ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການປ້ອງກັນ ແລະຄວບຄຸມພະຍາດ ກ່າວວ່າ ສະຫະລັດ ພວມຢູ່ໃນເສັ້ນທາງ ໄປສູ່ການສິ້ນສຸດ ໃນການລະບາດຂອງໂຄວິດ-19


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສ ຫຼັງຈາກປະຊຸມກັບ ທິີມຮັບມືກັບໂຄວິດ-19 ທີ່ທຳນຽຂາວ ໃນນະຄອນຫຼວງວໍຊິງຕັນ.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສ ຫຼັງຈາກປະຊຸມກັບ ທິີມຮັບມືກັບໂຄວິດ-19 ທີ່ທຳນຽຂາວ ໃນນະຄອນຫຼວງວໍຊິງຕັນ.

Iທ່ານນາງໂຣແຊລ ວາເລນສະກີ ຜູ້ອຳນວຍການສູນກາງຄວບຄຸມແລະປ້ອງກັນ ພະຍາດ
ຂອງສະຫະລັດ ຫຼື CDC ກ່າວໃນວັນອັງຄານວານນີ້ວ່າ ສະຫະລັດ ປາກົດວ່າ ພວມຢູ່ໃນ
ເສັ້ນທາງໄປສູ່ການສິ້ນສຸດລົງໃນການແຜ່ລະບາດ ໂດຍ ໃຫ້ຂໍ້ສັງເກດວ່າ ໃນໄລຍະ 7 ມື້
ຜ່ານມານີ້ ໂດຍສະເລ່ຍແລ້ວ ກໍລະນີໃໝ່ໃນ ການຕິດເຊື້ອແລະເສຍຊີວິດຍ້ອນໂຄວິດ-19
ແມ່ນຕໍ່າທີ່ສຸດນັບແຕ່ການແຜ່ລະ ບາດໄດ້ເລີ້ມຂຶ້ນ.

ໃນລະຫວ່າງການຖະແຫຼງຂ່າວ ຂອງທີມງານຮັບມືກັບໂຄວິດ-19 ຂອງທຳນຽບຂາວນັ້ນ
ທ່ານນາງວາເລນສະກີກ່າວວ່າ ໂຕເລກຫວ່າງມໍ່ໆມານີ້ ໄດ້ສະແດງໃຫ້ ເຫັນວ່າ “ພວກ
ເຮົາທັງໝົດຄວນຈະມີຄວາມຫວັງໄປໃນທາງທີ່ດີ.”

ທີ່ປຶກສາອະວຸໂສກ່ຽວກັບໂຄວິດ-19 ຂອງທຳນຽບຂາວ ທ່ານແອນດີ ສະລາວິດ ໄດ້ໃຫ້
ຂ່າວດີເພີ້ມຕື່ມ ໂດຍໃຫ້ຂໍ້ສັງເກດວ່າ ກໍລະນີຕິດເຊື້ອໃນອາທິດທີ່ຜ່ານມາ ນີ້ ໄດ້ຫລຸດລົງ
ຢູ່ໃນທັງ 50 ລັດ ແລະນີ້ກໍເປັນເທື່ອທຳອິດນັບແຕ່ໄດ້ມີການແຜ່ ລະບາດ.

ໃນຂະນະທີ່ອັດຕາການສັກຢາວັກຊີນໄດ້ຊ້າລົງ ທ່ານນາງວາເລນສະກີ ກ່າວວ່າ ສະຫະ
ລັດຍັງສືບຕໍ່ທີ່ຈະສັກຢາວັກຊີນໃຫ້ 1 ລ້ານ 5 ແສນ ແລະ 2 ລ້ານຄົນ ຕໍ່ມື້. ທ່ານນາງກ່າວ
ວ່າໃນໄລຍະບໍ່ຮອດນຶ່ງອາທິດຜ່ານມານີ້ ນັບແຕ່ຫ້ອງການ ອາຫານແລະຢາຂອງສະຫະ
ລັດ ແລະອົງການ CDC ໄດ້ອະນຸຍາດແລະສະເໜີ ໃຊ້ການສະວັກຊີນຟາຍເຊີ (Pfizer)
ສຳລັບພວກເດັກນ້ອຍທີ່ມີອາຍຸແຕ່ 12 ປີ ຂຶ້ນໄປ ມີພວກເດັກນ້ອຍຫຼາຍກວ່າ 600,000
ຄົນໄດ້ຮັບການສັກວັກຊີນແລ້ວ.

