ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸເຂດຮ້ອນ ອາດບໍ່ຜ່ານ ບ່ອນນໍ້າມັນຮົ່ວ


ພວກນັກພະຍາກອນອາກາດ ຂອງສະຫະລັດ ພວມຈັບຕາເບິ່ງ ລົມພາຍຸເຂດຮ້ອນ ALEX ຢ່າງໃກ້ຊິດ ເພື່ອຢາກຮູ້ຈັກວ່າ ມັນຈະເປັນໄພອັນຕະລາຍ ຕໍ່ການດຳເນີນ ຄວາມພະຍາຍາມ ໃນການທຳຄວາມສະອາດ ມ້ຽນມັດນໍ້າມັນຮົ່ວ ໃນບໍລິເວນ ອ່າວເມັກຊິໂກຫຼືບໍ່.

ພວກນັກພະຍາກອນອາກາດ ກ່າວໃນຕອນເຊົ້າ ຂອງວັນເສົາມື້ນີ້ວ່າ ບໍ່ມີທາງ ທີ່ຈະຮູ້ໄດ້ ຢ່າງເປັນການແນ່ນອນວ່າ ມັນຈະມີຜົນກະທົບ ຕໍ່ການທຳຄວາມສະອາດ ທີ່ພວມດຳເນີນ ຢູ່ນອກແຄມຝັ່ງທະເລ ຂອງສະຫະລັດ ໃນເວລານີ້ຫຼືບໍ່. ແຕ່ທ່ານ JACK BEVINS ຈາກສູນກາງ ລົມພາຍຸເຮີຣິເຄນ ແຫ່ງຊາດ ຂອງສະຫະລັດ ກ່າວຕໍ່ ອົງການຂ່າວເອພີວ່າ ໂຕຢ່າງລ່າສຸດ ຫຼາຍອັນ ສະແດງໃຫ້ເຫັນວ່າ ລົມພາຍຸເຂດຮ້ອນ ALEX ຈະບໍ່ພັດຜ່ານ ເຂດນໍ້າມັນຮົ່ວ.

ຜູ້ບັນຊາການ ໜ່ວຍຍາມຝັ່ງ ຂອງສະຫະຣັດ ພົນເຮືອເອກ THAD ALLEN ໄດ້ເຕືອນ ໃນມື້ວັນສຸກວານນີ້ວ່າ ລະບົບລົມພາຍຸດັ່ງກ່າວ ອາດຈະບັງຄັບໃຫ້ ພວກເຈົ້າໜ້າທີ່ ຕ້ອງໄດ້ຢຸດເຊົາ ການດຳເນີນ ຄວາມພະຍາຍາມ ເພື່ອຄວບຄຸມ ນໍ້າມັນຮົ່ວ ດົນເຖິງ 2 ອາທິດ.

ພົນເຮືອເອກ ALLEN ເວົ້າວ່າ ຖ້າການດຳເນີນ ຄວາມພະຍາຍາມ ເພື່ອຄວບຄຸມ ນໍ້າມັນຮົ່ວ ຫາກມີການຢຸດເຊົາ ກໍຈະບໍ່ມີຄົນ ກຳກັບນຳ ບໍ່ນໍ້າມັນທີ່ຮົ່ວ ແລະນໍ້າມັນ ກໍຈະຮົ່ວໄຫຼອອກມາ ໃສ່ກ່າວເມັກຊິໂກ ແບບບໍ່ມີ ການຄວບຄຸມ.

XS
SM
MD
LG