ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄົບຮອບ 1 ປີ ທີ່ນໍ້າມັນຮົ່ວ ໃນອ່າວເມັກຊິໂກ


ນົກໂຕນຶ່ງທີ່ໂຕມັນເຕັມໄປດ້ວຍນໍ້າມັນ ພະຍາຍາມປີນຂຶ້ນເທິງ
ເຄື່ອງກັນຄື້ນຟອງໃນອ່າວ Barataria Bay, ລັດ Louisiana
ນົກໂຕນຶ່ງທີ່ໂຕມັນເຕັມໄປດ້ວຍນໍ້າມັນ ພະຍາຍາມປີນຂຶ້ນເທິງ ເຄື່ອງກັນຄື້ນຟອງໃນອ່າວ Barataria Bay, ລັດ Louisiana

ພວກ​ປະຊາ​ຄົມ​ຕ່າງໆ​ທີ່​ຕັ້ງ​ຢູ່​ເລາະ​ຕາມແຄມ​ຝັ່ງ​ທະ​ເລ​ຂອງ
ອ່າ​ວເມັກຊິ ໂກໃນສະຫະລັດ​ຄາດ​ວ່າ​ຈະ​ພາກັນ​ລະ​ລຶກ​ເຖິງ​
ວັນ​ຂີດ​ໝາຍ​ຄົບຮອບ 1 ປີຂອງ​ການລະ​ເບີດ​ຂຶ້ນ​ໃນ​ຖານ​
ເຈາະ​ບໍ່​ນໍ້າມັນ​ທີ່​ເປັນ​ໄພ​ຫາ​ຍະ​ນະ​ໃນ​ອ່າວເມັກ​ຊິ​ໂກ​ໃນ​ວັນ
ພຸດ​ມື້​ນີ້ໂດຍ​ຈະ​ພາ​ໂຮມ​ຊຸມນຸມ​ກັນ​ທີ່​ເພ່ງ​ເລັງ​ໃສ່​ການ​ມີສະ
ຕິ​ລະວັງ​ໂຕດ້ານ​ສິ່ງ​ແວດ​ລ້ອມ.

ການລະ​ເບີດ​ຂຶ້ນ​ ໃນ​ຖານ​ເຈາະ​ບໍ່​ນໍ້າມັນ Deepwater
Horizon ​ໃນ​ວັນ​ທີ 20 ​ເດືອນ​ເມສາ​ປີ 2010 ​ໄດ້​ເຮັດ​
ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ11 ຄົນ​ແລະ​ພາ​ໃຫ້​ນໍ້າມັນ​ຮົ່ວ​
ໄຫລ​ຢູ່​ນອກ​ຝັ່ງ​ທະ​ເລ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດໃນ​ປະວັດ​ສາດ​ສະຫະລັດ. ນໍ້າມັນ​ໃນ​ບໍ່​ໃຕ້​ພື້ນ​ທະ​ເລ​ໄດ້​ຮົ່ວ​ໄຫລ​ຂຶ້ນ​ມາຢູ່​ຕາມ​ໜ້າ​ນໍ້າ​ເປັນ​ເວລາ 85 ມື້ ກ່ອນ​ຈະ​ຖືກອຸດຕັນໄວ້ໄດ້ໃນ​ເດືອນ​ກໍລະ ກົດ​ປີ​ແລ້ວ​ນີ້.

ປະຊາຊົນ​ໃນ​ຂົງ​ເຂດ​ດັ່ງກ່າວ​ເວົ້າ​ວ່າ ຂີ້​ຊາຍ​ແລະ​ດິນໃນເຂດ​ແຄມ​ຝັ່ງ​ທະ​ເລ​ຍັງມີເສດ​ເຫລືອ​ຂອງນໍ້າມັນ​ປົນຢູ່ແລະ​ມີ​ກິ່ນ​ຄື​ກັບ​ກິ່ນ​ນໍ້າມັນ​ເຊື້ອ​ໄຟ.​ ພວກ​ນໍ້າມັນ​ທີ່​ເປັນ​ກ້ອນ​ກໍ​ຍັງເຫັນຟູ​ຢູ່​ຕາມ​ໜ້າ​ນໍ້າ​ນັ້ນຢູ່.

ບັນດາ​ນັກຊ່ຽວຊານ ກ່າວ​ວ່າ ຄວາມ​ເສຍ​ຫາຍ​ຂັ້ນ​ຕົ້ນ​ນັ້ນ ບໍ່​ປາກົດ​ວ່າຮ້າຍ​ແຮງເທົ່າ​ກັບ​ພວກ​ຜູ້​ຄົນ​ທີ່​ພາກັນ​ຢ້ານ​ກົວ​ໄວ້​ກ່ອນ​ນັ້ນ ​ແລະ​ມັນ​ຈະ​ໃຊ້​ເວລາ​ຕື່ມ​ອີກ​ຫລາຍ​ປີ ກ່ອນ​ພວກ​ຜູ້​ຄົນ​ຈະ​ຮູ້ຈັກ​ຜົນ​ກະທົບ​ໂດຍ​ເຕັມ​ຂອງນໍ້າມັນ​ຮົ່ວ​ໄຫລ​ນີ້​ຕໍ່​ສະພາບ​ແວດ​ລ້ອມ.

ຄວາມ​ເສຍ​ຫາຍ​ຕໍ່​ວົງ​ການ​ອຸດສາຫະກໍາ​ໃນ​ຂົງ​ເຂດ​ແມ່ນ​ເຫັນ​ຢ່າງ​ຈະ​ແຈ້ງ​ແລ້ວ. ໃນ​ຂະນະ​ທີ່​ການທ່ອງທ່ຽວ​ໃນ​ຂົງ​ເຂດ​ໄດ້​ເລີ້ມ​ດີ​ຂຶ້ນນັບ​ແຕ່​ປີ​ແລ້ວ​ນີ້​ເປັນ​ຕົ້ນ​ມາ ​ແຕ່​ພວກ​ຊາວ​ປະມົງ​ກ່າວ​ວ່າທຸລະ​ກິດ​ຂອງ​ເຂົາເຈົ້າຍັງ​ບໍ່​ທັນ​ຟື້ນ​ໂຕ​ຄືນ​ເທື່ອ.

XS
SM
MD
LG