ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເປີດກວ້າງ ການເຈລະຈາ ດ້ານນິວເຄລຍ ກັບອີຣ່ານ (ວີດີໂອ)


ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງອີຣ່ານ ທ່ານ Hasan Rowhani.
ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງອີຣ່ານ ທ່ານ Hasan Rowhani.
ປະທານາທິບໍດີບາຣັກ​ ​ໂອ​ບາ​ມາ ກ່າວ​ວ່າ ສະຫະລັດ​ແມ່ນ​ເປີດ
ກວ້າງ ​ໃນ​ການ​ເຈລະຈາຮອບໃໝ່​ກັບອີຣ່ານ ກ່ຽວ​ກັບໂຄງການ
ນິວ​ເຄລຍ​ທີ່​ເປັນບັນຫາ​ໂຕ້ແຍ້​ງ​.

​ແຕ່​ວ່າ ໃນ​ການໃຫ້ສໍາ​ພາດ​ ຕໍ່ໂທລະ​ພາບ PBS ທີ່ອອກ​ອາ
ກາດໃນ​ຕອນ​ແລງ​ວັນ​ຈັນວານ​ນີ້ ທ່ານ Obama ກ່າວ​ວ່າ
ອີຣ່ານຕ້ອງ​ຮັບ​ຮູ້​ວ່າການ​ລົງ​ໂທດຂອງ ນາໆ​ຊາດຍັງ​ຈະ​ດຳ​
ເນີນ​ຕໍ່​ໄປ ຈົນເທົ່າອີຣ່ານ​ເຮັດ​ໃຫ້​ຄວາມ​ວິຕົກ​ກັງວົນ​ທີ່​ວ່າ​ຕົນ
ພວມ​ສ້າງ​ອາວຸດ​ນິວ​ເຄລຍນັ້ນ ໝົດ​ໄປ. ອີຣ່ານຢືນ​ຢັດ​ວ່າ ​
ຄງການ​ນິວ​ເຄລຍ ຂອງ​ຕົນ​ ມີ​ຈຸດປະສົງ​ໃນ​ທາງ​ສັນຕິ.

ນອກ​ນັ້ນທ່ານ Obama ຍັງ​ກ່າວ​ອີກວ່າ ການ​ໄດ້​ຮັບ​ເລືອກຕັ້ງ
ຂອງ​ນັກ​ສອນ​ສາສະໜາ Hassan Rowhani ທີ່​ນິຍົມແນວ
ທາງ​ປານ​ກາງ ​ເພື່ອ​ເປັນ​ປະທານາທິບໍດີຄົນ​ຕໍ່​ໄປ​ນັ້ນ ສະ​ແດງ
​ໃຫ້​ເຫັນ​ວ່າ ຊາວ​ອີຣ່ານ “ຕ້ອງການ​ຢາ​ກຫັນປ່ຽນໄປທິດ​ທາງ
​ໃໝ່” ​ແລະ​ພົວພັນ​ກັບປະຊາ​ຄົມນາໆ​ຊາດໃນ​ຊ່ອງ​ທາງ​ທີ່​ດີ​ຂື້ນ.

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ຈັນ​ວານ​ນີ້ ທ່ານ Obama ​ກ່າວ​ວ່າ ທ່ານ​ແລະປະທານາທິບໍດີ
ຣັດ​ເຊຍທ່ານ Vladimir Putin ​ແມ່ນ​ມີ​ຄວາມ​ຫວັງແບບ​ລະມັດລະວັງ​ໄປໃນ​ແງ່​ດີ​ວ່າ
ທ່ານ Rowhani ຈະ​ຊຸກຍູ້ໃຫ້​ເກີດຄວາມ​ກ້າວໜ້າ ໃນການ​ເຈ​ລະ​ຈາ ກ່ຽວ​ກັບເລື່ອງ
ນິວ​ເຄລຍ.

ທ່ານ Rowhani ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ ໃນ​ວັນ​ຈັນ​ວານ​ນີ້​ວ່າ ອີຣ່ານ
ຢາກພິສູດ​ໃຫ້​ເຫັນ​ວ່າ ​ການ​ປະຕິບັດ​ງານ​ກ່ຽວ​ກັບໂຄງການ​ນິວ​ເຄລຍຂອງ​ຕົນ ​ແມ່ນ​
ຖືກຕ້ອງ​ຕາມ​ມາດ​ຕະຖານ​ທັງ​ໝົດຂອງ​ນາໆ​ຊາດ.

XS
SM
MD
LG