ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາເລີ້ມກວດເບິ່ງ ຄໍາຮ້ອງທຸກຕໍ່ບີພີ


ການດຳເນີນບາດກ້າວອັນທຳອິດ ໃນອັນທີ່ອາດຈະເປັນ ການຕໍ່ສູ້ທາງດ້ານກົດໝາຍ ທີ່ຍືດຍາດຂອງບໍລິສັດນໍ້າມັນ ທີ່ພົວພັນກັບການຮົ່ວໄຫຼ ຮ້າຍແຮງສຸດ ໃນປະວັດສາດ ຂອງສະຫະລັດນັ້ນ ພວມຈະເລີ້ມຂຶ້ນ ໃນວັນພະຫັດມື້ນີ້.

ຜູ້ພິພາກສາຄະນະນຶ່ງ ຈະປະຊຸມກັນທີ່ລັດ IDAHO ທາງ ພາກຕາເວັນຕົກສຽງເໜືອ ຂອງສະຫະລັດ ເພື່ອສຳລວດ ກວດກາເບິ່ງຄຳຮ້ອງທຸກ 200 ກວ່າສະບັບ ທີ່ໄດ້ຍື່ນຟ້ອງ ຕໍ່ບໍລິສັດນໍ້າມັນຍັກໃຫຍ່ບີພີ.

ຂະນະດຽວກັນ ຫົວໜ້າບໍລິຫານທີ່ຈະເຂົ້າມາຮັບຕຳແໜ່ງໃໝ່ ຂອງບໍລິສັດບີພີ ທ່ານ ROBERT DUDLEY ກ່າວຕໍ່ວິທະຍຸ NPR ວ່າ ບໍ່ນໍ້າມັນທີ່ແຕກໃນບໍລິເວນ ອ່າວເມັກຊິໂກນັ້ນ ອາດຈະໄດ້ຮັບການອຸດຕັນຢ່າງເປັນການຖາວອນ ພາຍໃນມື້ວັນຈັນນີ້.

ໃນການໃຫ້ສຳພາດດັ່ງກ່າວ ທ່ານ DUDLEY ຍັງເວົ້າວ່າ ເປົ້າໝາຍຂອງບໍລິສັດບີພີ ກໍຄືອຸດຕັນບໍ່ນໍ້າມັນທີ່ຮົ່ວ ພາຍໃນຕົ້ນອາທິດຈະມາ ແລະຫຼັງຈາກນັ້ນກໍຈະເພັ່ງເລັງໃສ່ ການທຳຄວາມສະອາດມ້ຽນມັດຫາດຊາຍຕ່າງໆ ຢູ່ຕາມເຂດແຄມຝັ່ງທະເລ ຂອງອ່າວ ເມັກຊິໂກ.

ບໍລິສັດບີພີປະກາດໃນມື້ວັນອັງຄານຜ່ານມານີ້ວ່າ ທ່ານ DUDLEY ຈະເຂົ້າຮັບຕຳແໜ່ງ ເປັນຫົວໜ້າບໍລິຫານຂອງບໍລິສັດ ແທນທ່ານ TONY HAYWARD.

XS
SM
MD
LG