ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ອະນຸມັດ ການຊ່ອຍເຫຼືອດ້ານການທະຫານແກ່ ໄຕ້ຫວັນ ພາຍໃຕ້ໂຄງການ ໂດຍປົກກະຕິແລ້ວ ສະຫງວນໄວ້ສຳລັບ ບັນດາປະເທດທີ່ມີອະທິປະໄຕ


ແຟ້ມພາບ - ທຳນຽບຫ້າແຈ (Pentagon) ເຫັນໄດ້ຈາກເຮືອບິນ Air Force One ຂະນະທີ່ບິນຢູ່ເທິງນະຄອນຫຼວງ ວໍຊິງຕັນ, ວັນທີ 2 ສິງຫາ 2022.
ແຟ້ມພາບ - ທຳນຽບຫ້າແຈ (Pentagon) ເຫັນໄດ້ຈາກເຮືອບິນ Air Force One ຂະນະທີ່ບິນຢູ່ເທິງນະຄອນຫຼວງ ວໍຊິງຕັນ, ວັນທີ 2 ສິງຫາ 2022.

ລັດຖະບານທ່ານໄບເດັນ ໄດ້ອະນຸມັດການໂອນຍຸດໂທປະກອນດ້ານການທະ ຫານຂອງສະຫະລັດ ໄປຍັງໄຕ້ຫວັນ ຊຶ່ງເປັນຄັ້ງທຳທິດ ທີ່ບໍ່ເຄີຍມີມາກ່ອນ ພາຍໃຕ້ໂຄງການທີ່ໂດຍທົ່ວໄປແລ້ວ ສະຫງວນໄວ້ສຳລັບການຊ່ອຍເຫຼືອແກ່ປະເທດທັງຫຼາຍທີ່ມີອະທິປະໄຕ ແລະເອກະລາດ ອີງຕາມອົງການຂ່າວ ເອພີ.

ກະຊວງການຕ່າງປະເທດ ໄດ້ແຈ້ງໃຫ້ລັດຖະສະພາຊາບກ່ຽວກັບການຂາຍດັ່ງກ່າວ ໃນວັນພຸດວານນີ້.

ຊຸດຍຸດໂທປະກອນແມ່ນບໍ່ຫຼາຍພຽງ 80 ລ້ານໂດລາ ແຕ່ຜົນຂອງການນຳໃຊ້ອັນທີ່ເອີ້ນວ່າ ໂຄງການໃຫ້ທຶນດ້ານການທະຫານແກ່ຕ່າງປະເທດ (Foreign Military Financing program) ເພື່ອສະໜອງມັນໃຫ້ນັ້ນ ອາດຈະເຮັດໃຫ້ຈີນ ບໍ່ພໍໃຈ.

ປັກກິ່ງ ຊຶ່ງຖືວ່າ ໄຕ້ຫວັນເປັນແຂວງນຶ່ງທີ່ແຍກໂຕອອກຈາກຈີນ ໄດ້ກ່າວຊ້ຳແລ້ວຊ້ຳອີກວ່າ ຕົນຈະບໍ່ຕັດການນຳໃຊ້ກຳລັງເພື່ອລວບລວມເອົາໄຕ້ຫວັນເຂົ້າກັບແຜ່ນດິນໃຫຍ່ ແລະຍັງໄດ້ປະທ້ວງຢ່າງແຮງຫຼາຍຄັ້ງຕໍ່ທຸກການຂາຍອາວຸດຂອງສະຫະລັດ ໃຫ້ແກ່ເກາະທີ່ປົກຄອງຕົນເອງດັ່ງກ່າວ. ເຖິງຢາງໃດກໍຕາມ ການຂາຍອາວຸດຕ່າງໆກ່ອນໜ້ານີ້ໃຫ້ແກ່ໄຕ້ຫວັນ ໄດ້ຮັບການອະນຸມັດ ພາຍ ໃຕ້ອຳນາດອື່ນໆທີ່ບໍ່ຈຳເປັນຕ້ອງໝາຍເຖິງສະຖານະການຍອມຮັບເປັນປະເທດເອກະລາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG