ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາຈະໄປເບິ່ງ ບ່ອນນ້ຳມັນດິບຮົ່ວໄຫຼ


ປະທານາທິບໍດີ ບາຣັກ ໂອບາມາ ເດີນທາງໄປຍັງ​ເຂດອ່າວ​ເມັກ​ຊິ​ໂກ ໃນວັນອາທິດມື້ນີ້ ເພື່ອກວດກາ​ເບິ່ງຄວາມເສຍຫາຍ ແລະຕີ​ລາຄາໄພຂົ່ມຂູ່ຈາກ ເຫດການນ້ຳມັນດິບຮົ່ວໄຫລຢ່າງ​ໃຫຍ່ອອກ​ມາຈາກ ບໍ່ນ້ຳມັນໃຕ້ພື້ນນ້ຳທະເລນັ້ນ. ທາງການສະຫະລັດກ່າວວ່າ ພວກເຂົາເຈົ້າມີຄວາມເປັນຫ່ວງກ່ຽວ​ກັບ ຄວາມຫາຍະນະຕໍ່ສະພາບແວດລ້ອມ ​ເນື່ອງ​ຈາກນ້ຳມັນດິບທີ່ຮົ່ວໄຫລອອກ​ມານັ້ນ ​ໄດ້ເພີ່ມທະວີປະລິ ມານຂື້ນເປັນສາມເທົ່າຕົວ​ໃນ​ໄລຍະ​ສອງສາມ​ມື້​ຜ່ານ​ມາ​ນີ້.

ໜ່ວຍຍາມຝັ່ງທະເລສະຫະລັດກ່າວເມື່ອວັນເສົາວານນີ້ວ່າ ທະເລທີ່ປັ່ນປ່ວນຫລາຍໃນອ່າວແມ໊ກຊິໂກນັ້ນ ໄດ້ສ້າງຄວາມລຳບາກ​ໃຫ້ແກ່ຄວາມພະຍາຍາມ ທີ່ຈະຍັບຍັ້ງການແຜ່ລາມຂອງນ້ຳມັນດິບ ແລະລົມແຮງກໍ ກຳລັງພັດນ້ຳມັນເຂົ້າໄປຕາຝັ່ງ.

ເມື່ອວັນທີ່ 20 ເດືອນເມສາຜ່ານມານີ້ ຖານ​ເຈາະນ້ຳມັນຂອງ​ບໍລິສັດ BP ຂອງ​ອັງກິດ ​ໃນ​ອ່າວ​ເມັກ​ຊິ​ໂກ ​ໄດ້ລະເບີດຂຶ້ນ ​ເຮັດໃຫ້ຄົນງານເສຍຊີວິດ 11 ຄົນ ແລະສົ່ງຜົນ​ໃຫ້ມີນ້ຳມັນດິບຮົ່ວໄຫລຈາກບໍ່ນ້ຳມັນໃຕ້ ພື້ນທະເລ ໃນປະລິມານ 800,000 ລິດຕໍ່ມື້.

XS
SM
MD
LG