ລະເບີດແຕກໃນນະຄອນຫຼວງຂອງປະເທດ ລີເບຍ ທີ່ໄດ້ສັງຫານຢ່າງໜ້ອຍ 44 ຄົນ,
ດ້ວຍບາງລາຍງານເວົ້າວ່າມີຫຼາຍເຖິງ 55 ຄົນ ແລະ ບາດເຈັບຫຼາຍກວ່າ 130 ຄົນ
ໃນຄືນວັນອັງຄານທີ່ຜ່ານມາ ອາດຮ້າຍແຮງເຖິງອາຊະຍາກຳສົງຄາມ, ອີງຕາມການ
ກ່າວຂອງບັນດາເຈົ້າໜ້າທີ່ອົງການສະຫະປະຊາຊາດ.
ຢູ່ນອກສູນກັກຂັງທີ່ຕັ້ງຢູ່ເຂດຊານເມືອງຂອງນະຄອນຫຼວງ ທຣິບໂປລີ ໃນວັນພຸດວານ
ນີ້, ຜູ້ລອດຊີວິດໄດ້ເບິ່ງບັນດານັກສືບສວນສອບສວນ ໄຈ້ຊາກຫັກພັງ ຫຼັງຈາກໄດ້ເຮັດ
ວຽກໝົດຄືນຢູ່ທາງນອກ ກັບເກືອບວ່າບໍ່ມີອາຫານ ແລະ ນ້ຳກິນ.
ແມ່ຍິງ ໂຊມາເລຍ ຄົນນຶ່ງທີ່ກຳບັງຕົນເອງຢູ່ກ້ອງຕົ້ນໄມ້ ໃນຂະນະທີ່ບັນດານັກສືບ
ສວນສອບສວນໄດ້ຊອກຫາສົບຜູ້ເສຍຊີວິດ ຈົນຮອດຕອນບ່າຍໄດ້ກ່າວວ່າ “ພວກເຮົາ
ພຽງແຕ່ຢາກໄດ້ສັນຕິພາບ. ພວກເຮົາໄດ້ມາຈາກປະເທດ ໂຊມາເລຍ ຫາ ເຢເມນ,
ແລ້ວຕໍ່ຫາ ຊູດານ ແລະ ມາທີ່ນີ້. ນີ້ມັນຄືກັບຢູ່ ໂຊມາເລຍ ເລີຍ.”
ຢູ່ໂຮງເກັບສົບໃນນະຄອນຫຼວງຂອງ ລີເບຍ, ສົບຜູ້ເສຍຊີວິດໄດ້ຖືກຫໍ່ ແລະ ກະກຽມ
ສຳລັບການສັນນະສູດສົບ, ໃນຂະນະທີ່ຜູ້ບາດເຈັບໃນໂຮງໝໍໄດ້ຮັບການປິ່ນປົວ,
ບາງຄົນເກືອບວ່າບໍ່ຮູ້ສຶກຕົວ.
ຜູ້ລອດຊີວິດຫຼາຍຄົນໄດ້ກ່າວວ່າ ການໂຈມຕີໄດ້ເກີດຂຶ້ນໃນເວລາປະມານ 11 ໂມງ
ເຄິ່ງຕອນຄ່ຳຂອງວັນອັງຄານທີ່ຜ່ານມາ ແລະ ວ່າເຂົາເຈົ້າໄດ້ຍິນສຽງເຮືອບິນບໍ່ມີຄົນ
ຂັບ ບິນຢູ່ເທິງບໍລິເວນສະຖານທີ່ກັກຂັງໃນສອງສາມອາທິດທີ່ຜ່ານມາ.
ທ້າວ ຊັດດຳ ອາຍຸ 18 ປີຈາກປະເທດ ຊູດານ ຜູ້ທີ່ຖືກກັກຂັງດົນນຶ່ງປີ ຫຼັງຈາກຖືກຈັບ
ໄດ້ຈາກການພະຍາຍາມເດີນທາງຂ້າມທະເລ ເມດີເທີເຣນຽນ ໄປຫາທະວີບ ຢູໂຣບ
ໄດ້ກ່າວວ່າ “ໃນຕອນທຳອິດພວກເຮົາໄດ້ຍິນສຽງປະທະກັນຢູ່ໄກໆ, ແລ້ວຕໍ່ມາພວກ
ເຮົາກໍໄດ້ຍິນສຽງລະເບີດທີ່ແຮງ.”
ລາວໄດ້ເວົ້າວ່າ “ພວກເຮົາໄດ້ທຸບປະຕູ ແລະ ພວກເຈົ້າໜ້າທີ່ຮັກສາຄວາມປອດໄພກໍ
ໄດ້ມາ ແລະ ປ່ອຍໃຫ້ເຮົາອອກ ແລະ ພວກເຮົາກໍໄດ້ເຫັນຕຶກຖືກໄຟໄໝ້.”