ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໕ ມີນາ ໒໐໒໔

ປ. ທຣຳ ວາງມາດຕະການ ເກັບພາສີ ໃໝ່ ຕໍ່ສິນຄ້າ ຂອງຈີນ ທີ່ນຳເຂົ້າ ສະຫະລັດ


ປະທານາທິບໍດີ ດໍໂນລ ທຣຳ ກຳລັງຟັງ ຄຳຖາມຂອງນັກຂ່າວ ໃນລະຫວ່າງ ກອງປະຊຸມພົບປະກັບ ສະພາພະນັກງານ ອາເມຣິກັນ ແຫ່ງຊາດ ຂອງປະທານາທິບໍດີ ໃນຫ້ອງການ ໂຣສເສີແວລຕ໌ (Roosevelt Room) ຂອງທຳນຽບຂາວ, ວັນທີ 17 ກັນຍາ 2018, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກຳລັງຟັງ ຄຳຖາມຂອງນັກຂ່າວ ໃນລະຫວ່າງ ກອງປະຊຸມພົບປະກັບ ສະພາພະນັກງານ ອາເມຣິກັນ ແຫ່ງຊາດ ຂອງປະທານາທິບໍດີ ໃນຫ້ອງການ ໂຣສເສີແວລຕ໌ (Roosevelt Room) ຂອງທຳນຽບຂາວ, ວັນທີ 17 ກັນຍາ 2018, ໃນນະຄອນຫຼວງ ວໍຊິງຕັນ.

ປະທານາທິບໍດີ ທຣຳ ໄດ້ວາງມາດຕະການເກັບພາສີ ຕໍ່ສິນຄ້າຂອງຈີນ ຕື່ມອີກ ມູນຄ່າ
200 ຕື້ໂດລາ ທີ່ນຳເຂົ້າມາໃນສະຫະລັດ ຊຶ່ງເປັນການສືບຕໍ່ເຮັດໃຫ້ ສົງຄາມການຄ້າ
ລະຫວ່າງ ທັງສອງປະເທດ ຍືດເຍື້ອອອກໄປ.

ການເກັບພາສີນຳເຂົ້າໃໝ່ນັ້ນ ຈະເລີ້ມຕົ້ນຂຶ້ນ ໃນສັບປະດາໜ້າ ແລະ ຈະເພີ້ມສູງຂຶ້ນ
25 ເປີເຊັນ ພາຍໃນທ້າຍປີ 2018.

ອີງຕາມອົງການຂ່າວຣອຍເຕີ ແລ້ວ ພວກໂມງສະຫຼາດ ຂອງບໍລິສັດ ແອັບໂປ (Apple)
ແລະ ບໍລິສັດ ຟິດບິດ (Fitbit) ພ້ອມດ້ວຍ ພວກຜະລິດຕະພັນ ດ້ານຄວາມປອດໄພ
ສຳລັບ ຜູ້ບໍລິໂພກບາງຢ່າງ ເຊັ່ນວ່າ ພວກໝວກກັນ​ນັອກ ລົດຖີບ ແລະ ບ່ອນນັ່ງ
ເດັກທາລົກສຳລັບລົດ ແມ່ນຈະໄດ້ຖືກຍົກເວັ້ນຈາກ ການເກັບພາສີໃໝ່ດັ່ງກ່າວ.

ການເຄື່ອນໄຫວຄັ້ງຫຼ້າສຸດ ຂອງສະຫະລັດ ອາດກໍ່ໃຫ້ເກີດມີການຕອບໂຕ້ກັນໄປມາ
ຈາກປັກກິ່ງ ເຊິ່ງຈີນ ໄດ້ກ່າວວ່າ ຕົນຍິນດີທີ່ຈະເຈລະຈາ ໃນດ້ານການຄ້າຮອບໃໝ່
ກັບວໍຊິງຕັນ ແຕ່ກໍຍັງໄດ້ ສະເໜີແນະວ່າ ຕົນຈະບໍ່ພົວພັນໃນການເຈລະຈາຕື່ມອີກ
ຖ້າຫາກວ່າ ສະຫະລັດ ວາງມາດຕະການເກັບພາສີຕ່າງໆ.

