ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ສະເໜີ ເປີດການເຈລະຈາ ໂດຍກົງ ກັບ ສຫລ (ວີດີໂອ)


ສະຫະລັດ ກ່າວວ່າ ຕົນແມ່ນເປີດກວ້າງຕໍ່ຂໍ້ສະເໜີຂອງເກົາຫລີ
ເໜືອທີ່ຢາກເປີດການເຈລະຈາໂດຍກົງແຕ່ກໍຕໍ່ເມື່ອຫຼັງຈາກພຽງ
ຢາງເອົາບາດກ້າວ ອັນໜັກແໜ້ນ ເພື່ອຍຸຕິໂຄງການສ້າງອາວຸດ
ນິວເຄລຍຂອງຕົນທໍ່ນັ້ນ. ການເຈລະຈາຈະມີຂຶ້ນຫຼືບໍ່ນັ້ນ Scott
Stearns ຜູ້ສື່ຂ່າວວີໂອເອ ປະຈຳກະຊວງການຕ່າງປະເທດສະ
ຫະລັດ ໄດ້ຖາມຄວາມເຫັນຂອງນັກວິເຄາະຫລາຍໆຄົນແລະມີ
ລາຍງານ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ
ໃນອັນດັບຕໍ່ໄປ.


ເກົາຫຼີເໜືອກ່າວວ່າ ຕົນຂໍສະເໜີເປີດການເຈລະຈາໂດຍກົງກໍ
ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ຢູ່ໃນແຫຼມເກົາຫຼີ. ສະຫະລັດກ່າວ
ວ່າກ່ອນອື່ນໝົດເກົາຫຼີເໜືອຕ້ອງໄດ້ປະຕິບັດຕາມພັນທະນາໆ
ຊາດຂອງຕົນໃນການຍຸຕິໂຄງການສ້າງອາວຸດນິວເຄລຍນັ້ນ.

ທ່ານນາງ Jen Psaki ໂຄສົກກະຊວງການຕ່າງປະເທດສະຫະລັດ ໃຫ້ການຊີ້ແຈງວ່າ.

ທ່ານນາງ Psaki ເວົ້າວ່າ “ເກົາຫຼີເໜືອຕ້ອງໄດ້ເປີດການເຈລະຈາຢ່າງຈິງຈັງແລະ ໜ້າເຊື່ອຖືທີ່ນຳໄປສູ່ການເອົາບາດກ້າວອັນໜັກແໜ້ນເພື່ອປົດອາວຸດນິວເຄລຍ. ດັ່ງນັ້ນ ມີຫຍັງລະ ທີ່ແຕກຕ່າງໄປຈາກນັ້ນ? ບໍ່ເລີຍ ພວກເຮົາຍັງບໍ່ເຫັນຫຼັກຖານ ໃດໆກ່ຽວກັບເລື່ອງດັ່ງກ່າວ ແລະນັ້ນຄືສິ່ງທີ່ພວກເຮົາພວມລໍຖ້າຢູ່.”

ເກົາຫຼີເໜືອກ່າວວ່າ ບໍ່ຄວນມີການຕັ້ງເງື່ອນໄຂໄວ້ລ່ວງໜ້າ. ໃນຂະນະທີ່ສະແດງຄວາມ ເຕັມໃຈຈະສົນທະນາຫາລືກ່ຽວກັບການປົດອາວຸດນັ້ນ ພຽງຢາງກໍເວົ້າວ່າ ໃນເວລາດຽວ
ກັນ ກໍຄວນຈະມີການເຈລະຈາກ່ຽວກັບການປົດອາວຸດນິວເຄລຍໃນຂອບເຂດທີ່ກວ້າງ ຂວາງກ່ວານີ້ ຄືຮວມທັງຢູ່ໃນເກົາຫຼີໃຕ້ນໍາ.

ທ່ານ Ryoo Kihl-jae ລັດຖະມົນຕີທ້ອນໂຮມຊາດເກົາຫຼີໃຕ້ກ່າວວ່າ ການເຄື່ອນໄຫວ ທີ່ວ່ານີ້ສະແດງໃຫ້ເຫັນວ່າ ເກົາຫຼີເໜືອມີຄວາມກະຕືລືລົ້ນ ທີ່ຈະເປີດການເຈລະຈາກັບ ວໍຊິງຕັນ.

ທ່ານ Ryoo Kihl-jae ເວົ້າວ່າ “ຂ້າພະເຈົ້າຄິດວ່າ ເກົາຫຼີເໜືອຕ້ອງໃຊ້ຄຳວ່າ ປົດ ອາວຸດນິວເຄລຍ ເພື່ອຊັກຊວນໃຫ້ສະຫະລັດ ເຂົ້າມາຮ່ວມ ໂຕະເຈລະຈາ. ຂ້າ ພະເຈົ້າຄິດວ່າ ເກົາຫຼີເໜືອເວົ້າວ່າ ນັ້ນຄືທ່າທີຂອງຕົນ ມາເປັນເວລາດົນນານ
ແລ້ວ.”


ທ່ານ Michael Auslin ນັກວິເຄາະຈາກສະຖາບັນ American Enterprise ກ່າວວ່າ ການເຈລະຈາເລື້ອງການປົດອາວຸດນິວເຄລຍ ເປັນການເສຍເວລາຊື່ໆ.

ທ່ານ Auslin ເວົ້າວ່າ “ຈົ່ງຮັບຮູ້ກັນເຖິະວ່າ ເກົາຫລີເໜືອ ເປັນປະເທດມະຫາອຳ ນາດນິວເຄລຍ. ເຂົາເຈົ້າມີອາວຸດນິວເຄລຍ. ພວກເຂົາຈະບໍ່ຫວນກັບຄືນດອກ. ພວກເຂົາມີແຕ່ຈະປັບປຸງໃຫ້ດີຂຶ້ນກວ່າເກົ່າ. ມື້ໃດມື້ນຶ່ງຂ້າງໜ້າ ພວກເຂົາຈະມີ ອາວຸດເພີ້ມຂຶ້ນ. ພວກເຂົາຈະມີຄວາມກ້າວໜ້າ ສະລັບຊັບຊ້ອນຫຼາຍຂຶ້ນ ກ່ຽວ ກັບເລື້ອງນີ້ແລະພວກເຮົາຈະດຳເນີນການແບບໃດ ບັດນີ້? ພວກເຮົາພວມຂັດ
ຂືນ ບໍ່ຍອມຮັບຮູ້ສະພາບຄວາມເປັນຈິງ ຖ້າພວກເຮົາຫາກທຳທ່າວ່າພວກເຂົາ ເປັນໃນສິ່ງທີ່ພວກເຂົາບໍ່ເປັນ.”


ເມື່ອພິຈາລະນາ ເຖິງຄວາມແຕກຕ່າງກັນເຫລົ່ານີ້ແລ້ວ Ryoo Kihl-jae ລັດຖະມົນຕີ ທ້ອນໂຮມຊາດຂອງເກົາຫຼີໃຕ້ ບໍ່ແນ່ໃຈວ່າ ການເຈລະຈາດັ່ງກ່າວຈະມີຂຶ້ນ.

ທ່ານ Ryoo Kihl-jae ເວົ້າວ່າ “ຂ້າພະເຈົ້າຄິດວ່າ ເກືອບເປັນໄປບໍ່ໄດ້ເລີຍ ທີ່ຈະ
ມີການເຈລະຈາລະຫວ່າງເກົາຫຼີເໜືອກັບສະຫະລັດ. ເວລານີ້ ເກົາຫຼີໃຕ້ກັບສະ ຫະລັດ ກໍາລັງແລກປ່ຽນຄວາມເຫັນກັນຢ່າງໃກ້ຊິດ ກ່ຽວກັບເລື້ອງນີ້.”


ປະທານາບໍດີສະຫະລັດທ່ານບາຣັກ ໂອບາມາຫວັງວ່າ ປະທານປະເທດຈີນທ່ານສີ ຈິ້ນ ຜິງອາດສາມາດຊ່ອຍບັງຄັບໃຫ້ເກົາຫຼີເໜືອກັບຄືນມາຮ່ວມການເຈລະຈາຄືນໃໝ່. ແຕ່
ທ່ານ Michael Auslin ນັກວິເຄາະກ່ຽວກັບເອເຊຍກ່າວວ່າ ຖ້າປັກກິ່ງຕ້ອງການຢາກ ຊ່ອຍແທ້ ກໍຄົງໄດ້ຊ່ອຍໄປແລ້ວ.

ທ່ານ Auslin ເວົ້າວ່າ “ຖ້າຫາກຈີນເຊື່ອວ່າ ການກົດດັນ ຕໍ່ອຳນາດການປົກຄອງ ໃນເກົາຫຼີເໜືອ ຈະເປັນການຮັບໃຊ້ຜົນປະໂຫຍດ ທີ່ດີທີ່ສຸດຂອງຕົນ ຄືເຮັດໃຫ້ ມີການປ່ຽນແປງຄວາມປະພືດຂອງເກົາຫລີເໜືອໃນວິທີທາງທີ່ພວກເຮົາເຊື່ອວ່າ ປະເທດດັ່ງກ່າວ ສາມາດກະທຳໄດ້ນັ້ນ ຈີນ ກໍໜ້າຈະໄດ້ເຮັດໄປແລ້ວ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງຄິດວ່າ ຄວາມຈິງພວກເຮົາຄວນເອົາເລື່ອງນີ້ອອກຈາກການພິຈາ ລະນາ. ຂ້າພະເຈົ້າຄິດວ່າ ພວກເຮົາຄວນຈະລືມໄປຊະກ່ຽວກັບເລື້ອງຢາກໃຫ້ ຈີນຊ່ອຍນັ້ນ.”

ການເຈລະຈາລະຫວ່າງເກົາຫຼີເໜືອແລະເກົາຫຼີໃຕ້ໄດ້ແຕກຫັກລົງໃນສັບປະດາແລ້ວນີ້. ເຈົ້າໜ້າທີ່ເກົາຫຼີເໜືອແລະເຈົ້າໜ້າທີ່ຈີນ ມີກຳນົດພົບປະກັນຢູ່ທີ່ກຸງປັກກິ່ງ ໃນອາທິດນີ້ ໃນຂະນະທີ່ເຈົ້າໜ້າທີ່ສະຫະລັດ ຍີ່ປຸ່ນ ແລະເກົາຫຼີໃຕ້ ພົບປະກັນຢູ່ທີ່ກຸງວໍຊິງຕັນ.
XS
SM
MD
LG