ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບີພີຕິດຕັ້ງຝາອັດໃໝ່ ໃສ່ບໍ່ນໍ້າມັນທີ່ຮົ່ວ


ຮູບວີດີໂອໃຕ້ພື້ນທະເລ ໃນເຂດອ່າວ ເມັກຊິໂກ ທີ່ຖ່າຍ ໃນມື້ວັນຈັນວານນີ້ ໄດ້ສະແດງໃຫ້ເຫັນ ເຖິງຄວາມສຳເລັດ ໃນຕິດຕັ້ງ ຝາອັດໃໝ່ ໃສ່ບໍ່ນໍ້າມັນ ທີ່ຮົ່ວ ຊຶ່ງຄາດວ່າ ຈະເຮັດໃຫ້ ປະລິມານນໍ້າມັນ ທີ່ຮົ່ວໄຫຼ ອອກມານັ້ນ ຫຼຸດລົງ ຢ່າງຫຼວງຫຼາຍ ແລະອາດເຮັດໃຫ້ ຢຸດເຊົາເລີຍ ກໍເປັນໄດ້.

ເຈົ້າໜ້າທີ່ ຂອງບໍລິສັດ ນໍ້າມັນບີພີ ກ່າວວ່າ ຈະມີການ ທົດສອບ ທີ່ອາດຈະໃຊ້ເວລາ ຫຼາຍໆຊົ່ວໂມງ ຫຼືຫຼາຍໆມື້ ເພື່ອຊັ່ງຊາຕີລາ ກ່ຽວກັບ ປະສິດທິຜົນ ຂອງຝາອັດໃໝ່. ແຕ່ກ່າວ​ຕື່ມ​ວ່າ ການເຄື່ອນໄຫວ ທີ່​ວ່ານີ້ ແມ່ນເປັນພຽງ ການສ້ອມແປງ ຊົ່ວຄາວເທົ່ານັ້ນ.

ໃນ​ລະຫວ່າງນີ້ ທາງບໍລິສັດບີພີ ກໍກຳລັງສືບ​ຕໍ່ ເຈາະຮູບັນເທົາ ບໍ່ນໍ້າມັນທີ່ຮົ່ວ 2 ຮູ ດ້ວຍກັນ ເພື່ອອຳນວຍໃຫ້ ທໍ່ນໍ້າມັນທີ່ແຕກ ຖືກປິດດ້ວຍຂີ້ຕົມ ແລະຊີມັງ ຢ່າງເປັນ ການຖາວອນ. ການເຈາະຮູບັນເທົາ ຮູທຳອິດ ຈະຕ້ອງໃຊ້ເວລາ ຢ່າງນ້ອຍອີກ ນຶ່ງເດືອນ ຈຶ່ງຈະແລ້ວ.

ການຮົ່ວໄຫຼ ຂອງນໍ້າມັນ ຊຶ່ງເລີ້ມຂຶ້ນບໍ່ດົນ ລຸນຫຼັງ ເຫດລະເບີດຢ່າງແຮງ ທີ່ຖານເຈາະ ໃນບໍລິເວນ ອ່າວເມັກຊິໂກ ໃນວັນທີ 20 ເມສາ ໄດ້ສ້າງ ຄວາມເສຍຫາຍ ໃນຂອບເຂດ ທີ່ກວ້າງຂວາງ ແກ່ແຄມຝັ່ງທະເລ ຂອງ​ສະຫະລັດ ໃນເຂດອ່າວເມັກຊິໂກ ທີ່ເຮັດໃຫ້ນົກ ແລະສັດທະເລ ເສຍຊີວິດ ແລະສ້າງ ຄວາມເສຍຫາຍຮ້າຍແຮງ ໃຫ້ແກ່ການປະມົງ ການ ທ່ອງທ່ຽວ ແລະ ອຸສາຫະກຳອື່ນໆ ຢູ່ໃນຂົງເຂດ.

XS
SM
MD
LG