ໃນຖະແຫລງການ ການປະກາດເກັບພາສີໃໝ່ ທ່ານ ທຣຳ ໄດ້ເຕືອນວ່າ “ຖ້າ ຈີນ
ເອົາມາດຕະການຕອບໂຕ້ຄືນ ຕໍ່ພວກຊາວກະສິກອນ ແລະ ອຸດສາຫະກຳ ອື່ນໆ
ຂອງພວກເຮົາ ພວກເຮົາຈະສືບຕໍ່ດຳເນີນຂັ້ນຕອນທີສາມ ໃນທັນທີ ຊຶ່ງ ເປັນການ
ເກັບພາສີນຳເຂົ້າຕື່ມອີກ ມູນຄ່າປະມານ 267 ຕື້ໂດລາ.”

ເມື່ອສອງສາມເດືອນບໍ່ດົນມານີ້ ວໍຊິງຕັນ ແລະ ປັກກິ່ງ ໄດ້ວາງມາດຕະການເກັບພາສີ
25 ເປີເຊັນ ມູນຄ່າ 34 ຕື້ໂດລາ ຕໍ່ສິນຄ້າຕ່າງໆ ທີ່ນຳເຂົ້າຊາຍແດນ ຂອງແຕ່ລະປະເທດ.

ທ່ານ ລາຣຣີ ຄູດໂລ ທີ່ປຶກສາດ້ານເສດຖະກິດ ຂອງທຳນຽບຂາວ ແລະ ຜູ້ອຳນວຍການ ສະພາເສດຖະກິດແຫ່ງຊາດ ກ່າວຖະແຫລງ ໃນລະຫວ່າງ ການພົບປະກັບ ສະມາຄົມເສດຖະກິດຂອງລັດນິວຢອກ, ວັນທີ 17 ກັນຍາ 2018, ໃນນະຄອນ ນິວຢອກ.
ທ່ານ ລາຣຣີ ຄູດໂລ ທີ່ປຶກສາດ້ານເສດຖະກິດ ຂອງທຳນຽບຂາວ ແລະ ຜູ້ອຳນວຍການ ສະພາເສດຖະກິດແຫ່ງຊາດ ກ່າວຖະແຫລງ ໃນລະຫວ່າງ ການພົບປະກັບ ສະມາຄົມເສດຖະກິດຂອງລັດນິວຢອກ, ວັນທີ 17 ກັນຍາ 2018, ໃນນະຄອນ ນິວຢອກ.

ເມື່ອຕອນເຊົ້າວັນຈັນວານນີ້ ທ່ານ ລາຣຣີ ຄູດໂລ ທີ່ປຶກສາດ້ານເສດຖະກິດ ຂອງທຳນຽບ
ຂາວ ໄດ້ບອກ ສະມາຄົມ ເສດຖະກິດ ຂອງລັດນິວຢອກ ວ່າ ສະຫະລັດ ແມ່ນ “ພ້ອມທີ່
ຈະຕໍ່ລອງ ແລະເຈລະຈາ ກັບຈີນ ໃນທຸກເວລາ ທີ່ພວກເຂົາເຈົ້າພ້ອມທີ່ ຈະເອົາຈິງ
ເອົາຈັງ ແລະ ຢັ້ງຢືນການເຈລະຈາ ທີ່ນຳໄປສູ່ການຄ້າເສລີ ເພື່ອຫລຸດຜ່ອນການເກັບ
ພາສີ ແລະກຳແພງຕ່າງໆທີ່ບໍ່ກ່ຽວພັນກັບພາສີ ເພື່ອເປີດຕະຫຼາດ ເພື່ອອຳນວຍໃຫ້ມີ
ການແຂ່ງຂັນຫຼາຍທີ່ສຸດໃນເສດຖະກິດໂລກ, ເພື່ອທີ່ຈະສົ່ງອອກສິນຄ້າ ຂອງພວກ
ເຮົາຫຼາຍຂຶ້ນ ແລະ ການບໍລິການຕ່າງໆ ໄປຈີນຫຼາຍຂຶ້ນ.”

ທ່ານ ທຣຳ ໄດ້ປະກາດໃນ ທວີດເຕີ ວ່າ ການເກັບພາສີເພີ້ມ ທີ່ທ່ານໄດ້ວາງອອກໄປນັ້ນ
ໄດ້ເສີມຂະຫຍາຍເສດຖະກິດ ສະຫະລັດ ເຊິ່ງເປັນເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG