ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ສະຫະລັດສົ່ງ ກຳປັ່ນບັນທຸກເຮືອບິນ ໄປຍັງອ່າວເປີເຊຍ ຍ້ອນວິກິດການ ໃນອິຣັກ (ວີດີໂອ)


ກຳປັ່ນບັນທຸກເຮືອບິນ USS George H.W. Bush (ລຸ້ນ CVN 77) ທີ່ຖືກສັ່ງໃຫ້ເຄື່ອນເຂົ້າໄປ ຍັງເຂດອ່າວເປີເຊຍ.
ສະຫະລັດ​ໄດ້​ສັ່ງ​ໃຫ້​ສົ່ງ​ກຳ​ປັ່ນ​ບັນທຸກ​ເຮືອບິນ​ລຳ​ນຶ່ງ​ໄປ​ຍັງ
​ອ່າວ​ເປີ​ເຊຍ ​ໃນ​ການ​ຕອບ​ໂຕ້​ຕໍ່​ ວິ​ກິດ​ການ​ໃນ​ອີຣັກ.

ພົນ​ເຮືອ​ຕີ John Kirby ​ໂຄສົກ​ປະຈຳ​ທຳນຽບຫ້າ​ແຈ ກ່າວ​
ວ່າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Chuck
Hagel ​ໄດ້​ສັ່ງ​ໃຫ້ ກຳ​ປັ່ນ​ບັນທຸກ​ເຮືອບິນ USS George
H.W. Bush ​ເຄື່ອນ​ອອກ​ຈາກ​ທະ​ເລ​ອາ​ເຣບຽນ​ເໜືອ ​ໄປ​
ຍັງ​ອ່າວ​ເປີ​ເຊຍ​ ໃນ​ວັນ​ເສົາ​ວານ​ນີ້.

ພົນ​ເຮືອ​ຕີ Kirby ​ເວົ້າອີກ​ວ່າ ຄຳ​ສັ່ງ​ດັ່ງກ່າວ​ອຳນວຍ​ໃຫ້​
ປະທານາທິ ບໍດີ ບາຣັກ ​ໂອ​ມາ​ມາ ມີທາງເລືອກຫລາຍ​ຂຶ້ນ
ຖ້າ​ຫາກຈຳ​ເປັນ​ຕ້ອງ​ໄດ້​ເອົາບາດກ້າວທາງ​ທະຫານ ​ເພື່ອ​ປົກ​ປ້ອງ​ຊີວິດ​ຂອງ​ຊາວ​ອາ
ເມຣິກັນ ພົນລະ​ເມືອງ ​ແລະ​ຜົນ​ປະ​ໂຫຍ​ດຂອງ​ສະຫະລັດ ໃນ​ອີຣັກ.”

​ເຮືອ​ລາດ​ຕາ​ເວນທີ່​ຕິດລູກ​ສອນ​ໄຟ​ນຳ​ວິຖີລຳ​ນຶ່ງ​ ແລະ​ເຮືອ​ພິຄາດ​ທີ່​ຕິດ​ລູກ​ສອນ​ໄຟນຳ
​ວິຖີ​ລຳ​ນຶ່ງ ຈະ​ຕິດຕາມ​ກຳ​ປັ່ນບັນທຸກ​ເຮືອບິນ​ລຳ​ດັ່ງກ່າວ​ໄປ​ນຳ.

​ໃນ​ຂະນະ​ດຽວ​ກັນ ອົງການ​ຂ່າວ​ຝຣັ່ງ ລາຍ​ງານ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອີຣັກ
​ບັ້ນ​ນຶ່ງ ໄດ້​ຖືກຂະ​ບວນ​ລົດຂອງ​ກຳລັງ​ຊາວ Kurd ໃນພາກ​ຕາ​ເວັນ​ອອກ​ຂອງ​ອີຣັກ ຊຶ່ງ​
ອາດ​ເປັນຍ້ອນຄວາມ​ເຂົ້າ​ໃຈ​ຜິດ ກໍໄດ້ ​ເຮັດ​ໃຫ້​ພວກ​ນັກ​ຕໍ່ສູ້ 6 ຄົນ​ເສຍ​ຊີວິດ ​ແລະການ​
ຍິງ​ປືນ​ຄົກ​ໃນ​ພາກ​ກາງ​ອີຣັກ ​ໄດ້​ຕົກລົງ​ໃສ່​ສູນເກນ​ພົນລະ​ເຮືອນ ທີ່​ອາສາສະມັກໄປ​
ຊ່ວຍ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ ເຮັດ​ໃຫ້ປະຊາຊົນ 6 ຄົນ​ເສຍ​ຊີວິດ. ແຕ່​ລາຍ​ງານ​ຂ່າວ
​ດັ່ງກ່າວ​ນີ້​ ບໍ່​ໄດ້​ຮັບ​ການ​ຢືນຢັນ​ໃດໆ.
Islamic Militants Advance in Iraq - Civil War Possible
please wait

No media source currently available

0:00 0:03:04 0:00

ພວກ​ຊາວ​ໜຸ່ມ​ອີຣັກ ຫລາຍ​ກຸ່ມໃຫຍ່ໆ ໄດ້​ພາກັນ​ຫລັ່ງ​ໄຫລ​ໄປ​ຍັງ​ສູນເກນອາສາສະມັກ
​ຫຼາຍໆ​ແຫ່ງ​ໃນ​ນະຄອນຫຼວງ​ແບັກ​ແດດ ​ແລະ​ໃນ​ແຫ່ງ​ອື່ນໆ​ອີກ​ ​ເລີ້ມແຕ່​ວັນເສົາວານ​ນີ້ ​
ເພື່ອ​ເຂົ້າ​ຮ່ວມ​ໃນ​ການ​ຕໍ່ສູ້​ກັບ​ພວກ​ມຸສລິ​ມຫົວ​ຮຸນ​ແຮງ ​ທີ່​ໄດ້​ເຄື່ອນ​ເຂົ້າ​ມາ​ໃນທົ່ວ​ພາກ
​ເໜືອ​ຂອງ​ອີຣັກໃນ​ສັບປະດາ​ຜ່ານ​ມາ​ນີ້. ພວກ​ອາສາ​ສະມັກ​ເຫຼົ່າ​ນີ້ ແມ່ນ​ພາກັນ​ຕອບ
ສະໜອງ​ຕໍ່​ຄຳ​ຮຽກຮ້ອງໃຫ້​ປະກອບ​ອາວຸດ ຈາກ​ນັກບວດນິກາຍ​ Shi’ite ທ່ານ
Ayatollah Ali al-Sistani ທີ່​ຜູ້​ຄົນ​ເຄົາລົບ​ນັບຖື​ຫຼາຍ​ທີ່​ສຸດ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ອີຣັກກ່າວ​ວ່າ ກຳລັງ​ຂອງ​ລັດຖະບານ​ຍຶດ​ເອົາ​ດິນ​ແດນ​ຄືນມາ​ໄດ້
​ບາງ​ແຫ່ງ ດ້ວຍ​ການ​ຊ່ອຍ​ເຫຼືອ​ຂອງ​ພວກ​ອາສາ​ສະມັກ.
iraq15june14
please wait
Embed

No media source currently available

0:00 0:01:52 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG