ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບີພີໝົດຫົນທາງທີ່ຈະຢຸດ ນໍ້າມັນຮົ່ວໃນອ່າວເມັກຊິໂກ


ເຈົ້າໜ້າທີ່ອະວຸໂສຂອງໜ່ວຍຍາມຝັ່ງສະຫະລັດຄົນນຶ່ງກ່າວວ່າ ບໍລິສັດພະລັງງານ
ຍັກໃຫຍ່ບີພີ ໝົດທຸກຊ່ອງທາງທີ່ເປັນໄປໄດ້ ໃນການທີ່ຈະອຸດຕັນການຮົ່ວໄຫລຂອງ
ນໍ້າມັນ ອອກໃສ່ອ່າວເມັກຊິໂກ ແລະທ່ານກ່າວວ່າລັດຖະບານສະຫະລັດບໍ່ມີຄວາມ
ຕັ້ງໃຈທີ່ຈະເຂົ້າຮັບຊ່ວງແທນ ໃນການດຳເນີນຄວາມພະຍາຍາມດັ່ງກ່າວ.

ຜູ້ບັນຊາການໜ່ວຍຍາມຝັ່ງສະຫະລັດ ພົນເຮືອເອກ THAD
ALLEN ແມ່ນຫົວໜ້າ ພວກເຈົ້າໜ້າທີ່ຂອງລັດຖະບານສະ
ຫະລັດທີ່ດຳເນີນການຮັບມືກັບໄພພິບັດ. ທ່ານໃຫ້ທັດສະນະດັ່ງກ່າວ
ຕໍ່ພວກນັກຂ່າວໃນມື້ວັນຈັນວານນີ້ ທີ່ທຳນຽບຂາວ. ພົນເຮືອເອກ ALLEN
ເວົ້າວ່າ ການຈະຊຸກຍູ້ໃຫ້ບໍລິສັດບີພີຢຸດ​ເຊົາປະຕິບັດ​ງານ​ດ້ານ​ນີ້​ນັ້ນ
ຈະພາໃຫ້ເກີດມີຄຳຖາມກ່ຽວກັບວ່າ ແມ່ນຫຍັງຄືທາງເລືອກທີ່ດີ ກວ່ານີ້.

ການໃຫ້ທັດສະນາຂອງພົນເຮືອເອກ ALLEN ມີຂຶ້ນນຶ່ງມື້ຫລັງຈາກລັດຖະມົນຕີ
ກະຊວງພາຍໃນຂອງສະຫະລັດ ທ່ານ KEN SALARZA ກ່າວວ່າ ທ່ານບໍ່ຄວາມ
ເຊື່ອໝັ້ນ ໃນການດຳເນີນຄວາມພະຍາຍາມຂອງບໍລິສັດບີພີທີ່ຈະ ຄວບຄຸມການຮົ່ວ
ໄຫລຂອງນໍ້າມັນ. ທ່ານເວົ້າວ່າ ລັດຖະບານສະຫະລັດພ້ອມແລ້ວທີ່ຈະເຂົ້າຄວບຄຸມ
ການດຳເນີນຄວາມພະຍາຍາມ ຖ້າການປະຕິບັດງານ ຂອງບໍລິສັດບີພີຫາກປະສົບ
ກັບຄວາມລົ້ມແຫລວ.

XS
SM
MD
LG