ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໃຫ້​ການ​ຄ້ຳ​ປະ​ກັນ​ຕໍ່​ປະ​ຊາ​ຊົນ​ວ່າ ການ​ເລືອກ​ຕັ້ງ​ທີ່​ໃກ້​ຈະ​ມາ​ເຖິງ​ນີ້ ສາ​ມາດໄວ້​ວາງ​ໃຈ​ໄດ້


ເຈົ້າ​ໜ້າ​ທີ່​ທຳ​ການກວດ​ກາ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຕົ້ນ​ໃນ​ວັນ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ, ເມືອງ ຊັ​ຟ​ຟີ​ລ໌, ລັດ ຄອນ​ແນ​ຕິ​ຄັດ, 9 ສິງ​ຫາ 2022.
ເຈົ້າ​ໜ້າ​ທີ່​ທຳ​ການກວດ​ກາ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຕົ້ນ​ໃນ​ວັນ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ, ເມືອງ ຊັ​ຟ​ຟີ​ລ໌, ລັດ ຄອນ​ແນ​ຕິ​ຄັດ, 9 ສິງ​ຫາ 2022.

ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ເລັ່ງ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊັກ​ຊວນ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ວ່າ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ທີ່​ໃກ້​ຈະ​ມາ​ເຖິງນີ້​ຈະ​ປອດ​ໄພ ແລະ ວ່າ​ຜົນ​ຄະ​ແນນ​ສາ​ມາດ​ເຊື່ອ​ຖື​ໄດ້.

ຜູ້​ອຳ​ນວຍ​ການ​ຂອງ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂໍ້​ມູນ ສະ​ຫະ​ລັດ ຫຼື CISA ໃນ​ວັນ​ພະ​ຫັດ​ວານນີ້​ໄດ້​ກາຍ​ເປັນ​ສຽງ​ ທາງ​ການຫຼ້າ​ສຸດ ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນການ​ກ່າວ​ຢ້ຳ, ໃນ​ຂະ​ນະ​ດຽວ​ກັນ​ໄດ້​ເນັ້ນ​ຢ້ຳ​ວ່າ ​ສິ່ງ​ແວດ​ລ້ອມ​ໄພ​ຂົ່ມ​ຂູ່​ການ​ເລືອກ​ຕັ້ງແມ່ນ “ຊັບ​ຊ້ອນກວ່າ​ທີ່​ມັນ​ເຄີຍ​ເປັນ.”

ທ່ານ​ນາງ ເຈັນ ອີ​ສ​ເຕີ​ລີ ຈາກ​ອົງ​ການ CISA ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ​ທາງ​ໄກ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ພວກ​ເຮົາ​ບໍ່​ຮູ້​ກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ທີ່​ສະ​ເພາະ​ເຈາະ​ຈົງ ຫຼື ເຊື່ອ​ຖື​ໄດ້ ​ທີ່​ຈະ​ທຳ​ລາຍ ຫຼື ກໍ່​ກວນ​ພື້ນ​ຖານ​ໂຄງ​ລ່າງ​ການ​ເລືອກ​ຕັ້ງ.”

ຄຳ​ເຫັນ​ຂອງ​ທ່ານ​ນາງ ອີ​ສ​ເຕີ​ລີ ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ຄ້ຳ​ປະ​ກັນ ​ທີ່​ຄ້າຍ​ຄື​ກັນ​ໃນ​ບໍ່​ເທົ່າ​ໃດ​ວັນ​ທີ່​ຜ່ານ​ມາ​ຈາກ​ທຳ​ນຽບ​ຂາວ ແລະ ຫົວ​ໜ້າ​ກອງ​ບັນ​ຊາ​ການ​ໄຊ​ເບີ ສະ​ຫະ​ລັດ, ຜູ້​ທີ່​ໄດ້​ບອກ​ບັນ​ດາ​ຜູ້​ຟັງ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ “ພວກ​ເຮົາ​ບໍ່​ໄດ້​ເຫັນ​ສິ່ງ​ທີ່​ບົ່ງ​ບອກ​ທີ່​ສຳ​ຄັນ ກ່ຽວ​ກັບ ການ​ໂຈມ​ຕີ​ທີ່​ຖືກວາງ​ແຜນ​ໄວ້​ໃນ​ເວ​ລານີ້.”

ແຕ່​ດ້ວຍ​ພຽງ​ສາມ​ອາ​ທິດ​ຈົນ​ກວ່າ​ຈະ​ຮອດ​ເວ​ລາ​ທີ່​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ ສະ​ຫະ​ລັດ ໄປ​ສະ​ຖານ​ທີ່​ເລືອກ​ຕັ້ງ​ນັ້ນ, ສິ່ງ​ທ້າ​ທາຍ​ສຳ​ລັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ​ແມ່ນ​ຂ້ອນ​ຂ້າງ​ໜ້າ​ເປັນ​ຫ່ວງ.

ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ເມື່ອ​ເດືອນ​ທັນ​ວາ 2021 ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ ແມ​ສ​ຊາ​ຈູ​ເຊັດ​ສ ຢູ່​ເມືອງ ແອມ​ເຮີ​ສ໌ (Amherst), ດ້ວຍ​ຂະ​ໜາດ​ຂອງ​ຄວາມ​ຜິດ​ພາດຢູ່ 3.1 ເປີ​ເຊັນ​ນັ້ນ, ໄດ້​ພົບ​ວ່າ​ຜູ້​ຕອບ​ຄຳ​ຖາມຫຼາຍກວ່າ 20 ເປີ​ເຊັນ​ເຊື່ອ​ວ່າ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດປີ 2020 ແມ່ນ “ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢ່າງ​ແນ່ນອນ.”

ການ​ສຳຫຼວດ​ຄວາມ​ຄິດ​ເຫັ​ນ​ຈາກ 1,500 ຄົນຂອງ​ອົງ​ການ YouGov ທີ່​ໄດ້​ດຳ​ເນີນ​ຂຶ້ນ​ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ​ພົບ​ວ່າ 24 ເປີ​ເຊັນ​ຂອງ​ຜູ້​ທີ່​ຖືກ​ສຳຫຼວດ​ນັ້ນ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ວ່າ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ປີ 2020 ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ເປັນ​ທຳ.

ເວ​ລາ​ຖືກ​ຖາມ ກ່ຽວ​ກັບ ຄວາມ​ໝັ້ນ​ໃຈ​ວ່າ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ປີ 2022 ຈະ​ຖືກ​ຈັດ​ຂຶ້ນ​ຢ່າງ​ເປັນ​ທຳ​ບໍ່​ນັ້ນ, 13 ເປີ​ເຊັນ​ໄດ້​ກ່າວ​ວ່າ “ບໍ່​ເລີຍ,” ໃນ​ຂະ​ນະ​ທີ່ 19 ເປີ​ເຊັນ​ໄດ້​ກ່າວ​ວ່າ “ພຽງ​ໜ້ອຍ​ດຽວ.”

ຂະ​ໜາດ​ຂອງ​ຄວາມ​ຜິດ​ພາດ​ໃນ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ຂອງ​ອົງ​ການ YouGov ແມ່ນປະ​ມານ 2.7 ເປີ​ເຊັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG