ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າບໍລິຫານ ຂອງບີພີ ໃຫ້ການຕໍ່ ລັດຖະສະພາ ສະຫະລັດ


ຫົວໜ້າບໍລິຫານ ຂອງບໍລິສັດ ນໍ້າມັນບີພີກ່າວວ່າ ທ່ານຮູ້ສຶກ ມີຄວາມຮັບຜິດຊອບຢ່າງໃຫຍ່ ຫຼວງຕໍ່ການຮົ່ວໄຫຼຂອງນໍ້າມັນ ຂະໜາດໃຫຍ່ໃນບໍລິເວນອ່າວ ເມັກຊິໂກແລະຍັງເປັນການໄວ ເກີນໄປ ທີ່ຈະບອກໄດ້ວ່າ ແມ່ນ ຫຍັງຄືສາເຫດ ທີ່ພາໃຫ້ ເກີດໄພບິບັດ ດັ່ງກ່າວ.

ບັນດາສະມາຊິກ ໃນຄະນະ ອະນຸກຳມະການ ຂອງສະພາຕໍ່າ ສະຫະລັດ ໄດ້ຊັກຖາມ ຫົວໜ້າບໍລິຫານ ຂອງບໍລິສັດບີພີ ທ່ານ TONY HAYWARD ໃນມື້ວານນີ້ ກ່ຽວກັບ ຂັ້ນຕອນ ທີ່ນຳໃຊ້ ຂອງບໍລິສັດບີພີ ໃນການຂຸດເຈາະ ແລະການກໍ່ສ້າງ ບໍ່ນໍ້າມັນ ຊຶ່ງໃນ ເວລານີ້ ມີການຮົ່ວໄຫຼ ຫຼາຍພັນຖັງຕໍ່ມື້ ອອກໃສ່ ອ່າວເມັກຊິໂກນັ້ນ.

ສະມາຊິກ ສະພາຕໍ່າ ຮວມທັງປະທານ ອະນຸກຳມະການ ທ່ານ BART STUPAK ໄດ້ ກ່າວຫາບໍລິສັດບີພີວ່າ ໃຊ້ວິທີລັດ ທີ່ເປັນອັນຕະລາຍ ເພື່ອປະຢັດເວລາ ແລະເງິນຄຳ.

ແຕ່ທ່ານ HAYWARD ກ່າວຢໍ້າວ່າ ທ່ານບໍ່ໄດ້ ມີສ່ວນພົວພັນ ກ່ຽວກັບຂັ້ນຕອນ ໃນການ ຕັດສິນໃຈ ຫຼືທ່ານກຳລັງ ລໍຖ້າຟັງ ຜົນການສືບສວນ ຂອງບໍລິສັດບີພີເອງ ກ່ຽວກັບການຮົ່ວ ໄຫຼດັ່ງກ່າວ ທີ່ເລີ້ມຂຶ້ນ ໃນວັນທີ 20 ເມສາ ເວລາຖານເຈາະນໍ້າມັນ ຢູ່ນອກແຄມຝັ່ງ ລັດຫຼຸຍເຊຍນາ ລະເບີດ.

ສ່ວນສະມາຊິ ກສະພາຕໍ່າ HENRY WAXMAN ໄດ້ກ່າວຫາ ທ່ານ HAYWARD ວ່າ ບໍ່ໃຫ້ຄວາມຮ່ວມມື ກັບຄະນະ ອະນຸກຳມະການ ຊຶ່ງທ່ານ HAYWARD ໄດ້ປະຕິເສດໄປ ນັ້ນ.

XS
SM
MD
LG