ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບີພີ ມີເວລາຮອດວັນອາທິດນີ້ ຄິດຫາວີທີໃໝ່ຢຸດນ້ຳມັນຮົ່ວ


ລັດຖະບານສະຫະລັດກ່າວວ່າ ບໍລິສັດນ້ຳມັນຍັກໃຫຍ່ບີພີ ມີ​ເວລາຮອດວັນອາທິດມື້ນີ້ ​ເພື່ອ​ໃຫ້ຄິດຫາວິທີ ການທີ່ດີກວ່າ​ເກົ່າ ​ເພື່ອ​ຄວບຄຸມ​ແລະຫຍຸດ ນ້ຳມັນຮົ່ວໄຫລ ຈາກບໍ່ນ້ຳມັນດິບທີ່ໄດ້ຮັບຄວາມເສຍ ຫາຍໃນ ອ່າວແມ໊ກຊິໂກນັ້ນ. ໜ່ວຍຍາມຝັ່ງທະເລໄດ້ສົ່ງຈົດໝາຍສະບັບນຶ່ງ ທີ່ກຳໜົດ​ເວລາ​ເສ້ນ​ຕາຍ​ດັ່ງກ່າວ ​ໃຫ້ ທ່ານ Doug Suttles ຫົວໜ້າຝ່າຍ​ປະຕິບັດ​ງານຂອງບໍລິສັດນ້ຳມັນບີພີ ຊຶ່ງ​ໃນ​ຈົດ​ໝາຍ​ນັ້ນ ນາຍພົນເຮືອ James Watson ໄດ້ ສະແດງຄວາມເປັນຫ່ວງ ກ່ຽວ​ກັບຄວາມພະຍາຍາມຂອງບໍລິສັດບີທີ່​ບໍ່​ຄ່ອຍ​ໄດ້ຜົນ​ປານ​ໃດ​ໃນ​ຜ່ານ​ມານັ້ນ. ການເຄຶ່ອນໄຫວດັ່ງກ່າວ​ໄດ້​ມີຂຶ້ນລຸນຫລັງ ມີການປະເມີນຜົນເສຍຫາຍ ຄືນໃໝ່ເມື່ອອາທິດຜ່ານມານີ້ທີ່ຊີ້ແນະວ່າ ນ້ຳມັນທີ່ຮົ່ວໄຫລອອກ​ມາ ອາດມີປະລິມານສູງເຖິງສອງເທົ່າຕົວ ຂອງ​ຈຳນວນ ທີ່ຄິດໄວ້ແຕ່ກ່ອນນີ້.

ພວກນັກວິດທະຍາສາດປະເມີນວ່າ ປະລິມານນ້ຳມັນຮົ່ວໄຫລອອກໃສ່ນ້ຳທະເລ ມີຫລາຍເຖິງ 40,000 ຖັງຕໍ່ມື້. ທ່ານ Suttles ກ່າວວ່າ ທາງ ບໍລິສັດຈະໃຫ້ຄຳຕອບໃນຕອນແລງວັນອາທິດນີ້.

XS
SM
MD
LG