ທ່ານນາງວາເລນສະກີຍັງໄດ້ໃຫ້ຂໍ້ສັງເກດວ່າ 60 ເປີເຊັນ ຂອງຊາວອາເມຣິກັນ ທັງໝົດ
ມີອາຍຸແຕ່ 18 ປີຂຶ້ນໄປ ໄດ້ຮັບການສັກຢາວັກຊີນຢ່າງໜ້ອຍນຶ່ງເຂັມ ແລ້ວ ຊຶ່ງເປັນຮ່ອງ
ຮອຍດີ ສຳລັບປະເທດຊາດທີ່ຈະບັນລຸຢ່າງງ່າຍໃນເປົ້າໝາຍ 70 ເປີເຊັນ ຂອງປະທານາ
ທິບໍດີໂຈ ໄບເດັນຊຶ່ຢ່າງໜ້ອຍໄດ້ຮັບການສັກວັກຊີນ ນຶ່ງເຂັມ ພາຍໃນວັນ ທີ 4 ກໍລະກົດ
ຈະມາເຖິງນີ້.

ໃນລະຫວ່າງການຖະແຫຼງຂ່າວດຽວກັນນີ້ ທີ່ປຶກສາການແພດອະວຸໂສຂອງທຳ ນຽບຂາວ
ດຣ. ແອນໂທນີ ຟາວຈີ ໄດ້ໃຫ້ການຄໍ້າປະກັນແກ່ຊາວອາເມຣິກັນ ກ່ຽວກັບປະສິດທິຜົນ
ຂອງວັກຊີນກັນໂຄວິດ-19. ທ່່ານໄດ້ສະເໜີການຄົ້ນຄວ້າ ຫວ່າງມໍ່ໆມານີ້ທີ່ສະແດງໃຫ້
ເຫັນວ່າ ຢາວັກຊີນໃນປັດຈຸບັນທີ່ມີຢູ່ໃນສະຫະລັດ ໄດ້ພິສູດວ່າ ມີປະສິດທິິຜົນໃນການ
ປ້ອງກັນຕໍ່ເຊື້ອໄວຣັສສາຍພັນໃໝ່ ຮວມທັງ ສາຍພັນ B.1.6.7 ທີ່ໄດ້ລະບຸວ່າມີຕົ້ນຕໍ່ມາ
ຈາກອິນເດຍ.

ທ່ານນາງວາເລນສະກີກ່າວວ່າ ອົງການ CDC ກຳລັງເຮັດວຽກ ກ່ຽວກັບການ ອອກຄຳ
ແນະນຳຂອງຕົນຕໍ່ພວກນັກເດັກນ້ອຍນັກຮຽນສະຫະລັດເມື່ອເວລາເຂົາ ເຈົ້າກັບໄປໂຮງ
ຮຽນໃນທ້າຍປີນີ້ ຫຼືບາງທີເຂົ້າໂຮງຮຽນລະດູຮ້ອນ ໃນບໍ່ເທົ່າໃດ ເດືອນຈະມາເຖິງນີ້.
ທ່ານນາງກ່າວວ່າ ຄຳແນະນຳຈະອີງໃສ່ວ່າ ມີເດັກນ້ອຍຈັກ ຄົນທີ່ຈະສັກວັກຊີນໃນບໍ່ເທົ່າ
ໃດເດືອນຂ້າງໜ້າເພາະສະນັ້ນເຂົາເຈົ້າຍັງກຳລັງ ພັດທະນາຄຳແນະນຳດັ່ງກ່າວຢູ່

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG