ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນ້ຳມັນທີ່ຮົ່ວໄຫຼໃ ໃນບໍລິເວນອ່າວເມັກຊິໂກ


ນ້ຳມັນຮົ່ວໄຫລໃນອ່າວເມັກຊິໂກ
ນ້ຳມັນຮົ່ວໄຫລໃນອ່າວເມັກຊິໂກ

ນ້ຳມັນທີ່ຮົ່ວໄຫຼໃນບໍລິເວນອ່າວເມັກຊິໂກ ພວມໄຫລເຂົ້າໄປ
ໃກ້ລັດຟລໍຣິດາ ຂະນະທີ່ບໍລິສັດນ້ຳມັນຍັກໃຫຍ່ບີພີຍັງ
ສືບຕໍ່ດີ້ນຮົນເພື່ອຊອກຫາຊ່ອງທາງ ຄວບຄຸມການຮົ່ວໄຫລ
ຂອງນ້ຳມັນຢູ່. ການຄາດຄະເນເທື່ອລ່າສຸດ ສະແດງໃຫ້
ເຫັນວ່າ ນ້ຳມັນທີ່ຮົ່ວ ຍັງຢູ່ຫ່າງຈາກຫາດຊາຍຂອງລັດ
ຟລໍຣິດາ ແຕ່ພຽງ 11 ກິໂລແມັດທໍ່ນັ້ນ.

ການດຳເນີນຄວາມພະຍາຍາມເທື່ອລ່າສຸດຂອງບໍລິສັດບີພີ
ເພື່ອຄວບຄຸມ ການຮົ່ວໄຫຼຂອງນ້ຳມັນໃນມື້ວານນີ້ໄດ້ປະສົບ
ກັບບັນຫາ ເວລາເລື່ອຍທີ່ໃຊ້ໃນ ການຕັດທໍ່ທີ່ແຕກ ໄດ້ຄາ
ຢູ່ກັບທໍ່ ໃຊ້ເວລາຫຼາຍຊົ່ວໂມງ ຈຶ່ງເອົາອອກມາໄດ້.

ມີການຮຽກຮ້ອງເພີ້ມຂຶ້ນໃຫ້ລັດຖະບານສະຫະລັດ ກົດດັນໃຫ້ບໍລິສັດບີພີ ຢຸດຕິວິກິດການ
ທີ່ໄດ້ກາຍເປັນການຮົ່ວໄຫຼຂອງນ້ຳມັນທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍ ມີມາໃນປະວັດສາດຂອງ
ສະຫະລັດ. ບໍລິສັດບີພີໄດ້ດຳເນີນການຕ່າງໆເພື່ອຄວບ ຄຸມການຮົ່ວໄຫຼຂອງນ້ຳມັນ
ມາໄດ້ດົນກວ່ານຶ່ງເດືອນແລ້ວ.

ນ້ຳມັນຮົ່ວທີ່ໄຫຼໄປເຖິງແຄມຝັ່ງຂອງລັດ LOUISIANA, ALABAMA ແລະ
MISSISSIPPI ພວມເປັນໄພຂົ່ມຂູ່ຕໍ່ຊີວິດຂອງພືດແລະສັດ ຕລອດທັງ ການຄ້າຢູ່ໃນ
ເຂດດັ່ງກ່າວ. ຮູບຖ່າຍທາງດາວທຽມຂອງມະຫາວິທະຍາໄລ ໄມ ອາມີ ໃນມື້ວານນີ້
ສະແດງໃຫ້ເຫັນວ່າ ນ້ຳມັນທີ່ຮົ່ວ ໃນປັດຈຸບັນນີ້ ມີຂະໜາດ ໃຫຍ່ເກືອບທໍ່ກັນກັບລັດ
MARYLAND ຄືເນັ່ງກວມບໍລິເວນທີ່ກວ້າງກວ່າ 24 ພັນກິໂລແມັດມົນທົນໃນ ອ່າວເມັກຊິໂກ.

XS
SM
MD
LG