ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນ​ດາເຈົ້າໜ້າທີ່ ສຫລ ເຕືອນວ່າ ຣັດເຊຍ ບໍ່ຍອມລົດລະ ຄວາມພະຍາຍາມ ເພື່ອ ແຊກແຊງ ເຂົ້າໃນການເລືອກຕັ້ງ


ພວກຄົນພາກັນໄປປ່ອນບັດເລືອກຕັ້ງ ຢູ່ທີ່ໜ່ວຍເລືອກຕັ້ງ ຂອງຄະນະເລືອກຕັ້ງເມືອງໂອກລາໂຮມາ ໃນນະຄອນ ໂອກລາໂຮມາ ຂອງສະຫະລັດ.
ພວກຄົນພາກັນໄປປ່ອນບັດເລືອກຕັ້ງ ຢູ່ທີ່ໜ່ວຍເລືອກຕັ້ງ ຂອງຄະນະເລືອກຕັ້ງເມືອງໂອກລາໂຮມາ ໃນນະຄອນ ໂອກລາໂຮມາ ຂອງສະຫະລັດ.

ອົງການສືບລັບ ອົງການພິທັກກົດໝາຍ ແລະອົງການຮັກສາຄວາມປອດໄພ ຂອງ
ສະຫະລັດ ກຳລັງເຕືອນວ່າ ຣັດເຊຍແນເປົ້າໝາຍໃສ່ ການເລືອກຕັ້ງກາງສະໄໝ ຂອງ
ປະເທດຢ່າງບໍ່ລົດລະ ໂດຍການນຳສະ​ເໜີຫລັກຖານໃໝ່ຫຼ້າ​ສຸດ ໃນການກ່າວຫາຕໍ່
ພົນລະເມືອງຣັດເຊຍຄົນ​ນຶ່ງ ຊຶ່ງພົວພັນກັບຜູ້ທີ່ມີອຳນາດ ທີ່ຮູ້ຈັກ​ກັນໃນ​ຖາ​ນະ “ລູກ​
ແຫຼ້ງ​ຕີນ​ມືຂອງທ່ານປູຕິນ ຫຼືວ່າ Putin’s cook.”

ສະຫະລັດ ໃນວັນສຸກມື້ນີ້ ໄດ້ເປີດເຜີຍ ການກ່າວຟ້ອງທາງອາຍາຕໍ່ ນາງ ອີເລນາ
ອາເລັກຊີບນາ ຄູສໄຍໂນວາ ອາຍຸ 44 ປີ ຈາກນະຄອນ ເຊັນຕ໌ ປີເຕີສເບີກ ໂດຍ
ເຮັດໃຫ້ນາງເປັນຊາວຣັດເຊຍຄົນທຳອິດ ທີ່ຖືກຂໍ້ຫາ ມີ​ສ່ວນ​ພົວ​ພັນກັບການແຊກ
ແຊງເຂົ້າໃນການເລືອກຕັ້ງ ປີ 2018.

ອີງຕາມສຳ​ນວນ​ຟ້ອງດັ່ງກ່າວ​ແລ້ວ ນາງ ຄູສໄຍໂນວາ ເຄີຍເປັນຫົວໜ້າບັນຊີ ​ໃນ
ຄວາມພະຍາຍາມຂອງຣັດເຊຍ ທີ່ເອີ້ນວ່າ “ໂຄງການ ລັກຕາ ຫຼື Project Lakhta”
ຊຶ່ງ​ມີ​ການອະທິບາຍວ່າ ເປັນປະຕິບັດການ “ສົງຄາມດ້ານຂໍ້ມູນ” ທີ່ ດຳເນີນການ
ໂດຍ ອົງການຄົ້ນຄວ້າອິນເຕີເນັດ ອັນເປັນອົງການດຽວກັນທີ່ກໍ່ໃຫ້ເກີດຄວາມຂັດແຍ້ງ
ແລະການລົບກວນຕໍ່ຊຸມຊົນໃນສື່ສັງຄົມ ໂດຍການຈົງໃຈຂຽນ ຄຳເຫັນໃສ່ຮ້າຍປ້າຍສີ
ຍຸຍົງຕ່າງໆນາໆ ລົງທາງອິນເຕີເນັດ ຊຶ່ງອົງການນີ້ໄດ້ ຖືກກ່າວຟ້ອງເມື່ອຕົ້ນປີນີ້ ໂດຍ
ໄອຍະການພິເສດ ສະຫະລັດ ທ່ານ ໂຣເບີດ ມັລເລີ ທີ່ເປັນພາກສ່ວນນຶ່ງ ຂອງການສືບ
ສວນສອບສວນ ກ່ຽວ​ກັບ​ເລື້ອງຣັດເຊຍ ຂອງທ່ານນັ້ນ.

ສຳນວນຟ້ອງ ກ່າວວ່າ ນາງ ຄູສໄຍໂນວາ ເປັນຜູ້ເບິ່ງແຍງການໃຊ້ຈ່າຍສຳລັບ ການໂຄ
ສະນາທາງສື່ສັງຄົມ ແລະການສົ່ງເສີມໃຫ້ລາງວັນ ແລະ ການຕັ້ງບໍລິການດ້ານອິນເຕີ
ເນັດ ທີ່ເປັນຕົວກາງເຊື່ອມໂຍງ ໃນຂະນະທີ່ນາງຊ່ອຍ ໃນການສ້າງບັນຊີ ທາງສື່ສັງຄົມ
ຂຶ້ນມາ ຫຼາຍພັນບັນຊີ ເຊັ່ນ ເຟສບຸກ ແລະ ທວີດເຕີ ຊຶ່ງໃນບາງສ່ວນຂອງບັນຊີດັ່ງກ່າວ
ນັ້ນ ກໍໄດ້ດຶງດູດເອົາຜູ້ເຂົ້າມາຕິດຕາມຫຼາຍສິບພັນຄົນ.

ສຳ​ນວນ​ຟ້ອງ​ຍັງກ່າວອີກວ່າ ນາງ ຄູສໄຍໂນວາ ເຄີຍເຮັດວຽກໃນ​ວົງເງິນຫຼາຍລ້ານ
ໂດລາ ມາແລ້ວ ອີງຕາມຄຳ​ເວົ້າ ຂອງບັນດາເຈົ້າໜ້າທີ່ ສະຫະລັດ ຊຶ່ງເງິນເຫຼົ່ານີ້ ແມ່ນ
ມາຈາກນັກທຸລະກິດຣັດເຊຍ ທ່ານ ເຢັບເກນີ ປຣີໂກຊີນ ທີ່ຮູ້ຈັກກັນ ໃນ​ຖາ​ນະ
“Putin’s cook” ນັ້ນເອງ ຍ້ອນວ່າ ບໍລິສັດສະໜອງອາຫານການກິນ ແລະເຄື່ອງດື່ມ
ຂອງຜູ້ກ່ຽວ ເຮັດວຽກໃຫ້ແກ່ ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ. ຄິດກັນ
ວ່າ ທ່ານ ປຣີໂກຊີນ ມີສາຍສຳພັນຢ່າງກວ້າງຂວາງ ກັບອົງການຈັດຕັ້ງທາງດ້ານການ
ເມືອງ ແລະ ກອງທັບຂອງຣັດເຊຍ.

ແຕ່ບໍ່ຄືກັນກັບ ການກ່າວຟ້ອງທາງອາຍາ ກ່ອນໜ້ານີ້ ບັນດາເຈົ້າໜ້າທີ່ສະຫະລັດ ໄດ້
ກ່າວວ່າ ການເຄື່ອນໄຫວຂອງ ນາງ ຄູສໄຍໂນວາ ນັ້ນ ແມ່ນເກີນໄປກວ່າ ການເລືອກຕັ້ງ
ປະທານາທິບໍດີ ສະຫະລັດ ໃນປີ 2016 ຂະນະທີ່ນາງ ພະຍາຍາມສະໜອງທຶນ ເພື່ອ
ສ້າງບັນຊີທາງສື່ສັງຄົມຂຶ້ນມາໃໝ່ ທີ່ແນເປົ້າໝາຍໃສ່ ທັງບັນຫາຕ່າງໆ ແລະ ບັນດາຜູ້
ລົງສະໝັກ ພັກຣີພັບບລີກັນ ແລະ ເດໂມແຄຣັດ ເຫຼົ່ານີ້ເປັນຕົ້ນ ທີ່ກ່ຽວຂ້ອງກັບການ
ເລືອກຕັ້ງ ໃນປີ 2018 ຊຶ່ງໃນເວລານີ້ ເຫຼືອ ເວ​ລາພຽງແຕ່ສອງສັບປະດາເທົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG