ພວກຜູ້ນຳກຸ່ມອັນທະພານຫຼືແກັ່ງຕາມຖະໜົນຢູ່ອາເມຣິກາກາງ ແອມແອັສ-13 ກຳລັງ
ປະເຊີນກັບບັນຫາໃໝ່ ນັ້ນກໍຄືສະມາຊິກເຂົາເຈົ້າ ຢູ່ໃນສະຫະລັດ ບໍ່ມີຄວາມຮຸນແຮງ
ພຽງພໍ.
ແກັ່ງດັ່ງກ່າວມີສະມາຊິກປະມານ 10,000 ຄົນ ຢູ່ໃນສະຫະລັດ ທີ່ຮູ້ກັນດີໃນການກໍ່
ຄວາມຮຸນແຮງ. ການບັງຄັບໃນຂັ້ນຕົ້ນ ກໍແມ່ນໃຫ້ທຳການຄາດຕະກຳ. ແລະສະມາຊິກ
ແກັ່ງຫລາຍໆຄົນໄດ້ຖືກຕັດສິນລົງໂທດໃນການຄາດຕະກຳ ຊຶ່ງຈຳນວນນຶ່ງໃຊ້ພ້າ
ອີ່ໂຕ້ ຄັດຄໍຜູ້ເຄາະຮ້າຍ.
ແຕ່ລັດຖະບານຂອງປະທານາທິບໍດີດໍໂນລ ທຣໍາ ປະກາດທີ່ຈະກວດລ້າງແກັ່ງແອມ
ແອັສ-13 ແລະອົງການອາຊະຍາກຳອື່ນໆ ຊຶ່ງພວກຜູ້ນຳແກັ່ງແອລ ຊຶ່ງມີຖານປະຕິບັດ
ງານໃຫຍ່ ຢູ່ແອລຊາລວາດໍ ໄດ້ເຫັນສະມາຊິກຂອງຕົນຫຼາຍຮ້ອຍຄົນຖືກຕິດຄຸກຢູ່ໃນສະຫະລັດແລະແມ່ນແຕ່ສະມາຊິກຂອງຕົນໃນຈຳນວນທີ່ຫຼາຍ ກວ່າກໍໄດ້ຖືກຈັບ ແລະ
ລົງໂທດ ຢູ່ໃນແອລຊາລວາດໍ.
ພວກເຈົ້າໜ້າທີ່ປະຕິບັດກົດໝາຍຊກ່າວວ່າ ບັດນີ້ ພວກເຂົາກຳລັງຊອກຫາທາງ ທີ່
ຈະເພີ້ມຄວາມເຂັ້ມແຂງໃຫ້ແກ່ຖັນແຖວຂອງແກັ່ງດັ່ງກ່າວຢູ່ໃນສະຫະລັດໂດຍຈະສົ່ງ
ສະມາຊິກທີ່ໜຸ່ມນ້ອຍແລະມີຄວາມຮຸນແຮງກວ່າເກົ່າເຂົ້າມາໃນສະຫະລັດ.
ທ່ານສະແຕັບເຟັນ ຣິເຈີດສັນ ຮອງຜູ້ອຳນວຍການອົງການສັນຕິບານກາງ FBI ພະແນກ ສືບສວນອາຊະຍາກຳ ກ່າວວ່າ ການຈັບກຸມ ແລະຂັງຄຸກຄັ້ງໃຫຍ່ ສະ ມາຊິກແກັ່ງແອມ
ແອັສ-13 ແລະພວກຜູ້ນຳລະດັບກາງໃນປີທີ່ຜ່ານມາ ໄດ້ເຮັດໃຫ້ພວກຜູ້ນຳຂອງແກັ່ງ
ແອມແອັສ-13 ເຈັບຫົວ.