົນ ບໍຣີສປິລ, ຢູ່ນອກນະຄອນຫຼວງ ກີຢິບ, ຢູເຄຣນ. 15 ມິຖຸນາ, 2020.
ຮັກເດີນທາງລາກຫີບຂອງເຂົາເຈົ້າຜ່ານສະໜາມບິນສາກົນ ບໍຣີສປິລ, ຢູ່ນອກນະຄອນຫຼວງ ກີຢິບ, ຢູເຄຣນ. 15 ມິຖຸນາ, 2020.

ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານ ໂຈເຊັບ ບໍແຣລ ໄດ້ກ່າວໃນວັນຈັນມື້ນີ້ວ່າ ສະຫະພາບ ຢູໂຣບ ແມ່ນບໍ່ໄດ້ມີແຜນທີ່ປະ ຕິບັດຕາມ ສະຫະລັດ ໃນການຖອນສະມາ ຊິກຄອບຄົວຂອງບັນດານັກການທູດອອກຈາກ ຢູເຄຣນ ທ່າມກາງຄວາມເຄັ່ງຕຶງກັບ ຣັດເຊຍ.

ທ່ານ ບໍແຣລ ໄດ້ກ່າວໃນຂະນະທີ່ທ່ານເດີນທາງຮອດ ສຳລັບກອງປະຊຸມຂອງບັນດາລັດຖະມົນຕີຕ່າງປະເທດສະຫະພາບ ຢູໂຣບ, ເຊິ່ງລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ມີແຜນທີ່ຈະເຂົ້າຮ່ວມທາງອອນໄລນ໌.

ທ່ານ ບໍແຣລ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາຈະບໍ່ເຮັດແບບດຽວກັນ ເພາະວ່າພວກເຮົາບໍ່ຮູ້ເຫດຜົນທີ່ສະເພາະເຈາະຈົງໃດໆ. ແຕ່ລັດຖະມົນຕີ ບລິງເຄັນ ຈະແຈ້ງໃຫ້ພວກເຮົາຮູ້.”

ກະຊວງການຕ່າງປະເທດ ສະຫະລັດ ໃນວັນອາທິດວານນີ້ໄດ້ສັ່ງໃຫ້ບັນດາສະມາຊິກຄອບຄົວທີ່ມີສິດເດີນທາງອອກຈາກສະຖານທູດ ສະຫະລັດ ໃນນະຄອນຫຼວງ ກີຢິບ ແລະ ໄດ້ອະນຸຍາດການອາສາສະໝັກ ເດີນທາງອອກຂອງພະນັກງານ ສະຫະລັດ ທີ່ຖືກວ່າຈ້າງໂດຍກົງ ຍ້ອນໄພຂົ່ມຂູ່ທີ່ມີຢ່າງຕໍ່ເນື່ອງ ກ່ຽວກັບ ການກະທຳຂອງທະຫານ ຣັດເຊຍ ຕໍ່ ຢູເຄຣນ.

ກະຊວງການຕ່າງປະເທດຍັງໄດ້ຂໍໃຫ້ປະຊາຊົນ ສະຫະລັດ ໃນ ຢູເຄຣນ ພິຈາລະນາການເດີນທາງອອກຈາກປະເທດດັ່ງກ່າວດ້ວຍການໃຊ້ທາງເລືອກການເດີນທາງດ້ານການຄ້າ ຫຼື ແບບສ່ວນຕົວອື່ນໆທີ່ມີໃຫ້.

ກະຊວງການຕ່າງປະເທດໄດ້ອອກຄຳເຕືອນການເດີນທາງລະດັບ 4 ຄືນໃໝ່ສຳລັບ ຢູເຄຣນ, ໂດຍເວົ້າວ່າ “ບໍ່ໃຫ້ເດີນທາງໄປ ຢູເຄຣນ ຍ້ອນໄພຂົ່ມຂູ່ທີ່ເພີ່ມຂຶ້ນຂອງການກະທຳຂອງທະຫານ ຣັດ ເຊຍ ແລະ ໂຄວິດ-19.” ກ່ອນໜ້ານີ້, ຄຳເຕືອນການເດີນທາງແມ່ນໄດ້ຢູ່ລະດັບ 4 ເຊັ່ນກັນ, ຍ້ອນໂຄວິດ-19.

ກະຊວງການຕ່າງປະເທດຍັງໄດ້ອອກຄຳຊີ້ນຳ ກ່ຽວກັບ ການເດີນທາງຄືນອີກໃນຄືນວັນອາທິດວານນີ້ ກ່ຽວກັບ ການເດີນທາງໄປ ຣັດເຊຍ ວ່າ “ບໍ່ໃຫ້ເດີນທາງໄປ ຣັດເຊຍ ຍ້ອນຄວາມເຄັ່ງຕຶງທີ່ກຳລັງດຳເນີນຢູ່ຕາມເຂດຊາຍແດນຕິດກັບ ຢູເຄຣນ, ຄວາມເປັນໄປໄດ້ສຳລັບການຮາວີລົບກວນຕໍ່ປະຊາຊົນ ສະຫະລັດ, ການຈຳກັດຄວາມສາມາດຂອງສະຖານທູດເພື່ອຊ່ວຍເຫຼືອປະຊາຊົນ ສະ ຫະລັດ ໃນ ຣັດເຊຍ, ໂຄວິດ-19 ແລະ ການຫ້າມທີ່ກ່ຽວຂ້ອງກັບການເດີນ ທາງເຂົ້າ, ລັດທິກໍ່ການຮ້າຍ, ການຮາວີລົບກວນໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພຂອງລັດຖະບານ ຣັດເຊຍ, ແລະ ການບັງຄັບໃຊ້ກົດໝາຍພາຍໃນທ້ອງຖິ່ນໂດຍປາສະຈາກເຫດຜົນ.”

ເມື່ອຖືກຖາມ ກ່ຽວກັບ ການເລືອກເວລາຂອງການກະທຳທີ່ວ່ານີ້ໃນວັນແລງວັນອາທິດວານນີ້ທີ່ນະຄອນຫຼວງ ວໍຊິງຕັນ, ເຈົ້າໜ້າທີ່ອາວຸໂສກະຊວງການຕ່າງ ປະເທດໄດ້ກ່າວຕໍ່ບັນດານັກຂ່າວວ່າ ມັນໄດ້ເກີດຂຶ້ນຍ້ອນສະພາບແວດລ້ອມຂອງການລາຍງານວ່າ ຣັດເຊຍ ແມ່ນກຳລັງວາງແຜນດຳເນີນການທາງທະ ຫານຄັ້ງໃຫຍ່ຕໍ່ ຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG