ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າໜ້າທີ່ ສະຫະລັດ ເວົ້າວ່າ ຜູ້ນຳກຸ່ມ ອາລ-ໄກດາ ທີ່ຖືກຂ້າຕາຍ ບໍ່ແມ່ນໝາຍເລກ 2


ພາບນີ້ຖືກເປີດເຜີຍໂດຍອົງການ FBI ສະແດງໃຫ້ເຫັນພາບຂອງບຸກຄົນທີ່ຕ້ອງການຕົວຂອງກຸ່ມ ອາລ-ໄກດາທ້າວ ອາບູ ມູຊິນ ອາລ-ມາສຣີ. ຜູ້ທີ່ ອັຟການິສຖານ ອ້າງວ່າເຂົາເຈົ້າໄດ້ສັງຫານລາວ 25 ຕຸລາ, 2020.
ພາບນີ້ຖືກເປີດເຜີຍໂດຍອົງການ FBI ສະແດງໃຫ້ເຫັນພາບຂອງບຸກຄົນທີ່ຕ້ອງການຕົວຂອງກຸ່ມ ອາລ-ໄກດາທ້າວ ອາບູ ມູຊິນ ອາລ-ມາສຣີ. ຜູ້ທີ່ ອັຟການິສຖານ ອ້າງວ່າເຂົາເຈົ້າໄດ້ສັງຫານລາວ 25 ຕຸລາ, 2020.

ສະຫະລັດ ໄດ້ຢືນຢັນການເສຍຊີວິດຂອງເຈົ້າໜ້າທີ່ລະດັບສູງຂອງກຸ່ມ ອາລ-ໄກດາ ໃນປະເທດ ອັຟການິສຖານ, ໂດຍເອີ້ນຄວາມຄືບໜ້າດັ່ງກ່າວ ແລະ ອະທິບາຍວ່າມັນເປັນຄວາມເສຍຫາຍຄັ້ງໃຫຍ່ສຳລັບກຸ່ມທີ່ວ່ານັ້ນ, ເຖິງແມ່ນຈະມີການລາຍງານທີ່ສັບສົນກ່ອນໜ້ານີ້ ກ່ຽວກັບ ລະດັບອາວຸ ໂສຂອງລາວກໍຕາມ.

ເຈົ້າໜ້າທີ່ ສະຫະລັດ ທ່ານນຶ່ງ, ທີ່ໄດ້ກ່າວໂດຍຂໍບໍ່ອອກຊື່, ໄດ້ຢືນຢັນການເສຍຊີວິດຂອງທ້າວ ອາບູ ມູຊິນ ອາລ-ມາສຣີ ຂອງກຸ່ມ ອາລ-ໄກດາ ໃນວັນຈັນວານນີ້,​ ໂດຍເວົ້າວ່າກອງກຳລັງ ສະຫະລັດ ໄດ້ສະໜອງການສະໜັບສະໜູນໃນລະຫວ່າງການປະຕິບັດການທີ່ນຳໜ້າໂດຍ ອັຟການິສຖານ ໃນແຂວງ ກາສນີ ທາງພາກຕາເວັນອອກຂອງປະເທດ.

ຕໍ່ມາທຳນຽບຂາວໄດ້ໃຫ້ການຢືນຢັນຂອງເຂົາເຈົ້າເອງ, ໂດຍຍົກຍ້ອງການປະຕິບັດການ ອັຟການິສຖານ ເພື່ອກຳຈັດທ້າວ ອາລ-ມາສຣີ ນັ້ນວ່າເປັນ “ຂ່າວທີ່ໜ້າຍິນດີ.”

ຄຳເຫັນຈາກບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ມີອອກມາສອງວັນຫຼັງຈາກອົງການສືບລັບແຫ່ງຊາດຂອງ ອັຟການິສຖານ ຫຼື NDS ໄດ້ປະກາດການຕາຍຂອງ ທ້າວ ອາລ-ມາສຣີ ໃນຂໍ້ຄວາມທີ່ຂຽນໃນຕອນແລງວັນເສົາທີ່ຜ່ານມາ, ໂດຍອະທິບາຍໃນຕອນທຳອິດນັ້ນວ່າ ລາວເປັນເຈົ້າໜ້າທີ່ໝາຍເລກສອງຂອງເຄືອຂ່າຍກຸ່ມ ອາລ-ໄກດາ ຊື່ວ່າ ອາລ-ໄກດາໃນອານຸທະວີບ ອິນເດຍ ຫຼື AQIS.

ອົງການ NDS ຍັງໄດ້ກ່າວວ່າ ທ້າວ ອາລ-ມາສຣີ ແມ່ນໃກ້ຊິດກັບຜູ້ນຳກຸ່ມ ອາລ-ໄກດາ ທ້າວ ເອມານ ອາລ-ຊາວາຮີຣີ, ແລະ ວ່າລາວໄດ້ອາໃສຢູ່ໃນ ອັຟການິສຖານ ພາຍໃຕ້ການປົກປ້ອງຂອງກຸ່ມ ຕາລີບານ.

ໃນການຕອບຂໍ້ຄວາມໃນທວິດເຕີຈາກອົງການ NDS ຂອງ ອັຟການິສຖານ ນັ້ນ, ຜູ້ອຳນວຍການສູນກາງປາບປາມລັດທິກໍ່ການຮ້າຍແຫ່ງຊາດ ສະຫະລັດ ທ່ານ ຄຣິສໂຕເຟີ ມິລເລີ ໄດ້ກ່າວຕໍ່ອົງ ການຂ່າວ ຣອຍເຕີ ໃນແລງວັນເສົາທີ່ຜ່ານມາວ່າ ການສັງຫານທ້າວ ອາລ-ມາສຣີ “ແມ່ນການເສຍຫາຍຄັ້ງໃຫຍ່” ສຳລັບກຸ່ມ ອາລ-ໄກດາ, ແຕ່ທ່ານໄດ້ປະຕິເສດທີ່ຈະໃຫ້ລາຍລະອຽດເພີ່ມເຕີມ.

ແຕ່ເຈົ້າໜ້າທີ່ປາບປາມລັດທິກໍ່ການຮ້າຍ ສະຫະລັດ ແລະ ສາກົນ ຫຼາຍຄົນໄດ້ ກ່າວຕໍ່ວີໂອເອວ່າ ໃນຂະນະທີ່ມັນຍັງມີຄວາມໝາຍສຳຄັນຢູ່ນັ້ນ, ການຕາຍຂອງທ້າວ ອາລ-ມາສຣີ ບໍ່ໄດ້ເປັນການເສຍຫາຍຄືທີ່ໄດ້ພັນລະນາໃນການອະທິບາຍບາງອັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG