ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຫົວໜ້າບໍລິຫານ ຂອງບີພີ ຈະລາອອກ


ບໍລິສັດນໍ້າມັນຍັກໃຫຍ່ບີພີກ່າວວ່າ ຫົວໜ້າຄະນະ ບໍລິຫານຂອງບໍລິສັດ ທ່ານ TONY HAYWARD ຈະລາອອກໃນວັນທີ 1 ຕຸລາຈະມານີ້ ລຸນຫຼັງທີ່ໄດ້ມີ ການຕຳໜິຕິຕຽນ ຕໍ່ການຮັບມືຂອງ​ທ່ານ ກັບການຮົ່ວໄຫຼຂອງນໍ້າມັນ ໃນເຂດອ່າວເມັກຊິໂກ.

ບໍລິສັດບີພີທີ່ມີສຳນັກງານໃຫຍ່ຢູ່ປະເທດອັງກິດ ໄດ້ອອກ ຖະແຫຼງຂ່າວສະບັບນຶ່ງ ໃນວັນອັງຄານມື້ນີ້ເວົ້າວ່າ ການຕັດສິນໃຈທີ່ວ່ານີ້ ໄດ້ມີການບັນລຸ ດ້ວຍການຕົກລົງເຫັນພ້ອມນຳກັນ ຂອງສະພາຜູ້ອຳນວຍການ ຂອງບໍລິສັດບີພີ.

ທ່ານ HAYWARD ໄດ້ຖືກກົດດັນໃຫ້ລາອອກ ຍ້ອນການຮັບມືຂອງບໍລິສັດບີພີ ໃນເຫດລະເບີດ ທີ່ຖານເຈາະນໍ້າມັນ ຂອງບໍລິສັດ ໃນວັນທີ 20 ເມສາຜ່ານມາ ທີ່ເປັນເຫດໃຫ້ມີຄົນງານເສຍຊີວິດ 11 ຄົນ ແລະພາໃຫ້ເກີດໄພພິບັດທາງດ້ານ ສະພາບແວດລ້ອມຢ່າງຮ້າຍແຮງນັ້ນ.

ທ່ານ BOB DUDLEY ຊຶ່ງເປັນຄົນອະເມຣິກັນ ​ແລະປັດຈຸບັນ ເປັນຫົວໜ້າຮັບຜິດຊອບ ການປະຕິບັດງານ ທຳຄວາມສະອາດມ້ຽນມັດນໍ້າມັນຮົ່ວ ໃນເຂດອ່າວເມັກຊິໂກນັ້ນ ຈະ ເຂົ້າຮັບໜ້າທີ່ ແທນທ່ານ HAYWARD.

ນອກນັ້ນແລ້ວ ທາງບໍລິສັດບີພີ ຍັງໄດ້ປະກາດໃນວັນອັງຄານມື້ນີ້ວ່າ ຕົນໄດ້ລຸບທຶນ 17 ພັນລ້ານໂດລາ ໃນໄຕຼມາດທີ 2 ຂອງປີ 2010 ຍ້ອນໄພພິບັດນໍ້າມັນຮົ່ວ.

ບີພີກ່າວວ່າ ຕົນຈະຂາຍຊັບສິນມູນຄ່າ 30 ພັນລ້ານໂດລາ ໃນໄລຍະ 18 ເດືອນຂ້າງໜ້າ ​ເພື່ອ​ຊົດ​ເຊີຍ​ ການ​ຂາດ​ທຸນດັ່ງ​ກ່າວ ຮວມທັງຈະ​ເອົາ​ມາສ້າງຕັ້ງກອງທຶນ 20 ພັນລ້ານ ໂດລາ ເພື່ອຈ່າຍເງິນຊົດເຊີຍ ໃຫ້ແກ່ປະຊາຊົນ ໃນເຂດອ່າວເມັກຊິໂກ ທີ່ໄດ້ຮັບ ຜົນກະທົບໂດຍກົງ ຈາກໄພພິບັດ ນໍ້າມັນຮົ່ວໃນຄັ້ງນີ້.

XS
SM
MD
LG