ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອບາມາວ່າ ນໍ້າມັນຮົ່ວ ເປັນໄພພິບັດ ດ້ານສະພາບ ແວດລ້ອມທີ່ຮ້າຍແຮງທີ່ສຸດ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ສະຫະລັດ ຈະໄດ້ຕໍ່ສູ້ ຮັບມືກັບ ຜົນກະທົບ ຈາກການຮົ່ວໄຫຼ ຂອງນໍ້າມັນ ຂະໜາດໃຫຍ່ ໃນບໍລິເວນ ອ່າວເມັກຊິໂກ ເປັນເວລາ ອີກຫຼາຍໆປີ ແລະທ່ານໄດ້ຮຽກຮ້ອງ ໃຫ້ສະຫະລັດ ຫັນໄປໃຊ້ ພະລັງງານ ທີ່ສະອາດ ເພື່ອເປັນຊ່ອງທາງ ​ໃນ​ການຫຼີກລ້ຽງ ບໍ່ໃຫ້ເກີດ ໄພພິບັດ ໃນທຳນອງນີ້ອີກ ໃນອະນາຄົດ.

ໃນຄຳປາໄສ ຕໍ່ປະເທດຊາດ ເທື່ອທຳອິດ ຈາກຫ້ອງການ ຂອງທ່ານ ທີ່ທຳນຽບຂາວ ໃນແລງວານນີ້ ທ່ານໂອບາມາ ໄດ້ເວົ້າເຖິງ ເລື່ອງນໍ້າມັນຮົ່ວ ນັ້ນວ່າ ເປັນໄພພິບັດ ທາງດ້ານສະພາບແວດລ້ອມ ທີ່ຮ້າຍແຮງສຸດ ເທົ່າທີ່ສະຫະລັດ ເຄີຍປະສົບພົບມາ. ວິກິດການດັ່ງກ່າວ ເລີ້ມຂຶ້ນ ໃນວັນທີ 20 ເມສາ ເວລາຖານເຈາະນໍ້າມັນ ຢູ່ນອກແຄມຝັ່ງທະເລ ລັດ LOUISIANA ໄດ້ລະເບີດ ເຮັດໃຫ້ມີ ຜູ້ເສຍຊີວິດ 11 ຄົນ.

ການກະປະມານໃໝ່ ກ່ຽວກັບນໍ້າມັນ ທີ່ຮົ່ວອອກມາ ຈາກບໍ່ ທີ່ໄດ້ຮັບຄວາມເສຍຫາຍ ໃນແຕ່ລະມື້ນັ້ນ ແມ່ນ​ໃນລະຫວ່າງ 35 ພັນ ຫາ 60 ພັນຖັງ.

ປະທານາທິບໍດີ ສະຫະລັດ ກ່າວວ່າ ໄພພິບັດ ທີ່ວ່ານີ້ ແມ່ນສິ່ງເຕືອນ ຄວາມຊົງຈຳ ທີ່ເຈັບປວດ ທໍລະມານວ່າ ເປັນຫຍັງ ສະຫະລັດ ຈຶ່ງຈຳເປັນຕ້ອງ ຫັນປ່ຽນ ໄປໃຊ້ພະລັງງານ ທີ່ສະອາດ. ທ່ານເວົ້າວ່າ ເຖິງແມ່ນມັນ ຈະມີຣາຄາແພງ ໃນເວລານີ້ກໍຈິງ ແຕ່ໃນໄລຍະຍາວແລ້ວ ມັນຈະເປັນຜົນດີຫລາຍ ຕໍ່ເສດຖະກິດ ​ແລະຄວາມໝັ້ນຄົງ ຂອງຊາດ ແລະຕໍ່ ສະພາບແວດລ້ອມ.

ໃນການຖະແຫຼງຕອບ ຕໍ່ຄຳປາໄສ ຂອງທ່ານໂອບາມານັ້ນ ປະທານ ຄະນະກຳມະການ ແຫ່ງຊາດ ຂອງພັກຣີພັບບລີກັນ ທ່ານ MICHAEL STEELE ເວົ້າວ່າ ປະທານາທິບໍດີ ໄດ້ສະແດງໃຫ້ເຫັນ ເຖິງການຂາດ ຄວາມສາມາດ ໃນການທີ່ຈະນຳພາ ປະເທດຊາດ ກ້າວອອກຈາກ ໄພພິບັດ.

XS
SM
MD
LG