ເຈົ້າໜ້າທີ່ລະດັບສູງຂອງສະຫະລັດ ກໍາລັງເປີດເຜີຍຄວາມກັງວົນທີ່ວ່າ ເທີກີ ຈະເລີ້ມການປະຕິບັດງານທາງທະຫານເຂົ້າໄປໃນພາກເໜືອຂອງຊີເຣຍໄວໆນີ້, ໂດຍເຕືອນວ່າ ການປະຕິບັດງານດັ່ງກ່າວນີ້ ຈະເປັນອັນຕະລາຍຕໍ່ກອງກໍາລັງຂອງສະຫະລັດ ທີ່ຢູ່ໃນເຂດນັ້ນ ແລະມີຜົນກະທົບທີ່ຮ້າຍແຮງໃນການຕໍ່ສູ້ກັບກຸ່ມລັດອິສລາມຫົວຮຸນແຮງ.
ເທີກີ ກໍາລັງຂົ່ມຂູ່ທີ່ຈະຂະຫຍາຍພື້ນທີ່ຄວາມປອດໄພ ເລິກເຂົ້າໄປໃນ ຊີເຣຍ ຕື່ມຈາກໄລຍະ 30 ກິໂລແມັດທີີ່ມີຢູ່ໃນເວລາ ນັບຕັ້ງແຕ່ທ້າຍເດືອນພຶດສະພາເປັນຕົ້ນມາ, ອັນໄດ້ກໍ່ໃຫ້ເກີດມີຄວາມກັງວົນໃນບັນດາປະເທດພັນທະມິດຂອງສະຫະລັດທີ່ຢູ່ໃນ ຊີເຣຍ, ແລະມີການປຶກສາຫາລືກັນລະຫວ່າງ ວໍຊິງຕັນ ແລະ ອັງກາຣາ.
ແຕ່ການສົນທະນາເພື່ອຍຸຕິການໂຕ້ຖຽງຈາກລັດຖະບານອັງກາຣາ ແມ່ນພົບກັບຄວາມລົ້ມແຫຼວ, ໂດຍກະຕຸ້ນໃຫ້ເຈົ້າໜ້າທີ່ສະຫະລັດຫຼາຍຄົນເປີດເຜີຍຂໍ້ຄວາມຕໍ່ສາທາລະນະວ່າ ຈະບໍ່ມີແນວໃດດີເລີຍ ຈາກການຮຸກຮານຂອງເທີກີ.
ຮອງລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານນາງດານາ ສຕຣາລ (Dana Stroul) ກ່າວຢູ່ໃນກອງປະຊຸມທີ່ນະຄອນຫຼວງວໍຊິງຕັນໃນມື້ວັນພຸດວານນີ້ວ່າ “ພວກເຮົາຂໍຄັດຄ້ານຢ່າງແຂງຂັນ ຕໍ່ທຸກໆການປະຕິບັດງານ ຂອງເທີກີ ຢູ່ໃນພາກເໜືອຂອງ ຊີເຣຍ, ແລະສະແດງໃຫ້ເຫັນຢ່າງແຈ່ມແຈ້ງເຖິງການຄັດຄ້ານຂອງພວກເຮົາຕໍ່ເທີກີ.”
ທ່ານນາງກ່າວຕື່ມວ່າ “ກຸ່ມ ISIS ຈະສວຍໃຊ້ປະໂຫຍດຈາກການບຸກໂຈມຕີດັ່ງກ່າວ,” ໂດຍໃຊ້ຊື່ຫຍໍ້ຂອງກຸ່ມກໍ່ການຮ້າຍ ຊຶ່ງຍັງເປັນທີ່ຮູ້ກັນໃນຊື່ IS ຫຼື Daesh.