ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ທັນວາ ໒໐໒໕

ນໍ້າມັນຮົ່ວອາດເກີດຂຶ້ນໄດ້ອີກ ໃນສະຫະລັດ


ຮູບຂອງໜ່ວຍຍາມຝັ່ງສະຫະລັດ ທີ່ໄດ້ພະຍາຍາມ ໃນເດືອນພຶດສະພາ ປີກາຍ ເພື່ອຄວບຄຸມການຮົ່ວໄຫຼຂອງນໍ້າມັນ ໃນບໍລິເວນອ່າວເມັກຊິໂກ ດ້ວຍການຈູດເຜົາ.
ຮູບຂອງໜ່ວຍຍາມຝັ່ງສະຫະລັດ ທີ່ໄດ້ພະຍາຍາມ ໃນເດືອນພຶດສະພາ ປີກາຍ ເພື່ອຄວບຄຸມການຮົ່ວໄຫຼຂອງນໍ້າມັນ ໃນບໍລິເວນອ່າວເມັກຊິໂກ ດ້ວຍການຈູດເຜົາ.

ລາຍງານໃໝ່ສະບັບນຶ່ງຂອງສະຫະລັດແຈ້ງວ່າການຮົ່ວ
ໄຫຼຂອງນໍ້າມັນຂະໜາດໃຫຍ່ ຄ້າຍຄືກັນກັບ ທີ່ໄດ້ເກີດ
ຂຶ້ນຢູ່ອ່າວເມັກຊິໂກໃນປີກາຍນີ້ ອາດເກີດຂຶ້ນໄດ້ອີກຖ້າ
ບໍ່ມີການປະຕິຮູບທີ່ສຳຄັນໆໂດຍອຸສາຫະກຳນໍ້າມັນແລະ
ລັດຖະບານ.

ຄະນະສືບສວນກ່ຽວກັບເລື່ອງນໍ້າມັນຮົ່ວຂອງປະທານາ
ທິບໍດີກ່າວວ່າ ບໍລິສັດບີພີແລະຄູ່ພາຄີຄືບໍລິສັດ Trans-
ocean ແລະ Halliburton ໄດ້ທຳການຕັດສິນໃຈຈຳ
ນວນນຶ່ງເພື່ອເປັນການປະຢັດເງິນ ທີ່ໄດ້ເພີ່ມຄວາມສ່ຽງ
ຕໍ່ການລະເບີດຂອງຖານເຈາະນໍ້າມັນຢູ່ນອກແຄມຝັ່ງທະ
ເລ.

ຖານເຈາະນໍ້າມັນ Deepwater Horizon ໄດ້ລະເບີດຂຶ້ນໃນວັນທີ 20 ເມສາປີ 2010
ເຮັດໃຫ້ພະນັກງານຂອງບໍລິສັດ 11 ຄົນເສຍຊີວິດ ແລະຍັງຜົນໃຫ້ມີນໍ້າມັນຮົ່ວໄຫຼຫຼາຍ
ລ້ານຖັງອອກໃສ່ອ່າວເມັກຊິໂກ.

ຄະນະກຳມາທິການດັ່ງກ່າວ ຈະສົ່ງລາຍງານຂັ້ນສຸດທ້າຍຂອງຕົນ ໄປຍັງປະທານາທິບໍ
ດີສະຫະລັດ ທ່ານບາຣັກໂອບາມາໃນສັບປະດາໜ້ານີ້.

XS
SM
MD
LG