ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ້ຳມັນຮົ່ວໄຫລ ນອກຝັ່ງທະເລ ສະຫະລັດ


ຫົວໜ້າບໍລິຫານບໍລິສັດ​ນ້ຳມັນ​ຍັກ​ໃຫຍ່ BP ກ່າວ​ວ່າ ຍຸດ​ທະ​ສາດ​ທ່ີສຳຄັນ​ຂອງ​ບໍລິສັດ​ເພື່ອ​ຄວບ​ຄຸມ​ບໍ່​ໃຫ້​ນ້ຳມັນ ​ຮົ່ວ​ໄຫລ​ອອກ​ມາ​ຢ່າງ​ຂະ
ໜານ​ໃຫຍ່​ໃນ​ອ່າວ​ເມັກ​ຊິ​ໂກ​ນັ້ນ​ບໍ່​ສຳ​ເລັດ​ຜົນ.ແຕ່​ທ່ານ Doug Suttles ກ່າວ​ວ່າ ທາງ​ບໍລິສັດ​ຈະ​ສືບ​ຕໍ່​ຊອກ​ຫາ​ຊ່ອງ​ທາງ​ອັນ​ນຶ່ງ​ເພື່ອ​ປິດ​ບໍ່​
ນ້ຳມັນ​ນັ້ນ​ໄວ້​ໂດຍ​ໃຊ້​ເຄື່ອງອັນ​ນຶ່ງ​ຢ່ອນ​ລົງ​ໄປ​ປິດບໍ່​ນ້ຳມັນ​ໃນ​ພື້ນ​ທະ​ເລ​ໃນ​ວັນ​ເສົາ​ວານ​ນີ້. ພວກ​ທ່ີ​ໄປ​ອາບ​ນ້ຳ​ຕາມ​ແຄມ​ທະ​ເລ​ໄດ້​ພົບ​ເຫັນ

ນ້ຳມັນ​ດິບ​ເປັນ​ຢາງ​ທ່ີ​ເປັນ​ກ້ອນຟູຢູ່​ເທິງ​ໜ້າ​ນ້ຳ​ໃນ​ເຂດ​ເກາະ Dauphin ນອກ​ຝັ່ງ​ທະ​ເລ​ລັດLouisianaໃນ​ພາກ​ໃຕ້​ຂອງ​ສະຫະລັດ​ໃນ​ວັນ​ເສົາ

ວານ​ນີ້. ​ເວລາ​ນີ້ກຳລັງ​ມີ​ການ​ທົດ​ສອບ​ກັນ​ເບິ່ງ​ວ່າກ້ອນ​ຢາງ​ດິບ​ທ່ີ​ວ່າ​ນີ້​ແມ່ນ​ມາ​ຈາກນ້ຳມັນ​ຮົ່ວ​ໄຫລ​ນັ້ນ​ຫລື​ບໍ?. ນ້ຳມັນ​ຮົ່ວ​ໄຫລ​ນີ້ ​ໄດ້​ໄຫລ​ເຂົ້າ
ໄປ​ຮອດບ່ອນ​ຢູ່​ອາ​ໄສທ່ີ​ສະຫງວນ​ໄວ້​ໃຫ້ ພວກ​ສັດ​ປ່າຢູ່​ນອກ​ເກາະ Chande-leur ນອກ​ຝັ່ງທະ​ເລຂອງ​ລັດ Louisiana ​ໃນ​ພາກ​ໃຕ້​ຂອງ​ສະ

ຫະລັດນັ້ນ. ​ໃນ​ບັນດາ​ຄວາມ​ພະຍາຍາມ​ອື່ນໆ​ອີກ​ຂອງ​ບໍລິສັດ BP ​ເພື່ອ​ຄວມຄຸມ​ການ​ຮົ່ວ​ໄຫລ​ຂອງ​ນ້ຳມັນ​ດິບ​ຈຳນວນ​ຫລາຍ​ແສນ​ລິດ​ໃນ​ແຕ່

ລະ​ມື້ນັ້ນ ທາງ​ບໍລິສັດ​ກຳລັງ​ເຈາະ​ບໍ່​ບັນ​ເທົາ​ຊົ່ວຄາວ​ແຫ່ງ​ນຶ່ງ​ເພື່ອ​ປ້ຳ​ນ້ຳມັນ​ທ່ີ​ຮົ່ວ​ໄຫລ​ອອກ​ມາ​ໄປ​ເກັບ​ມ້ຽນ​ໄວ້​ໃນ​ອ່າງ​ນັ້ນ. ​ແຕ່​ບໍລິສັດ BP ກ່າວ

ວ່າການ​ເຈາະ​ບໍ່​ບັນ​ເທົາ​ທ່ີ​ວ່າ​ຈະ​ໃຊ້​ເວລາ​ປະມານ 3 ​ເດືອນ​ຈຶ່ງ​ຈະ​ສຳ​ເລັດ.ນ້ຳມັນ​ຮົ່ວ​ໄຫລ​ທ່ີ​ວ່າ​ນີ້​ໄດ້​ເລີ້ມ​ຂຶ້ນ​ມາ​ຫລັງ​ຈາກ​ແທ່ນ​ເຈາະ​ນ້ຳມັນ​ແຫ່ງ

ນຶ່ງ​ລະ​ເບີດ​ຂຶ້ນ​ໃນ​ວັນ​ທີ 20 ​ເມສາ​ເດືອນ​ແລ້ວ​ນີ້ ​ແລະ​ໄດ້​ເຮັດ​ໃຫ້​ພວກພະນັກງານ​ເສຍ​ຊີວິດ​ໄປ11 ຄົນ​ໃນ​ອ່າວ​ເມັກ​ຊິ​ໂກ​ນັ້ນ.

XS
SM
MD
LG