ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ບັນດາ​ໄອ​ຍະ​ການ​ ຮຽກຮ້ອງ​ ໃຫ້​​​ລົງ​ໂທດ ​ປະຫານ​ຊີວິດ ຕໍ່​ພວກ​ຄ້າ​ ຢາ​ເສບ​ຕິດ ​ໃນ​ບາງກໍລະນີ


"ຫ້ອງປະຫານ" ທີ່ເຫັນໃນຄຸກຂອງລັດ ທີ່ ແຈັກສັນ, ຈໍເຈຍ, 24 ຕຸລາ 2001. ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ແນະນຳໃນວັນຈັນຜ່ານມານີ້ວ່າ ການລົງໂທດປະຫານຊີວິດ ຈະນຳໃຊ້ຕໍ່ພວກຄ້າຢາເສບຕິດ ໃນບາງກໍລະນີ.
"ຫ້ອງປະຫານ" ທີ່ເຫັນໃນຄຸກຂອງລັດ ທີ່ ແຈັກສັນ, ຈໍເຈຍ, 24 ຕຸລາ 2001. ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ແນະນຳໃນວັນຈັນຜ່ານມານີ້ວ່າ ການລົງໂທດປະຫານຊີວິດ ຈະນຳໃຊ້ຕໍ່ພວກຄ້າຢາເສບຕິດ ໃນບາງກໍລະນີ.

ລັດຖະ​ມົນ​ຕີ​ກະ​ຊວງ​ຍຸຕິ​ທຳ​ສະຫະລັດ ທ່ານ ​ແຈັຟ ​ແຊັສຊັນ ​ແມ່ນ​ຮຽກຮ້ອງ​ໃຫ້​ບັນດາ​
ໄອ​ຍະ​ການ​ກາງ ​ໃຫ້​ຊອກ​ຫາ​ຊ່ອງທາງ​ລົງ​ໂທດ​ປະຫານ​ຊີວິດ ຕໍ່​ພວກ​ຄ້າ​ຢາ​ເສບ​ຕິດ​ໃນ​ບາງກໍລະນີ, ຊຶ່ງ​ຮວມທັງ ກໍລະນີ​ທີ່​ເອີ້ນ​ວ່າ “ລາຊາ (drug kingpin)”​ ເພື່ອ​ສະໜັບ​ສະໜຸນຄວາມ​ຄິດ​ເຫັນ​ທີ່​ເປັນ​ການ​ໂຕ້​ແຍ້​ງ ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ​ໂດຍປະທານາທິບໍດີ​
ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ທີ່​ເປັນ​ພາກສ່ວນ​ນຶ່ງ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທີ່​ຈັດການຕໍ່ການລະບາດ​ຂອງ​ຢາ​ເສບ​ຕິດ​ໂອ​ປີ​ອອຍແຫ່ງ​ຊາ​ດນັ້ນ.

​ໃນ​ບົດ​ບັນທຶກຂອງ​ວັນ​ອັງຄານ​ຜ່ານ​ມາ​ນີ້ ທີ່ຖືກ​ສົ່ງ​ໄປ​ຍັງ ພວກ​ທະນາຍຄວາມສະຫະລັດ
93 ຄົນ, ​ທ່ານ ​ແຊັສຊັນ ​ໄດ້​ຂຽນ​ວ່າ “ບັນດາ​ໄອ​ຍະ​ການ​ກາງ” ຕ້ອງ​ພິຈາລະນາ​ໃນ​ທຸກໆ​
ເຄື່ອງມື​ທາງກົດໝາຍຢ່າງຖືກຕ້ອງ ຕໍ່​ການ​ເປີດ​ເຜີຍ​ຂອງພວກ​ເຂົາ”
ເພື່ອຮັບ​ມືກັບ
ການລະບາດ​ຂອງ​ການ​ຕິດ​ຢາ​ເສບ​ຕິດ​ໂອ​ປີ​ອອຍນີ້ ຊຶ່ງ​ຮວມທັງ ການ​ລົງ​ໂທດ​ປະຫານ
​ຊີວິດ ບ່ອນ​ທີ່​ເຫັນ​ວ່າ​ຖືກຕ້ອງ​ເໝາະ​ສົມ.

ລັດຖະ​ມົນ​ຕີ​ກະ​ຊວງ​ຍຸຕິ​ທຳ​ສະຫະລັດ ທ່ານ ​ແຈັຟ ​ແຊັສຊັນ (Jeff Sessions) ກ່າວໃນການເຕົ້າໂຮມກັນຂອງບັນດາເຈົ້າໜ້າທີ່ຮັກສາກົດໝາຍ ໃນຫ້ອງການ, 15 ມີນາ 2018, ແລັກຊິງຕັນ, ເຄັນຕັກກີ.
ລັດຖະ​ມົນ​ຕີ​ກະ​ຊວງ​ຍຸຕິ​ທຳ​ສະຫະລັດ ທ່ານ ​ແຈັຟ ​ແຊັສຊັນ (Jeff Sessions) ກ່າວໃນການເຕົ້າໂຮມກັນຂອງບັນດາເຈົ້າໜ້າທີ່ຮັກສາກົດໝາຍ ໃນຫ້ອງການ, 15 ມີນາ 2018, ແລັກຊິງຕັນ, ເຄັນຕັກກີ.

“ການລະບາດ​ຂອງ​ຢາ​ເສບ​ຕິດ​ໂອ​ປີ​ອອຍ​ ໄດ້ກໍ່​ໃຫ້​ເກີດ​ການ​ຕິດ​ຢາເສບ​ຕິດ​ທີ່​
ບໍ່​ເຄີຍມີ​ມາ​ກ່ອນ, ຄວາມທົນ​ທຸກທໍລະມານ​ແລະ​ການ​ຕາຍ​ໃນ​ປະຊາ​ຄົມ​ທັງຫຼາຍ ​
ໃນ​ທົ່ວປະ​ເທດ,”
ຊຶ່ງ​ທ່ານ ​ແຊັສຊັນ ​ໄດ້​ຂຽນໄວ້. ​ແລະ​ທ່ານ​ຍັງໄດ້ຂຽນຕໍ່​ໄປ​ວ່າ
“​ໃນ​ການ​ປະ​ເຊີນ​ໜ້າ​ຕໍ່​ການຕາຍທັງ​ໝົດ​ນີ້, ພວກ​ເຮົາ​ບໍ່​ສາມາດທີ່​ຈະ​ດຳ​ເນີນ
ພາລະກິດ​ຂອງ​ພວກ​ເຮົາ ​ແບບ​ປົກ​ກະຕິຕໍ່​ໄປ​ໄດ້ອີກ.”

​ໃນ​ຖານະ​ທີ່​ເປັນ​ຫົວໜ້​າ​ເຈົ້າ​ໜ້າ​ທີ່ຮັກສາ​ກົດໝາຍ, ທ່ານ ​ແຊັສຊັນ ​ໄດ້ສັ່ງ​ໃຫ້​ຄະນະ​
ໄອ​ຍະ​ການ​ກາງ ຄົ້ນ​ຫາ “ການ​ລົງ​ໂທດທີ່​ຮ້າຍ​ແຮງ​ສຸດ, ການ​ປ້ອງ​ກັນ​ທີ່​ຕຽມ​ພ້ອມ”
ກັບ​ການ​ລົງ​ໂທດ​ທີ່​ຍາວ​ນານ ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ທັງຫຼາຍ. ​ແຕ່​ວ່າ ​ບໍ່​ເຄີຍໄດ້ຮັບຮູ້
ມາ​ກ່ອນ ວ່າ​ທ່ານ​ລົງ​ໂທດ​ເຖິງ​ຂັ້ນ​ປະຫານ​ຊີວິດ ສຳລັບ​ຜູ້​ຄ້າ​ຢາ​ເສບ​ຕິດ​ໃນ​ອະດີດ.

​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ທ່ານ​ທຣຳ ​ແມ່ນ​ເປັນ​ຜູ້​ທີ່​ສະໜັບສະໜຸນຕໍ່​ການ​ລົງ​ໂທດ​ປະຫານ​
ຊີວິດ ​ທີ່ເລີ່​ມ​ຄວາມ​ຄິດການລົງໂທດ​ໃນ​ຫຼາຍສັບປະດາຜ່ານ​ມາ​ນີ້. ​ໃນ​ການ​ໂຮມ​ຊຸມ​ນຸມ ​
ໃນ​ລັດ​ເພັນ​ຊິ​ລ​ເວ​ເນຍ ​ໃນວັນ​ທີ 10 ມີນາ ຜ່ານ​ມາ​ນີ້ ທ່ານ​ທຣຳ ​ໄດ້​ກ່າວ​ຍົກຍ້ອງ​ຈີນ ​
ແລະ​ອິນ​ໂດ​ເນ​ເຍ ​ໃນ​ການ​ປະຫານ​ຊີວິດ​ພວກ​ຄ້າ​ຢາ​ເສັບ​ຕິດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີດໍໂນລ ທຣຳ ຖະແຫຼງເຖິງແຜນການຂອງທ່ານເພື່ອຮັບມືກັບພວກທີ່ຕິດຢາເສບຕິດໂອປີອອຍ ທີ່ມະຫາວິທະຍາໄລຊຸມຊົນແມນແຈັສເຕີ, 19 ມີນາ 2018, ແມນແຈັສເຕີ, ນິວແຮມເຊີ.
ປະທານາທິບໍດີດໍໂນລ ທຣຳ ຖະແຫຼງເຖິງແຜນການຂອງທ່ານເພື່ອຮັບມືກັບພວກທີ່ຕິດຢາເສບຕິດໂອປີອອຍ ທີ່ມະຫາວິທະຍາໄລຊຸມຊົນແມນແຈັສເຕີ, 19 ມີນາ 2018, ແມນແຈັສເຕີ, ນິວແຮມເຊີ.

XS
SM
MD
LG