ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກ​ເຈົ້າ​ໜ້າ​ທີ່​ ສະ​ຫະ​ລັດ ກ່າວ​ວ່າ ​ຄວາມ​ສ່ຽງ ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ ສຳ​ລັບຊາວ​ອາ​ເມ​ຣິ​ກັນ ຍັງ​ຕ່ຳ​ຢູ່


ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ​ແລະ​ບໍ​ລິ​ການ​ມະ​ນຸດ ທ່ານອາ​ເລັກ ອາ​ຊາ​ຣ ກ່າວ​ຢູ່ກອງ​ປະ​ຊຸມ​ຮ່ວມ ​ໃນ​ວັນ​ສຸກວານ​ນີ້ ວັນ​ທີ 7 ກຸມ​ພາ 2020 ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.
ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ​ແລະ​ບໍ​ລິ​ການ​ມະ​ນຸດ ທ່ານອາ​ເລັກ ອາ​ຊາ​ຣ ກ່າວ​ຢູ່ກອງ​ປະ​ຊຸມ​ຮ່ວມ ​ໃນ​ວັນ​ສຸກວານ​ນີ້ ວັນ​ທີ 7 ກຸມ​ພາ 2020 ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.

ເຖິງ​ແມ່ນໃນ​ຂະ​ນະ​ທີ່​ເຊື້ອໄວ​ຣັ​ສ​ໂຄ​ໂຣ​ນາ​ໃໝ່ ​ພວມ​ແຜ່​ລາມ​ໄປ​ສູ່​ຫຼາຍປະ​ເທດ​ຢູ່ໃນທົ່ວ​ໂລກ ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ​ ການ​ສ່ຽງ​ຕໍ່​ການ​ຕິດ​ແປດສຳ​ລັບ​ຊາວ​ອາ​ເມ​ຣິ​ກາ​ນັ້ນ ​ຍັງ​ຕ່ຳຢູ່.

ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ບໍ​ລິ​ການ​ມະ​ນຸດ ທ່ານອາ​ເລັກ ອາ​ຊາ​ຣ ກ່າວ​ຢູ່ກອງ​ປະ​ຊຸ່ມ​ຮ່ວມ ​ໃນ​ວັນ​ສຸກວານ​ນີ້ ໂດຍໜ່ວຍ​ປະຕິບັດ​ງານ ຮັບ​ມື​ກັບ​ໄວຣັ​ສ​ໂຄ​ໂລ​ນາຂອງ​

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ “ການ​ຊັ່ງ​ຊາ​ຂອງ​ພວກ ເຮົາ ກ່ຽວ​ກັບຄວາມ​ສ່ຽງ​ອັນ​ຮີບ​ດ່ວນ​ສຳ​ລັບ​ສາ​ທາ​ລະ​ນະ​ຊົນ​ອາ​ເມ​ຣິ​ກັນ ຈາກ​ໄວຣັ​ສ ​ຍັງ​ເໝືອນ​ເດີມ​ຄື​ໃນອາ​ທິດ​ແລ້ວ​ນີ້.
ຄວາມ​ສ່ຽງອັນ​ຮີບ​ດ່ວນ​ຕໍ່​ຊາວ​ອາ​ເມ​ຣິ​ກັນ​ນັ້ນຍັງ​ຕ່ຳ​ຢູ່ ​ໃນ​ເວ​ລາ​ນີ້.”

ທ່ານ​ອາ​ຊາ​ຣ ແມ່ນນຳ​ພາ​ການ​ຮັບ​ມື​ກັບ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຂອງ​ລັດ​ຖະ​ບານ​ກາງ ທີ່​ປະ​ກອບ​ດ້ວຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈາກ​ທຳ​ນຽບ​ຂາວ ສູນ​ກາງ​ປ້ອງ​ກັນ ແລະ​ຄວບ​ຄຸມ​ພະ​ຍາດຂອງ​ສະ​ຫະ​ລັດ ສະ​ຖາ​ບັນ​ສຸ​ຂະ​ພາບ​ແຫ່ງ​ຊາດ ກະ​ຊວງ​ຕ່າງ​ປະ​ເທດ ແລະ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນຂອງ​ສະ​ຫະ​ລັດ.

ປັດ​ຈຸ​ບັນ​ນີ້​ມີ 12 ກໍ​ລະ​ນີ​ຂອງ​ໄວ​ຣັ​ສ ທີ່​ໄດ້​ລາຍ​ງານ​ຢູ່​ໃນ​ສະ​ຫະ​ລັດ ໃນ​ລັດ​ວິ​ສ​ຄັນ​ຊິ​ນ ຄາ​ລິ​ຟໍ​ເນຍ ແມັ​ສ​ຊາ​ຈູ​ແຊັ​ສ ວໍ​ຊິງ​ຕັນ ແລະ​ອີ​ລ​ລິ​ນອຍ.

​ໃນອາ​ທິດ​ແລ້ວ​ນີ້ ລັດ​ຖະ​ບານ​ປະ​ທາ​ນາ​ທິບໍ​ດີທ​ຣຳ ໄດ້​ປະ​ກາດວ່າ ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃໝ່ ເປັນ​ພາ​ວະ​ສຸກ​ເສີນ ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ. ຄຳ​ປະ​ກາດດັ່ງ​ກ່າວ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໄດ້ໂຈະ​ເປັນ​ການ​ຊົ່ວ​ຄາວ ໃນ​ການ​ເຂົ້າ​ມາ​ໃນ​ສະ​ຫ​ະ​ລັດຂອງພວກ​ຄົນ​ທີ່​ບໍ່ເປັນ​ສັນ​ຊາດ​ອາ
​ຣິ​ກາ ຜູ້​ທີ່​ໄດ້​ໄປ​ຢ້ຽມ​ຢາມ​ປະ​ເທດ​ຈີນ ແລະ​ກັກ​ບໍ​ລິເວນ​ຊ​າວ​ອາ​ເມ​ຣິ​ກັນ ​ຜູ້​ທີ່​ໄດ້​ໄປ​ຢ້ຽມ​ຢາມແຂວງ​ຮູ​ເບ​ ປະ​ເທດ​ຈີນ ໃນໄລ​ຍະ 14 ມື້​ທີ່​ຜ່ານ​ມາ.

ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ຊ່ຽວ​ຊານດ້ານສຸ​ຂະ​ພາບ ​ມີ​ຄວາມ​ສົງ​ໄສກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ໃນ​ຈຳ​ກັດ​ການເດີນ​ທາງ​ເພື່ອ​ຄວບ​ຄຸມ​ບໍ່ໃຫ້ໄວ​ຣັ​ສແຜ່ລະ​ບາດ​ນັ້ນ ພວກ​ເຈົ້າ​ໜ້າ​ທີ່ໄດ້ອະ​ທິ​ບາຍ​ກ່ຽວ​ກັບ​ມາດ​ຕະ​ການ​ທີ່​ຈະ​ເຮັດ​ໃຫ້​ການ​ແຜ່ລະ​ບາດຂອງ​ພະ​ຍາດນັ້ນ​ຊ້າ​ລົງ.

ດ​ຣ. ອັນ​ໂທ​ນີ ໂຟ​ຊີ ຫົວ​ໜ້າ​ຫ້ອງ​ການ​ສະ​ຖາ​ບັນ​ ພູມ​ແພ້ ແລະ​ພະ​ຍາດ​ຕິດ​ແປດ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ພວກ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຫຼາຍໆ​ທ່ານ ຈະ​ເຫັນ​ພ້ອມ​ວ່າ ເຖິງ​ແມ່ນ​ວ່າ​ບໍ່​ຖືກ​ຕ້ອງ​ໝົດ ມັນ​ອາດ​ຊັກ​ຊ້າການ​ແຜ່ລະ​ລ​ສດ. ແລະ​ອັນ​ທີ່​ພວກ​ເຮົາ​ຕ້ອງ​ການ​ໄດ້​ແມ່ນ​ການ​ຊັກ​ຊ້າການກະ​ກຽມ​ໃຫ້​ດີ​ຂຶ້ນທີ່​ສຳ​ຄັນ ແລະ​ຍັງ​ໃຫ້​ມີ​ຄວາມ​ຮູ້​ສຶກ​ດີ​ຂຶ້ນ​ວ່າ ​ເລື້ອງ​ນີ້​ຈະ​ໄປ​ຮອດ​ໃສ.”

ພວ​ກ​ເຈົ້າ​ໜ້າ​ທີ່​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຍັງ​ໄດ້​ອະ​ທິ​ບາຍ​ວ່າ ຄວາມ​ພະ​ຍາ​ຍາມ ເພື່ອກວດ​ກາຢ່າງ​ເຄັ່ງ​ຄັດ​ທີ່​ສຸດ ກຳ​ລັງ​ດຳ​ເນີນ​ຢູ່​ທີ່ດ່ານ​ເຂົ້າ​ເມືອງ​ຕ່າງໆ.

ສາຍ​ການ​ບິນ​ທັງ​ໝົດ​ທີ່​ເຂົ້າ​ມາ​ສະ​ຫະ​ລັດ ຈາກ​ປະ​ເທດ​ຈີນ ​ຖືກ​ສັ່ງ​ໃຫ້ໄປ​ລົງ​ຢູ່ 11 ສະ​ໜາມ​ບິນ​ທີ່​ສຳ​ຄັນໆ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG