ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂອບາມາ ລໍຖ້າ ການອະນຸມັດ ຈາກລັດຖະສະພາ​ ກ່ອນຈະເອົາ ບາດກ້າວຕໍ່ຊີເຣຍ (ວີດີໂອ/ສະໄລດ໌)


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ
ເຈົ້າ​ໜ້າ​ທີ່ການ​ທູດ​ຂັ້ນສູງສຸດ​ ​ແລະ​ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ປະ​ເທດ
ຂັ້ນ​ສູງ​ສຸດ ຂອງປະທາ​ນາ​ທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ
​ມາ ມີ​ກໍານົດ​ທີ່​ຈະໄປໃຫ້​ການ ຕໍ່ລັດຖະສະພາ​ໃນ​ວັນ​ອັງຄານ​
ມື້​ນີ້ ​ກ່ຽວ​ກັບ​ຄໍາ​ຮ້ອງ​ຂອງ​ທ່ານ ທີ່​ຂໍ​ໃຫ້​ລັດຖະສະພາ​ອະນຸມັດ​
ໃຫ້​ດໍາ​ເນີນ​ການ​ທະຫານ ຢູ່ໃນ​ຊີ​ເຣຍ ນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ John Kerry, ທ່ານ Chuck
Hagel ລັດຖະມົນຕີ​ປ້ອງ​ກັ​ນປະ​ເທດ ​ແລະປະທານ​ເສນາ​ທິການ
​ຮ່ວມ ພົນ​ເອກ Martin Dempsey ​ມີ​ກໍານົດ​ຈະ​ໄປ​ໃຫ້ການ
ຕໍ່​ຄະນະ​ກໍາມາ​ທິການ​ດ້ານສາຍ​ພົວພັນ​ການ​ຕ່າງປະ​ເທດ
ຂອງ​ສະພາ​ສູງ.

ທ່ານ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ທ່ານ​ຕ້ອງການ​ທີ່​ຈະ​ໃຫ້​ທາງ​ລັດຖະສະພາອະນຸມັດການເອົາ
​ບາດກ້າວ​ດັ່ງກ່າວ​ເສຍ​ກ່ອນ ​ກ່ອນທີ່​ຈະ​ທໍາ​ການ​ໂຈມ​ຕີ​ທາງ​ທະຫານ​ຕໍ່​ຊີ​ເຣຍ ຍ້ອນ​ໄດ້​
ໃຊ້​ອາວຸດ​ເຄມີ​ເຂັນ​ຂ້າ​ປະຊາຊົນ ພົນລະ​ເຮືອນ​ຂອງ​ຕົນ​ເອງ ຕາມທີ່​ມີ​ການ​ກ່າວ​ຫາ​ ນັ້ນ.

ພາບຫລ້າສຸດ ຈາກຊີເຣຍ:


ບັນດາເຈົ້າ​ໜ້າ​ທີ່​ທໍານຽບຂາວຍັງ​ສືບ​ຕໍ່ລາຍ​ງານຫຍໍ້ແບບ​ປິດລັບ ຕໍ່​ສະມາຊິກລັດຖະສະພາ
​ຫລາຍໆ​ຄົນ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ໄດ້​ຮັບການ​ສະ​ນັບ​ສະ​ໜູນ​ຕໍ່​ແຜນ​ການ​ຂອງ​
ທ່ານ ໂອ​ບາ​ມາ.

ສະມາຊິກ​ສະພາ​ສູງ​ສະຫະລັດ ທ່ານ John McCain ​ແລະ​ທ່ານ Lindsey Graham ​
ໄດ້​ກ່າວ​ວ່າ ພວກ​ທ່ານຮູ້ສຶກ​ມີ​ກໍາລັງ​ໃຈ​ຂຶ້ນ ຫຼັງ​ຈາກ​ທີ່​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ​ແລ້ວ
​ໃນ​ວັນ​ຈັນ​ວານ​ນີ້, ​ແຕ່​ກໍ​ກ່າວ​ຕື່ມວ່າ ພວກທ່ານຕ້ອງການ​ທີ່​ຈະ​ເຫັນ​ການ​ປ່ຽນ​ແປງ​ໃນ​
ຂໍ້ສະ​ເໜີ​ດັ່ງກ່າວ ​ໂດຍ​ທີ່​ທ່ານ McCain ​ໄດ້​ສະ​ແດງ​ຄວາມ​ຄິດເຫັນ​ວ່າ ​ມີ​ຄວາມ​ຈໍາ​ເປັນ​
ທີ່​ຈະ​ເຮັດ​ໃຫ້ຄວາມ​ສາມາດ​ຂອງປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad
ອ່ອນ​ແອ​ລົງ​ ​ໃນ​ຂະນະ​ທີ່ເພີ່ມ​ຄວາມ​ສາມາດ​ໃຫ້ພວກ​ຕໍ່ຕ້ານ​ທ່ານ Assad ນັ້ນ.

Lawmakers Urge Obama to Enhance Strategy to Degrade Assad, Aid Rebels
please wait

No media source currently available

0:00 0:03:05 0:00
ລິງໂດຍກົງ
XS
SM
MD
LG