ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ເປີດກອງທຶນ ມູນຄ່າ 500 ລ້ານໂດລາ ສຳລັບຍາດຕິພີ່ນ້ອງ ຂອງຜູ້ເຄາະຮ້າຍຈາກເຮືອບິນ ໂບອິງ 737 Max ຕົກ


ຜູ້ປະທ້ວງຖືກຮູບຂອງຜູ້ເຄາະຮ້າຍຈາກເຮືອບິນຕົກ ໃນລະຫວ່າງການໄວ້ອາໄລວັນຄົບຮອບ 6 ເດືອນຂອງເຮືອບິນ ໂບອິງ 737 Max 8 ຕົກ, ທີ່ໄດ້ເຮັດໃຫ້ 157 ຄົນເສຍຊີວິດໃນສາຍການບິນ ເອທິໂອເປຍ.
ຜູ້ປະທ້ວງຖືກຮູບຂອງຜູ້ເຄາະຮ້າຍຈາກເຮືອບິນຕົກ ໃນລະຫວ່າງການໄວ້ອາໄລວັນຄົບຮອບ 6 ເດືອນຂອງເຮືອບິນ ໂບອິງ 737 Max 8 ຕົກ, ທີ່ໄດ້ເຮັດໃຫ້ 157 ຄົນເສຍຊີວິດໃນສາຍການບິນ ເອທິໂອເປຍ.

ກອງທຶນ ສະຫະລັດ ມູນຄ່າ 500 ລ້ານໂດລາ ເພື່ອຊົດເຊີຍຄ່າເສຍຫາຍຕໍ່ພີ່ນ້ອງຂອງ 346 ຄົນທີ່ໄດ້ເສຍຊີວິດຍ້ອນເຮືິອບິນ Boeing 737 Max ຕົກສອງຄັ້ງແມ່ນໄດ້ເປີດແລ້ວ, ຜູ້ບໍລິຫານທີ່ກ່າວ ອ້າງນັ້ນໄດ້ບອກອົງການຂ່າວ ຣອຍເຕີ ໃນວັນອັງຄານວານນີ້.

ກອງທຶນດັ່ງກ່າວ, ເຊິ່ງໄດ້ເປີດໃນວັນຈັນທີ່ຜ່ານມາ, ແມ່ນສ່ວນນຶ່ງຂອງການຕົກລົງກັບກະຊວງຍຸຕິທຳ ສະຫະລັດ. ບໍລິສັດ ໂບອິງ ໃນເດືອນມັງກອນທີ່ຜ່ານມາໄດ້ຕົກລົງທີ່ຈະຈ່າຍເງິນ 500 ລ້ານໂດລາເພື່ອຊົດເຊີຍຄ່າເສຍຫາຍຕໍ່ຜູ້ສືບທອດມໍລະດົກ, ພີ່ນ້ອງ ແລະ ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກຜູ້ໂດຍສານທີ່ໄດ້ເສຍຊີວິດໃນຖ້ຽວບິນ 610 ຂອງສາຍການບິນ Lion Air ແລະ ຖ້ຽວບິນ 302 ຂອງສາຍການບິນ ເອທິໂອເປຍ ໃນປີ 2018 ແລະ 2019.

ແຕ່ລະຄອບຄົວທີ່ມີສິດນັ້ນຈະໄດ້ຮັບເງິນເກືອບ ນຶ່ງລ້ານສີ່ແສນຫ້າສິບພັນໂດລາ, ແລະ ເງິນດັ່ງກ່າວຈະຖືກຈ່າຍໝົດສອງຄັ້ງໃນນຶ່ງປີໃນຂະນະທີ່ຄຳຮ້ອງຕ່າງໆໄດ້ຖືກສົ່ງໃຫ້ ແລະ ແລ້ວສຳເລັດ, ອີງຕາມການກ່າວຂອງຜູ້ບໍລິຫານ ທ່ານ ເຄັນ ໄຟນ໌ເບີກ ແລະ ທ່ານນາງ ຄາມິລ ໄບຣອສ ໃນຖະ ແຫຼງການຮ່ວມ. ຄອບຄົວຕ່າງໆມີເວລາຈົນຮອດວັນທີ 15 ຕຸລາເພື່ອເຮັດຄຳຮ້ອງອ້າງສິດໃຫ້ແລ້ວສຳເລັດ.

