ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດບີພີ ທົດສອບ ຝາອັດໃໝ່


ຮູບຖ່າຍ ຈາກພື້ນທະເລ ສະແດງໃຫ້ເຫັນວ່າ ບໍ່ມີນໍ້າມັນຮົ່ວອີກ
ຮູບຖ່າຍ ຈາກພື້ນທະເລ ສະແດງໃຫ້ເຫັນວ່າ ບໍ່ມີນໍ້າມັນຮົ່ວອີກ

ບໍລິສັດນໍ້າມັນບີພີ ທຳການທົດສອບ ຄັ້ງສຳຄັນ ເພື່ອຢາກຮູ້ຈັກວ່າ ການດຳເນີນ ຄວາມພະຍາຍາມ ເທື່ອລ່າສຸດຂອງຕົນ ໃນການຄວບຄຸມ ການຮົ່ວໄຫຼ ຂະໜາດໃຫຍ່ ຂອງນໍ້າມັນ ໃນເຂດອ່າວເມັກຊິໂກນັ້ນ ຍັງຈະໄດ້ຜົນ ຕໍ່ໄປຫຼືບໍ່ ນຶ່ງມື້ຫຼັງຈາກ ສາມາດສະກັດກັ້ນ ການຮົ່ວໄຫຼ ຂອງນໍ້າມັນ ຈາກທໍ່ທີ່ແຕກ ເປັນເທື່ອທຳອິດ ນັບແຕ່ເດືອນເມສາ ເປັນຕົ້ນມາ.

ຫົວໜ້າ ເຈົ້າໜ້າທີ່ ຂອງບໍລິສັດບີພີ ທ່ານ KENT WELLS ກ່າວໃນມື້ວານນີ້ວ່າ ບໍ່ມີນໍ້າມັນຮົ່ວ ອອກມາອີກແລ້ວ ຫຼັງຈາກ ທຸກບ່ອນປິດເປີດ ໄດ້ມີການອັດ ຢ່າງສິ້ນເຊີງ ຂອງຝາອັດໃໝ່ ທີ່ໄດ້ມີການ ຕິດຕັ້ງໃສ່ທໍ່. ທ່ານກ່າວວ່າ ການທົດສອບ ເພີ້ມຕື່ມ ຈະຊັ່ງຊາ ຕີລາຄາເບິ່ງວ່າ ລະບົບທັງໝົດ ຍັງຄົງໂຕຢູ່ ໄດ້ຫຼືບໍ່ ແລະບໍ່ມີບ່ອນຮົ່ວ ໃດໆຕື່ມ.

ການທົດສອບ ທີ່ວ່ານີ້ ແມ່ນພົວພັນ ກັບການປິດ ບ່ອນປິດຂອງຝາອັດ ເພື່ອຢາກຮູ້ຈັກວ່າ ມັນສາມາດ ຕ້ານທານກັບ ຄວາມກົດດັນ ຂອງບໍ່ໄດ້ຫຼືບໍ່ ແລະຄວບຄຸມ ການຮົ່ວໄຫຼ ທີ່ປະມານກັນວ່າ ມີ 60,000 ຖັງ ໃນແຕ່ລະມື້ນີ້ນັ້ນ. ບໍລິສັດບີພີ ກ່າວວ່າ ຕົນອາດຈະຢຸດເຊົາ ການທົດສອບ ໂດຍໄວ ຖ້າການແທກເບິ່ງ ຄວາມກົດດັນ ຫາກຕໍ່າໂພດ ທີ່ເປັນຮ່ອງຮອຍ ສະແດງໃຫ້ເຫັນວ່າ ອາດຍັງມີ ການຮົ່ວໄຫຼ ຢູ່ສ່ວນອື່ນຂອງບໍ່.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຂ່າວທີ່ວ່າ ບໍລິສັດບີພີ ສາມາດສະກັດກັ້ນ ການຮົ່ວໄຫຼ ຂອງນໍ້າມັນ ໄດ້ແລ້ວນັ້ນ ແມ່ນເປັນຮ່ອງຮອຍ ໃນທາງບວກ ແຕ່ທ່ານກໍເຕືອນວ່າ ຂັ້ນຕອນທີ່ວ່ານີ້ ແມ່ນຍັງເປັນພຽງ ການທົດສອບທໍ່ນັ້ນ.

XS
SM
MD
LG