ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

BP ທໍາຄວາມຄືບໜ້າ ໃນການອັດນໍ້າມັນຮົ່ວໄຫລ


ບໍລິສັດ​ນ້ຳມັນ​ຍັກ​ໃຫຍ່ BP ກ່າວ​ວ່າ ຕົນ​ກຳລັງ​ທຳ​ຄວາມ​ຄືບ​ໜ້າ​ໃນ​ການ​ວາງ​ເຄື່ອງ​ຄວບຄຸ​ມຫລື​ຝາອັດ​ບ່ອນ​ນ້ຳມັນ​ຮົ່ວ​ໄຫລ​ຂຶ້ນ​ມາ​ຈາກ​ບໍ່​ນ້ຳມັນ​ທ່ີ​ອ່າວ​ເມັກ​ຊິ​ໂກ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທ່ີ​ບໍລິສັດ BP ຄາດ​ວ່າ ລະບົບ​ວາງ​ເຄື່ອງ​ຄວບ​ຄຸມ​ຫລື​ຝາອັດ​ບໍ່​ນ້ຳມັນ​ທ່ີ​ຮົ່ວ​ໄຫລ​ໃໝ່​ນີ້​ຈະ​ໃຊ້​ເວລາ 4 ຫາ 7 ມື້​ຈຶ່ງ​ຈະ​ສຳ​ເລັດ

ແຕ່​ເຂົາ​ເຈົ້າ​ເວົ້າ​ວ່າ ​ເມື່ອ​ໃດ​ການ​ດຳ​ເນີນ​ການ​ດັ່ງກ່າວ​ໄດ້​ຮັບ​ຜົນ​ແລ້ວ ມັນ​ກໍ​ຈະ​ອຳນວຍ​ໃຫ້​ພວກ​ເຮືອ​ທ່ີ​ແລ່ນ​ຢູ່​ເທິງ​ໜ້າ​ນ້ຳ​ດູດ​ເອົາ​ນ້ຳມັນ​ທ່ີ​ຮົ່ວ

ໄຫລ​ຂຶ້ນ​ມາ​ນັ້ນ​ໄດ້.

ບໍລິສັດ BP ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ທ່ີ​ນ້ຳມັນ​ຮົ່ວ​ໄຫລຂຶ້ນ​ມາ​ນີ້ ​ເຮັດ​ໃຫ້​ບໍລິສັດ​ເສຍ​ຄ່າ​ໃຊ້​ຈ່າຍ​ໄປ​ແລ້ວ​ປະມານ 3500 ລ້ານ​ດອນ​ລ້າ

ແລະ​ກ່າວ​ຕື່ມ​ວ່າ ທາງ​ບໍລິ​ສັດ​ໄດ້​ຈ່າຍ​ຄ່າ​ເສຍ​ຫາຍ​ສຳລັບ​ພວກ​ສ່ວນ​ບຸກ

ຄົນ​ແລະ​ພວກ​ທະ​ລະ​ກິດ​ທ່ີ​ຮຽກຮ້ອງ​ເອົາ​ຄ່າ​ເສຍ​ຫາຍ​ມາ​ແລ້ວ​ຫລາຍ​ກວ່າ 52ພັນ​ກໍລະນີ ຕົກ​ເປັນ​ເງິນ​ຈຳນວນ​ເກືອບ 165 ລ້ານ​ດອນ​ລາ​ແລ້ວ.

XS
SM
MD
LG