ກະຊວງຍຸຕິທຳ ແລະ ບໍລິສັດ ໂບອິງ ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນ.

ເງິນທຶນດັ່ງກ່າວແມ່ນສ່ວນນຶ່ງຂອງເງິນ ສອງພັນຫ້າຮ້ອຍລ້ານໂດລາ ທີ່ການຕົກລົງຂອງກະຊວງຍຸຕິທຳໄດ້ບັນລຸໃນເດືອນມັງກອນທີ່ຜ່ານມາກັບບໍລິສັດ ໂບອິງ ຫຼັງຈາກບັນດາໄອຍະການໄດ້ຕັ້ງຂໍ້ກ່າວຫາຕໍ່ບໍລິສັດດັ່ງກ່າວດ້ວຍການສໍ້ໂກງ ກ່ຽວກັບ ການອອກໃບປະກາດໃຫ້ເຮືອບິນ 737 Max ລຸນຫຼັງເຮືອບິນ Lion Air ໄດ້ຕົກໃນວັນທີ 29 ຕຸລາ 2018, ແລະ ຄວາມຫາຍະນະຂອງສາຍການບິນ ເອທິໂອເປຍ ໃນວັນທີ 10 ມີນາ 2019.

ການຕົກລົງດັ່ງກ່າວໄດ້ອະນຸຍາດໃຫ້ບໍລິສັດ ໂບອິງ ຫຼີກລ່ຽງການລົງໂທດທາງອາຍາ ແຕ່ບໍ່ໄດ້ສົ່ງຜົນກະທົບຕໍ່ການສູ້ຄະດີພົນລະເຮືອນໂດຍຍາດຕິພີ່ນ້ອງຂອງ ຜູ້ເຄາະຮ້າຍທີ່ໄດ້ດຳເນີນຕໍ່ມາ.

ໃນເດືອນກໍລະກົດ 2019, ບໍລິສັດ ໂບອິງ ໄດ້ແຕ່ງຕັ້ງທ່ານ ໄຟນ໌ເບີກ ແລະ ທ່ານນາງ ໄບຣອສ ເພື່ອຄວບຄຸມການແຈກຈ່າຍເງິນ 50 ລ້ານໂດລາຕ່າງຫາກໃຫ້ຄອບຄົວຜູ້ທີ່ໄດ້ເສຍຊີວິດໃຫ້ອຸບັດ ຕິເຫດຕົກ ແລະ ການແຈກຈ່າຍທຶນໃໝ່ຕາມຫຼັກເກນທີ່ຄ້າຍຄືກັນ.

ໃນຂະນະທີ່ ໂບອິງ ໄດ້ຈັດການຕົກລົງກັບການຟ້ອງຮ້ອງສ່ວນຫຼາຍກັບສາຍການບິນ Lion Air ນັ້ນ, ເຂົາເຈົ້າຍັງຈະປະເຊີນໜ້າກັບການຟ້ອງຮ້ອງອີກຫຼາຍອັນໃນສານລັດຖະບານກາງ ຊິຄາໂກ ໂດຍຄອບຄົວຂອງຜູ້ທີ່ຢູ່ໃນອຸບັດຕິເຫດຂອງສາຍການບິນ ເອທິໂອເປຍ ທີ່ຖາມວ່າເປັນຫຍັງເຮືອ ບິນ Max ຍັງສືບຕໍ່ບິນຢູ່ ຫຼັງຈາກອຸບັດຕິເຫດຄັ້ງທຳອິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG