ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ເປີດ​ສະ​ຖານ​ທູດ​ ໃນ​ໝູ່​ເກາະ ໂຊ​ໂລມອນ ເພື່ອຕອບ​ໂຕ້ຕໍ່​ ຈີນ


ເຮືອ​ຈອດ​ຢູ່ນອກ​ຊາຍ​ຝັ່ງ ​ໃກ້​ກັບ​ນະ​ຄອນຫຼວງ ໂຮ​ເນຍ​ຣາ, ໝູ່​ເກາະ ໂຊ​ໂລມອນ, 24 ພະ​ຈິກ 2018.
ເຮືອ​ຈອດ​ຢູ່ນອກ​ຊາຍ​ຝັ່ງ ​ໃກ້​ກັບ​ນະ​ຄອນຫຼວງ ໂຮ​ເນຍ​ຣາ, ໝູ່​ເກາະ ໂຊ​ໂລມອນ, 24 ພະ​ຈິກ 2018.

ສະ​ຫະ​ລັດ ໄດ້​ເປີດ​ສະ​ຖານ​ທູດ​ໃນ​ໝູ່​ເກາະ​ໂຊ​ໂລມອນ ໃນ​ວັນ​ພະ​ຫັດ​ມື້ນີ້ ໃນ​ການ​ເຄື່ອນ​ໄຫວ​ຄັ້ງຫຼ້າ​ສຸດ​ເພື່ອ​ຕອບ​ໂຕ້​ການ​ຜັກ​ດັນ​ຂອງ​ຈີນ​ເຂົ້າ​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ.

ສະ​ຖານ​ທູດ​ດັ່ງ​ກ່າວ​ໄດ້​ເລີ່ມ​ຂຶ້ນ​ຈາກ​ຂະ​ໜາດ​ນ້ອຍ, ດ້ວຍ​ອຸ​ປະ​ທູດ, ພະ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສອງ​ສາມ​ຄົນ ແລະ ພະ​ນັກ​ງານ​ໃນ​ທ້ອງ​ຖິ່ນ​ຈຳ​ນວນ​ນຶ່ງ. ສະ​ຫະ​ລັດ ກ່ອນ​ໜ້ານີ້​ໄດ້​ມີ​ສະ​ຖານ​ທູດ​ຢູ່​ໝູ່​ເກາະ​ໂຊ​ໂລມອນ​ 5 ປີ ​ກ່ອນ​ໄດ້​ປິດ​ມັນ​ໃນ​ປີ 1993 ​ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຫຼຸດ​ຜ່ອນການ​ມີ​ໜ້າທາງ​ການ​ທູດ​ທົ່ວ​ໂລກຫຼັງ​ຈາກ​ທ້າຍ​ສົງ​ຄາມ​ເຢັນ.

ແຕ່​ການ​ເຄື່ອນ​ໄຫວ​ກ້າ​ໄດ້​ກ້າ​ເສຍ​ຂອງ​ຈີນ ​ໃນ​ພາກ​ພື້ນ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ ສະ​ຫະ​ລັດ ຂະ​ຫຍາຍ​ການ​ພົວ​ພັນ​ຂອງ​ເຂົາ​ເຈົ້າ​ໃນຫຼາຍ​ວິ​ທີ, ເຊັ່ນ​ການ​ບໍ​ລິ​ຈາກ​ຢາ​ວັກ​ຊີນ ໂຄວິດ-19, ນຳ​ເອົາ​ອາ​ສາ​ສະ​ໝັກ​ເພື່ອ​ສັນ​ຕິ​ພາບ​ກັບ​ໄປສູ່ຫຼາຍ​ປະ​ເທດ​ໝູ່​ເກາະ, ແລະ ລົງ​ທຶນ​ໃນ​ໂຄງ​ການ​ປ່າ​ໄມ້ ແລະ ການ​ທ່ອງ​ທ່ຽວ.

ການ​ເປີດ​ສະ​ຖານ​ທູດ​ໃນ​ໝູ່​ເກາະ ໂຊ​ໂລມອນ ໄດ້​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ຜູ້​ນຳ​ຄົນ ​ໃໝ່​ຂອງ​ເກາະ ຟີ​ຈີ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິ​ຕິ​ເວ​ນີ ຣາ​ບູ​ກາ (Sitiveni Rabuka) ປາ​ກົດ​ວ່າ​ກຳ​ລັງ​ພິ​ຈາ​ລະ​ນາ​ຄືນ​ທິດ​ທາງ​ໃນ​ການ​ພົວ​ພັນ​ປະ​ເທດ​ຂອງ​ທ່ານ​ກັບ ຈີນ. ທ່ານ ຣາ​ບູ​ກາ ໄດ້​ກ່າວ​ຕໍ່​ໜັງ​ສື​ພິມ Fiji Times ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ທ່ານ​ມີ​ແຜນ​ທີ່​ຈະ​ສິ້ນ​ສຸດ ຂໍ້​ຕົກ​ລົງການ​ຝຶກ​ແອບ ແລະ ການ​ແລກ​ປ່ຽນຕຳ​ຫຼວດ​ກັບ ຈີນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໄດ້​ແຈ້ງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຊາບໃນ​ຕົ້ນ​ປີ​ກາຍນີ້​ວ່າ ການ​ເພີ່ມ​ຂຶ້ນ​ໃນ​ອິດ​ທິ​ພົນ​ຂອງ ຈີນ ຢູ່​ພາກ​ພື້ນ​ດັ່ງ​ກ່າວໄດ້​ເຮັດ​ໃຫ້​ການ​ເປີດ​ຄືນ​ສະ​ຖານ​ທູດ​ໃນ​ໝູ່​ເກາະ ໂຊ​ໂລມອນ ເປັນ​ບູ​ລິມ​ະ​ສິດ​ສູງ​ສຸດ. ນັບ​ຕັ້ງ​ແຕ່​ນັ້ນ​ມາ, ລັດ​ຖະ​ບານ​ໂຊ​ໂລມອນ ກໍ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ດ້ານ​ຄວາມ​ປອດ​ໄພ​ກັບ ຈີນ, ເຊິ່ງ​ໄດ້​ເພີ່ມ​ຄວາມ​ຢ້າ​ນ​ກົວ ກ່ຽວ​ກັບ ການ​ສ້າງກອງ​ທັບ​ໃນ​ພາກ​ພື້ນ​ດັ່ງ​ກ່າວ, ແລະ ສະ​ຫະ​ລັດ ໄດ້​ຕອບ​ໂຕ້​ດ້ວຍ​ການ​ສົ່ງ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງຫຼາຍ​ຄົນ​ໄປ.

ໝູ່​ເກາະ ໂຊ​ໂລມອນ ໄດ້​ປ່ຽນ​ຄວາມ​ຈົງ​ຮັກ​ພັກ​ດີ​ຈາກ​ເກາະ​ໄຕ້​ຫວັນ​ທີ່​ປົກ​ຄອງ​ຕົນ​ເອງ​ໄປ​ຫາ ປັກ​ກິ່ງ ໃນ​ປີ 2019, ໂດຍ​ຂົ່ມ​ຂູ່​ຈະ​ປິດ​ສາຍ​ພົວ​ພັນ​ກັບ ສະ​ຫະ​ລັດ ຢ້ອນ​ກັບ​ໄປ​ໃນ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້​ງ​ທີ​ສອງ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ໃນ​ແຈ້ງການ​ຕໍ່​ລັດ​ຖະ​ສະ​ພາ​ເມື່ອເດືອນທັນ​ວາ​ທີ່​ຜ່ານ​ມາ ທີ່​ອົງ​ການ​ຂ່າວ AP ໄດ້​ຮັບ​ມາ​ນັ້ນ​ວ່າ “ພວກ​ເຮົາ​ກຳ​ລັງເຫັນ​ສາຍ​ສຳ​ພັນ​ນີ້​ອ່ອນ​ແອ​ລົງ​ໃນ​ຂະ​ນະ​ທີ່​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ພະ​ຍາ​ຍາມ​ຢ່າງແຮງ​ທີ່​ຈະ​ພົວ​ພັນ​ກັບ​ການ​ເມືອງ​ ແລະ ນັກ​ທຸ​ລະ​ກິດ​ລະ​ດັບ​ສູງ ຂອງ​ໝູ່​ເກາະ​ໂຊ​ໂລມອນ, ໃຊ້​ແຜນ​ການ​ທີ່​ຄຸ້ນ​ເຄີຍ ກ່ຽວ​ກັບ ຄຳ​ສັນ​ຍາ​ທີ່​ຟຸມ​ເຟືອຍ, ຄວາມ​ຄາດ​ຫວັງ​ໃຫ້​ກູ້​ຢືມ​ເງິນ ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ມີ​ລາ​ຄາ​ແພງ ແລະ ໂອ​ກາດ​ທີ່​ຈະ​ເປັນ​ໜີ້​ໃນ​ລະ​ດັບ​ສູງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG