ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາເຈົ້າໜ້າທີ່ສະຫະລັດ ຫຼາຍທ່ານ ປະຕິເສດຕໍ່ຂໍ້ກ່າວອ້າງ ເຖິງການສໍ້ໂກງ ໃນການເລືອກຕັ້ງ ປະທານາທິບໍດີ


ເທຣຊີ ອາສໂຕຣີໂນ ປ່ອນໃບຄຳຮ້ອງຂໍບັດເລືອກຕັ້ງທາງໄປສະນີ ຈາກສຳນັກງານ ຄະນະກຳມະການເລືອກຕັ້ງຂອງເມືອງ ດັກກລັດສ໌ ຂອງໂອມາຮາ ລັດເນບຣາສກາ, ວັນພຸດ ທີ 19 ສິງຫາ 2020.
ເທຣຊີ ອາສໂຕຣີໂນ ປ່ອນໃບຄຳຮ້ອງຂໍບັດເລືອກຕັ້ງທາງໄປສະນີ ຈາກສຳນັກງານ ຄະນະກຳມະການເລືອກຕັ້ງຂອງເມືອງ ດັກກລັດສ໌ ຂອງໂອມາຮາ ລັດເນບຣາສກາ, ວັນພຸດ ທີ 19 ສິງຫາ 2020.

ບັນດາເຈົ້າໜ້າທີ່ສືບລັບຂັ້ນອະວຸໂສ ແລະເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງສະ ຫະລັດ ກ່າວວ່າ ບໍ່ມີສິ່ງບົ່ງຊີ້ໃດໆເລີຍວ່າ ພວກສັດຕູກຳລັງພະຍາຍາມ ທີ່ຈະເຮັດໃຫ້ການເລືອກຕັ້ງປະທານາທິບໍດີຂອງສະຫະລັດ ທີ່ໃກ້ຈະມາເຖິງນີ້ ເສຍຫາຍ ໂດຍແນເປົ້າໝາຍໃສ່ບັດເລືອກຕັ້ງທີ່ສົ່ງຜ່ານໄປສະນີ ຫຼືການລົງຄະແນນສຽງທາງໄປສະນີ.

ເຈົ້າໜ້າທີ່ສືບລັບຂັ້ນອະວຸໂສທ່ານນຶ່ງ ໄດ້ກ່າວໃນວັນພຸດວານນີ້ ວ່າ “ພວກເຮົາບໍ່ມີຂໍ້ມູນ ຫຼືການສືບລັບໃດໆ ທີ່ວ່າ ປະເທດໃດໆທີ່ເປັນໄພຂົ່ມຂູ່ ກຳລັງພົວພັນໃນກິດຈະກຳປະເພດທີ່ຈະເປັນບ່ອນທຳລາຍ ໃນການລົງຄະແນນສຽງຫຼືການປ່ອນບັດຜ່ານທາງໄປສະນີ. ພວກເຮົາບໍ່ມີຂໍ້ມູນ ຫຼືການສືບລັບໃດໆກ່ຽວກັບອັນນັ້ນ.”

ສ່ວນເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂັ້ນອະວຸໂສ ໄດ້ຂະຫຍາຍຄວາມໄປຫຼາຍກວ່ານັ້ນ ໂດຍກ່າວບອກຕໍ່ບັນດານັກຂ່າວວ່າ ຍັງບໍ່ມີຫຍັງເລີຍທີ່ສະເໜີແນະວ່າ ກອງກຳລັງ ຫຼື ກຸ່ມໃດໆຢູ່ພາຍໃນປະເທດ ກຳລັງຫາທາງທີ່ຈະສໍ້ໂກງການເລືອກຕັ້ງໃນວັນທີ 3 ເດືອນພະຈິກ ໂດຍແນເປົ້າໝາຍຫຼືປອມແປງບັດເລືອກຕັ້ງ ທາງໄປສະນີ.

ເຈົ້າໜ້າທີ່ອົງການສັນຕິບານກາງ FBI ຂັ້ນອະວຸໂສ ໄດ້ກ່າວຖະແຫລງວ່າ “ພວກເຮົາບໍ່ໄດ້ເຫັນ ມາເຖິງປັດຈຸບັນນີ ຄວາມພະຍາຍາມຂອງການປະສານງານກັນເພື່ອສໍ້ໂກງຕໍ່ຜູ້ມີສິດລົງຄະແນນສຽງລະດັບຊາດ ໃນລະຫວ່າງການເລືອກຕັ້ງທີ່ສຳຄັນນີ້.”

ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວຕື່ມວ່າ “ມັນຈະເປັນການຍາກຢ່າງຍິ່ງ ທີ່ຈະປ່ຽນແປງຜົນການເລືອກຕັ້ງແຫ່ງຊາດໂດຍຜ່ານການສໍ້ໂກງປະເພດນີ້ເທົ່ານັ້ນ ເມື່ອຄຳນຶງເຖິງລະດັບຂອງວິທີການທັງຫຼາຍ ທີ່ຕ້ອງການເພື່ອໃຫ້ມີຜົນກະທົບ ຫຼືແຊກແຊງເພື່ອທຳລາຍໃນລະດັບຂັ້ນທ້ອງຖິ່ນໂດຍຝ່າຍສັດຕູ.”

ບັນດາເຈົ້າໜ້າທີ່ດັ່ງກ່າວ ໄດ້ແບ່ງປັນການປະເມີນຜົນກ່ຽວກັບການລົງຄະແນນສຽງຜ່ານທາງໄປສະນີ ພ້ອມດ້ວຍຂໍ້ມູນກ່ຽວກັບໄພຂົ່ມຂູ່ອື່ນໆ ທີ່ອາດເກີດຂຶ້ນໄດ້ ໃນການເລືອກຕັ້ງທີ່ຈະມາເຖິງນີ້ ໃນລະຫວ່າງກອງປະຊຸມແຈ້ງໃຫ້ບັນດານັກຂ່າວຊາບຜ່ານທາງໂທລະສັບ ໂດຍມີເງື່ອນໄຂວ່າ ພວກເຂົາເຈົ້າຈະບໍ່ຖືກເປີດເຜີຍຊື່.

ພວກເຂົາເຈົ້າ ໄດ້ກ່າວວ່າ ມີລາຍລະອຽດຂອງຂໍ້ມູນອີກຫຼາຍ ທີ່ໄດ້ຖືກແບ່ງປັນໃນວັນພຸດວານນີ້ ຢູ່ກອງປະຊຸມຕ່າງຫາກ ກ່ຽວກັບໄພຂົ່ມຂູ່ດ້ານຄວາມປອດໄພໃຫ້ແກ່ບັນດາເຈົ້າໜ້າທີ່ລະດັບລັດແລະທ້ອງຖິ່ນຈາກທົ່ວສະຫະລັດ.

ຄຳເຫັນທັງຫຼາຍທີ່ໃຫ້ໄປໂດຍບັນດາເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ຈາກຫຼາກຫຼາຍອົງການ ທີ່ປະກອບດ້ວຍ ສຳນັກງານຜູ້ອຳນວຍການອົງການສືບລັບແຫ່ງຊາດ ອົງການ FBI ແລະກະຊວງຮັກສາຄວາມປອດໄພພາຍໃນ ອາດຈະເຮັດໃຫ້ພວກມີສິດປ່ອດບັດສະຫະລັດທັງຫຼາຍ ໝັ້ນໃຈໄດ້ ຊຶ່ງພວກເຂົາເຈົ້າຫຼາຍໆຄົນ ຈະລົງຄະແນນສຽງຜ່ານທາງໄປສະນີ້ ຍ້ອນຄວາມເປັນຫ່ວງກ່ຽວກັບໂຣກລະບາດລະດັບໂລກຂອງໄວຣັສໂຄໂຣນາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG