ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດຈະສືບຕໍ່ຫ້າມ ເຈາະນ້ຳມັນໃນເຂດນ້ຳເລິກ


ລັດຖະບານຂອງປະທານາທິບໍດີ ບາຣັກ ໂອບາມາກ່າວວ່າ
ຕົນຈະສືບຕໍ່ ດຳເນີນຄວາມພະຍາຍາມ ເພື່ອຈັດຕັ້ງ
ປະຕິບັດການຫ້າມບໍ່ໃຫ້ເຈາະນໍ້າມັນໃນ ເຂດນໍ້າເລິກ​
ເປັນ​ເວລາ 6ເດືອນ ເຖິງແມ່ນໄດ້ມີການຕັດສິນຂອງ
ສານກໍຕາມ.

ໃນມື້ວານນີ້ ຜູ້ພິພາກສາຄົນນຶ່ງຂອງລັດຖະບານກາງ
ສະຫະລັດໄດ້ຕ່າວປີ້ນ ຄຳສັ່ງຫ້າມຂອງລັດຖະບານ
ໂດຍເວົ້າວ່າ ມັນກວ້າງຂວາງເກີນໄປ.

ທຳນຽບຂາວກ່າວວ່າ ຕົນຈະຂໍອຸທອນຕໍ່ການຕັດສິນ
ດັ່ງກ່າວ. ລັດຖະມົນຕີກະຊວງແຫລ່ງສັບພະຍາກອນທຳມະຊາດຂອງສະຫະລັດ
ທ່ານ KEN SALAZARກ່າວວ່າ ທ່ານມີແຜນການທີ່ຈະອອກຄຳສັ່ງໃໝ່ສະບັບນຶ່ງ
ທີ່ມີລາຍລະອຽດເພີ້ມຂຶ້ນ ເພື່ອສະໜັບສະໜຸນຕໍ່ຄຳສັ່ງຫ້າມດັ່ງກ່າວ ພາຍໃນສອງສາມ
ມື້ຂ້າງໜ້ານີ້.

ປະທານາທິບໍດີໂອບາມາໄດ້ອອກຄຳສັ່ງຫ້າມກ່ຽວກັບເລື່ອງນີ້ໃນວັນທີ 27 ພຶດສະພາ
ຜ່ານມາ ເພື່ອເປັນການຕອບຮັບຕໍ່ເຫດລະເບີດແລະອັກຄີໄພທີ່ເຮັດໃຫ້ ມີຜູ້ເສຍຊີວິດ
11 ຄົນ ຢູ່ທີ່ຖານເຈາະນໍ້າມັນ ແລະເປັນເຫດໃຫ້ມີນໍ້າມັນຮົ່ວໄຫຼຂະໜາດໃຫຍ່ ໃນບໍລິ
ເວນອ່າວເມັກຊິໂກນັ້ນ.

ເປັນທີ່ຄາດກັນວ່າ ໃນວັນພຸດມື້ນີ້ ຄະນະອະນຸກຳມະການຂອງສະພາສູງ ສະຫະລັດ
ຈະຮັບຟັງຄຳໃຫ້ການ ຂອງຫົວໜ້າຜະແນກການໃໝ່ທີ່ຮັບຜິດຊອບ ກ່ຽວກັບການເຈາະ
ນໍ້າມັນແລະແກັສທຳມະຊາດ ຢູ່ນອກແຄມຝັ່ງທະເລຂອງສະຫະລັດ.

XS
SM
MD
LG