ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ສະຫະລັດ ຕອບໂຕ້ ພາຍຫຼັງທີ່ສະມາຊິກສະພາ ສົ່ງສັນຍານເຕືອນ ກ່ຽວກັບໄພຂົ່ມຂູ່ ດ້ານຄວາມໝັ້ນຄົງ


ແຟ້ມພາບ - ທ່ານ ໄມ ເທີນເນີ,​ ສະມາຊິກສະພາ ຈາກລັດໂອໄຮໂອ, ກ່າວຄຳປາໄສ ໃນລະຫວ່າງການພິຈາລະນາຂອງ​ຄະນະ​ກຳມະການ​ສືບ​ລັບ​ສະພາ​ຕ່ຳ​ ໃນຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 20 ພະຈິກ 2019.
ແຟ້ມພາບ - ທ່ານ ໄມ ເທີນເນີ,​ ສະມາຊິກສະພາ ຈາກລັດໂອໄຮໂອ, ກ່າວຄຳປາໄສ ໃນລະຫວ່າງການພິຈາລະນາຂອງ​ຄະນະ​ກຳມະການ​ສືບ​ລັບ​ສະພາ​ຕ່ຳ​ ໃນຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 20 ພະຈິກ 2019.

ທຳນຽບຂາວ ພ້ອມດ້ວຍເຈົ້າໜ້າ ທີ່ລະດັບສູງອື່ນໆ ກໍາລັງພະຍາຍາມສ້າງຄວາມໝັ້ນໃຈໃຫ້ກັບປະຊາຊົນອາເມຣິກັນ ຫຼັງຈາກສະມາຊິກສະພາຄົນສຳຄັນທ່ານນຶ່ງ ໄດ້ສົ່ງສັນຍານເຕືອນ ກ່ຽວກັບ “ໄພຂົ່ມຂູ່ດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ຮຸນແຮງ” ທີ່ສະຫະລັດ ກຳລັງປະເຊີນຢູ່.

​ໃນ​ການ​ເຄື່ອນ​ໄຫວ​ທີ່ຜິດປົກກະຕິ ໄດ້ສ້າງຄວາມປະຫຼາດໃຈໃຫ້ກັບສະມາຊິກສະພາບາງຄົນຂອງທ່ານ, ປະທານ​ຄະນະ​ກຳມະການ​ສືບ​ລັບ​ສະພາ​ຕ່ຳ​ ໄດ້​ຮຽກຮ້ອງ​ຢ່າງ​ເປີດ​ເຜີຍ​ຕໍ່​ປະທານາທິບໍດີ ໂຈ ໄບເດັນ ​ໃຫ້ເຜີຍ​ແຜ່​ຂ່າວ​ສືບ​ລັບ​ກ່ຽວ​ກັບ​ໄພ​ຂົ່ມຂູ່​ທີ່​ບໍ່ໄດ້​ລະ​ບຸ​ວ່າ​ແມ່ນ​ຫຍັງ ​ເພື່ອ​ໃຫ້​ປະຊາຊົນ​ອາ​ເມຣິ​ກັນ ​ແລະ ພັນທະ​ມິດ​ສາມາດກຳນົດແນວທາງການຮັບ​ມື​ໄວ້.

ຜູ້ຕາງໜ້າຂອງພັກຣີພັບບລີກັນ ທ່ານ ໄມກ໌ ເທີນເນີ (Mike Turner) ໄດ້ປະຕິເສດ ທີ່ຈະໃຫ້ລາຍລະອຽດເພີ້ມຕື່ມ. ແຕ່ໃນອີເມລ ທີ່ໄດ້ມີລາຍງານວ່າ ທ່ານເທີນເນີ (Turner) ໄດ້ສົ່ງເຖິງເພື່ອນຮ່ວມງານ ແລະໄດ້ຖືກນຳມາເຜີຍ ແຜ່ໃນສື່ສັງຄົມ ໂດຍຫ້ອງການຂ່າວຕ່າງໆ, ທ່ານໄດ້ອະທິບາຍເຖິງອັນຕະລາຍດັ່ງກ່າວວ່າ ເປັນ "ຄວາມສາມາດຂອງກອງທັບຕ່າງຊາດ ໃນການທຳລາຍສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ."

​ໂດຍການອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສະຫະລັດ, ສື່​ມວນ​ຊົນ​ຫຼາຍ​ແຫ່ງ​ ​ໄດ້​ລາຍ​ງານ​ໃນ​ຕອນ​ແລງ​ວັນ​ພຸດ​ວານ​ນີ້​ວ່າ ໄພຂົົ່ມຂູ່​ດັ່ງກ່າວ ​ແມ່ນ​ກ່ຽວ​ຂ້ອງກັບ​ຄວາມ​ສາມາດ​ໃໝ່ ​ໃນດ້ານອະວະກາດ​ຂອງຣັດ​ເຊຍ.

​ແຕ່​ເຈົ້າ​ໜ້າ​ທີ່​ສະຫະລັດ​ທ່ານ​ນຶ່ງ ຊຶ່ງໃຫ້ສຳພາດກັບ ວີໂອເອ ໂດຍບໍ່ເປີດເຜີຍຊື່ ເນື່ອງ​ຈາກຂ່າວກອງ ມີລັກສະນະທີ່ລະອຽດອ່ອນ ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ໄພ​ອັນ​ຕະລາຍ​ຈະມີ​ຄວາມ​ສຳຄັນ​ກໍ​ຕາມ, ​ແຕ່​ມັນກໍ​ຍັງ​ບໍ່​ໄດ້​ໃກ້​ຈະເກີດຂຶ້ນ.

ເຈົ້າ​ໜ້າ​ທີ່ທ່ານດັ່ງກ່າວ ຍັງໄດ້ກ່າວ​ວ່າ “ໄພ​ຂົ່ມ​ຂູ່ທີ່ກ່າວມານັ້ນ ​ບໍ່​ໄດ້​ກ່ຽວ​ຂ້ອງ​ກັບຄວາມ​ສາ​ມາດ​ທີມີຢູ່ ​ທີ່​ໄດ້ຖືກນຳມາໃຊ້.

ທຳນຽບຂາວ ຍັງໄດ້ພະຍາຍາມທີ່ຈະບໍ່ໃຫ້ຄວາມສຳຄັນຕໍ່ຄວາມກັງວົນດັ່ງກ່າວ, ໂດຍໄດ້ລະບຸວ່າ ໄດ້ມີການຕັ້ງໃຫ້ສະມາຊິກສະພາ ສະຫຼຸບຫຍໍ້ກ່ຽວກັບລາຍລະ ອຽດບາງສ່ວນ ໃນວັນພະຫັດມື້ນີ້.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານ ເຈກ ຊຸລລີວານ (Jake Sullivan) ກ່າວວ່າ “ຂ້າພະເຈົ້າໝັ້ນໃຈວ່າ ປະທານາທິບໍດີ ໄບເດັນ, ໃນການຕັດສິນໃຈຕ່າງໆ ທີ່ທ່ານກຳລັງດຳເນີນຢູ່ນັ້ນ, ຈະຮັບປະກັນຄວາມປອດໄພຂອງປະຊາຊົນອາເມຣິກັນ ໃນອະນາຄົດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG